ກຽມເຂົ້າສາຍອີກຄັ້ງ ເພື່ອຫວັງດັນລາຍໄດ້ໃຫ້ຮອດ 3,000 ລ້ານດອນລາ

Disney ໄດ້ປະກາດວ່າ ຈະນໍາ Avatar ພາກທໍາອິດ ທີ່ສາຍເມື່ອປີ 2009 ກັບມາສາຍໃນ ໂຮງຮູບເງົາ ອີກຄັ້ງ ໃນວັນທີ 23 ກັນຍາ 2022 ໂດຍຈະໄດ້ຮັບການ ຣີ ມາສເຕີ (Re-Master) ພາບໃໝ່ ເພື່ອຕ້ອນຮັບການສາຍພາກ 2 ຄື ‘Avatar: The Way of Water’ ທີ່ເດືອນ ທັນວາ 2022.

ການນຳ Avatar ກັບມາສາຍໃນໂຮງຮູບເງົາອີກຄັ້ງ ມີໂອກາດຈະດັນລາຍຮັບທົ່ວໂລກຂອງ Avatar ໃຫ້ສູງຂຶ້ນໄປຮອດລະດັບ 3,000 ລ້ານດອນລາ. ໃນຂະນະນີ້ Avatar ເປັນຮູບເງົາທີ່ສ້າງລາຍໄດ້ທົ່ວໂລກສູງສຸດຕະຫຼອດການ ຢູ່ທີ່ 2,847.4 ລ້ານດອນລາ ຊຶ່ງຕ້ອງການອີກພຽງ 153 ລ້ານດອນລາ ເພື່ອໃຫ້ລາຍໄດ້ລວມທົ່ວໂລກນັ້ນ ຂຶ້ນມາຢູ່ທີ່ 3,000 ລ້ານດອນລາ ແລະ ຈະມີໄລຍະຫ່າງກັບຮູບເງົາເລື່ອງ ‘Avengers: Endgame’ (2019) ທີ່ຢູ່ລໍາດັບ 2 ດ້ວຍລາຍໄດ້ 2,797.5 ລ້ານດອນລາ ຍິ່ງຂຶ້ນໄປອີກ.

Avatar ຂອງຜູ້ກໍາກັບ ເຈມ ຄາເມຣອນ (James Cameron) ເປັນຮູບເງົາທີ່ສ້າງປາກົດການເປັນຢ່າງຍິ່ງ ໃນປີ 2009 ດ້ວຍການຍົກລະດັບ ເທກໂນໂລຢີ CGI ໃຫ້ສູງຂຶ້ນໄປອີກ, ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຜູ້ຊົມທົ່ວໂລກ ໂດຍຮູບເງົາໄດ້ຮັບຄວາມນິຍົມຢ່າງສູງ ທັງໃນ ອາເມຣິກາ ແລະ ຈີນ.

Avatar ສາມາດສ້າງລາຍໄດ້ທົ່ວໂລກຢ່າງວ່ອງໄວ ຈົນແຊງໜ້າ ‘Titanic’ (1997) ທີ່ ເຈມ ຄາເມຣອນ ກໍາກັບເຊັ່ນກັນ ຊຶ່ງຕອນນັ້ນ ເປັນຮູບເງົາທີ່ສ້າງລາຍໄດ້ທົ່ວໂລກສູງສຸດ ລໍາດັບ 1.

ສໍາລັບ ‘Avatar: The Way of Water’ ນັ້ນ ກໍໄດ້ຮັບການພັດທະນາ ເທກໂນໂລຢີ ການຖ່າຍທໍາໃຫ້ລໍ້າໜ້າຍິ່ງຂຶ້ນໄປອີກ ໂດຍຖ່າຍທໍາດ້ວຍ ເທກໂນໂລຢີ Motion Capture ໃຕ້ນໍ້າ ພາຍໃນແທ໊ງນໍ້າຂະໜາດ 3,4 ລ້ານລິດ ເພື່ອໃຫ້ໄດ້ພາບໂລກໃຕ້ນໍ້າຂອງດາວ Pandora ທີ່ງົດງາມຢ່າງເໜືອລະດັບທີ່ສຸດ.

ຕົວຢ່າງ Avatar

error: Content is protected !!