ລັດຖະບານ ຜ່ອນຜັນມາດຕະການເຂົ້າ-ອອກ ລາວ ເປີດທຸກດ່ານສາກົນ ທົ່ວປະເທດ

ໂດຍອີງໃສ່ການທາບທາມຄວາມຄິດເຫັນຈາກຫລາຍພາກສ່ວນທົ່ວສັງຄົມ ບວກກັບການລະບາດຂອງພະຍາດໂຄວິດ-19 ແລະ ອັດຕາການຕາຍ ຢູ່ປະເທດເຮົາ ໄດ້ຫລຸດໜ້ອຍຖອຍລົງ ລັດຖະບານຈຶ່ງເຫັນດີຜ່ອນຜັນມາດຕະການໃນການເຂົ້າ-ອອກ ລາວ ໂດຍໃຫ້ເປີດທຸກດ່ານສາກົນທົ່ວປະເທດ ສຳລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.
ໃນວັນທີ 7 ພຶດສະພາ 2022, ທີ່ກະຊວງສາທາລະນະສຸກ, ທ່ານ ນ. ທິບພະກອນ ຈັນທະວົງສາ ຮອງລັດຖະມົນ ຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນ ຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ທັງເປັນຫົວໜ້າກອງເລຂາ ໄດ້ຖະແຫລງຂ່າວກ່ຽວກັບ ມາດຕະການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ວ່າ : ນັບແຕ່ມີການລະບາດຂອງພະຍາດ​ ໂຄວິດ- 19 ປະເທດຂອງພວກເຮົາ ໄດ້ຮັບມື ແລະ ພ້ອມກັນຜ່ານຜ່າການລະບາດຂອງພະຍາດ​ ໂຄວິດ-19 ສາຍພັນຕ່າງໆ ມາຕັ້ງແຕ່ຕົ້ນປີ 2020 ເຊິ່ງໃນແຕ່ລະໄລຍະ, ສະພາບການລະບາດ ມີຄວາມຮຸນແຮງທີ່ແຕກຕ່າງ ຫລ້າສຸດ ແມ່ນໃນກາງເດືອນ​ ມີນາ ທີ່ຜ່ານມາ ການລະບາດຖືວ່າຮຸນແຮງ ແຕ່ດ້ວຍຄວາມເອົາໃຈໃສ່ຂອງແພດໝໍ ແລະ ທຸກພາກສ່ວນໃນສັງຄົມ ເຮັດໃຫ້ການລະບາດຂອງພະຍາດ​ ໂຄວິດ-19 ແລະ ອັດຕາການຕາຍ ຢູ່ປະເທດເຮົາ ໄດ້ຫລຸດໜ້ອຍຖອຍລົງ. ລັດຖະບານ ຈຶ່ງເຫັນວ່າ ເຖິງເວລາທີ່ພວກເຮົາຈະສຸມໃສ່ການພັດທະນາເສດຖະກິດ-ສັງຄົມ​ ໃຫ້ຫລາຍຂຶ້ນ ໂດຍໄດ້ເຫັນດີ ໃຫ້ຄະນະສະເພາະກິດ ປະສານສົມທົບກັບພາກ ສ່ວນກ່ຽວຂ້ອງຄົ້ນຄວ້າ ມາດຕະການໃນການເຂົ້າ-ອອກ ສປປ ລາວ ໃນໄລຍະໃໝ່ ໃຫ້ສອດຄ່ອງກັບສະພາບຕົວຈິງ ໂດຍໄດ້ສົມທຽບກັບບົດຮຽນຕົວຈິງຢູ່ບັນດາປະເທດອ້ອມຂ້າງ ເຊັ່ນ: ສສ ຫວຽດນາມ, ຣາຊະອານາຈັກ​ ກຳປູເຈຍ ແລະ ຣາຊະອານາຈັກ​ ໄທ. ພາຍຫລັງການຄົ້ນຄວ້າ, ຄະນະສະເພາະກິດ ກໍໄດ້ນຳເອົາຮ່າງມາດຕະການດັ່ງກ່າວ ໄປທາບທາມ ນຳບັນດາກະຊວງຂະແໜງການ, ທ້ອງຖິ່ນລວມທັງພໍ່ແມ່ປະຊາຊົນ ໂດຍຜ່ານສື່ຕ່າງໆ ຢ່າງກວ້າງຂວາງ. ໂດຍອີງໃສ່ຜົນການທາບທາມ ດັ່ງກ່າວ, ຄະນະສະເພາະກິດ ໄດ້ປັບປຸງບັນດາມາດຕະການຕື່ມ ແລະ ໄດ້ລາຍງານສະເໜີລັດຖະບານພິຈາລະນາ. ມາຮອດມື້ນີ້, ລັດຖະບານ ຈຶ່ງໄດ້ກຳນົດມາດຕະການ ເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະຍັງມີການລະບາດຂອງພະຍາດໂຄວິດ-19 ໂດຍມີແຈ້ງການສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022 ດັ່ງນີ້: ເຫັນດີຜ່ອນຜັນມາດຕະການ ໃນການເຂົ້າ-ອອກ ສປປ ລາວ ຄື:
ເປີດດ່ານສາກົນທຸກດ່ານ ສຳລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ; ໃຫ້ພົນລະເມືອງຂອງບັນດາປະ ເທດ ທີ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແບບສອງຝ່າຍ ຫລື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈຳເປັນຕ້ອງຂໍວີຊາ ; ສໍາລັບພົນລະເມືອງ ຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແມ່ນ ສາມາດຂໍວີຊາ ຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ປະຈຳຢູ່ຕ່າງປະເທດ ຫລື ຜ່ານລະບົບ E-VISA ຫລື ຂໍວີຊາກັບດ່ານ ຢູ່ດ່ານສາກົນ ທີ່ມີໜ່ວຍງານວີຊາກັບດ່ານ ; ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 12 ປີ ຂຶ້ນໄປ ທີ່ບໍ່ທັນມີໃບຢັ້ງຢືນສັກວັກຊີນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນ ທາງມາຮອດ ສປປ ລາວ ແລ້ວ ແມ່ນຈະບໍ່ມີການກວດຕົວ ຢ່າງຫາເຊື້ອໂຄວິດ-19 ຢູ່ສະໜາມບິນ ຫລື ຢູ່ດ່ານຊາຍ ແດນສາກົນ ທາງບົກ ຫລື ທາງເຮືອ ອີກ.

ສ່ວນຜູ້ທີ່ມີໃບຢັ້ງຢືນການສັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນ ທາງເຂົ້າມາ ສປປ ລາວ ໄດ້ປົກກະຕິ ໂດຍບໍ່ຮຽກຮ້ອງໃຫ້ມີການກວດຫາເຊື້ອ​ ໂຄວິດ-19 ອີກ ທັງຈາກປະເທດຕົ້ນທາງ ແລະ ເມື່ອເດີນທາງມາຮອດ ສປປ ລາວ ; ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດ ໂຄວິດ-19 ແມ່ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ ເຊິ່ງສາມາດນຳໃຊ້ການບໍລິການປິ່ນປົວ ຢູ່ໂຮງໝໍລັດ, ໂຮງໝໍເອກະຊົນ ຫລື ປິ່ນ ປົວຕິດຕາມຕົນເອງ ຢູ່ສະຖານທີ່ພັກ (Home Isolation) ຕາມທີ່ໄດ້ກຳນົດໃນຄຳແນະນຳຂອງກະຊວງສາທາລະນະສຸກ; ເຫັນດີອະນຸຍາດໃຫ້ນໍາໃຊ້ພາຫະນະປະເພດຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກ່ອນການລະບາດຂອງພະຍາດໂຄວິດ-19.

  • ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳແນະນຳກ່ຽວກັບການນຳໃຊ້ພາຫະ ນະສ່ວນຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບສັນຍາສອງຝ່າຍ ແລະ ຫລາຍຝ່າຍທີ່ ສປປ ລາວ ເປັນພາຄີ ; ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫລອດຮອດ ຜູ້ປະກອບການທຸລະກິດຕ່າງໆ ກະກຽມຄວາມພ້ອມທຸກດ້ານໃນການບໍລິການ ຕ້ອນຮັບນັກທ່ອງທ່ຽວ ໂດຍສະ ເພາະການປັບປຸງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາ ຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ທີ່ຕິດພັນກັບການບໍລິການການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນ ນະພາບດີກວ່າເກົ່າ ໂດຍໃຫ້ຖືວ່າວຽກງານບໍລິການ ແລະ ການທ່ອງທ່ຽວ ແມ່ນເປັນຄວາມຮັບຜິດຊອບລວມ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນການຟື້ນຟູເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.
    ນອກຈາກນີ້,​ ຍັງໄດ້ມີມາດຕະການຜ່ອນຜັນພາຍໃນປະ ເທດ ໂດຍເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ອົງການຈັດຕັ້ງກ່ຽວຂ້ອງ ຕ້ອງໄດ້ຕິດຕາມໃຫ້ມີການ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ- 19 ສົມທົບກັບຂະແໜງສາທາລະນະສຸກ ສືບຕໍ່ຕິດຕາມ ແລະ ເຝົ້າລະວັງ ການລະບາດຂອງພະຍາດໂຄວິດ-19 ສາຍພັນໃໝ່ ເພື່ອຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປິ່ນປົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ ສຸມໃສ່ການຈັດຕັ້ງການສັກວັກຊີນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້. ຂໍ້ມູນ-ພາບ ສົມຫວັງ
error: Content is protected !!