3 ເດືອນ​ຕົ້ນປີ​ 2022​ ດ່ານພາສີສາກົນວັງເຕົ່າ​ ສາມາດເກັບລາຍຮັບໄດ້ 215 ຕື້ກວ່າກີບ

ທ່ານ​ ພູຊ່ອງ ສົມຄິດ ຮັກສາການຫົວໜ້າດ່ານພາສີສາກົນວັງເຕົ່າ ເມືອງ ໂພນທອງ​, ແຂວງ ຈໍາປາສັກ​ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ໃນ​ 3 ເດືອນຕົ້ນປີ 2022 ດ່ານພາສີສາກົນ ວັງເຕົ່າ​ ສາມາດເກັບລາຍຮັບໄດ້ 215 ຕື້ກວ່າກີບ, ຕໍ່ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ​-ວັງເຕົ່າ ໃນປີ 2022 ມີທັງໝົດ 796 ຕື້ກີບ,​ ໃນນັ້ນ,​ ແຜນການຈັດເກັບລາຍຮັບຂອງດ່ານພາສີສາກົນວັງເຕົ່າ​ 581 ຕື້ກີບ.​ ຜ່ານການຈັດຕັ້ງປະຕິບັດໃນ 3 ເດືອນຕົ້ນປີ 2022 ສາມາດຈັດເກັບລາຍຮັບໄດ້ 215 ຕື້ກ່ວາກີບ ເທົ່າກັບ 27.09% ຂອງແຜນການປີ,​ ທຽບໃສ່ແຜນງວດ ປະຕິບັດໄດ້ 108.35% ລື່ນແຜນການງວດ​ 8.35%.​ ສ່ວນແຜນການຈັດເກັບລາຍຮັບ​ຂອງຫ້ອງການພາສີປະຈໍາທ່າບົກ​-ວັງເຕົ່າ​ ປີ 2022 ແມ່ນ 215 ຕື້ກີບ,​ ໃນ​ 3 ເດືອນຕົ້ນປີ 2022​ ຍັງບໍ່ທັນໄດ້ປະຕິບັດຍ້ອນໄດ້ຮັບໂຕເລກໃນວັນທີ 21 ເມສາ ຜ່ານມາ.

ທ່ານ ພູຊ່ອງ ສົມຄິດ ກ່າວຕື່ມວ່າ: ລາຍຮັບທີ່ພົ້ນເດັ່ນແມ່ນໄດ້ຈາກນ້ຳມັນເຊື້ອໄຟ ກວມ 66.22% ຂອງລາຍຮັບທັງໝົດ, ປັດຈຸບັນນີ້, ລັດຖະບານໄດ້ປັບໂຄງສ້າງນ້ຳມັນເຊື້ອໄຟ ໂດຍຕັດຄ່າທຳນຽມຄັງແຮອອກຈາກໂຄງສ້າງເຮັດໃຫ້ລາຍຮັບຈາກຄັງແຮບໍ່ມີ.​ ບັນດາບໍລິສັດທີ່ນໍາເຂົ້າໃນເງື່ອນໄຂມາດຖານ​ເອອີໂອຕາມແຈ້ງການ ແລະ ຄໍາແນະນໍາຂອງກະຊວງການເງິນ ສະບັບເລກທີ 4490 ແລະ 4491/ກງ, ລົງວັນທີ 14 ກັນຍາ 2021 ບໍລິສັດທີ່ມີເງື່ອນໄຂດັ່ງກ່າວແມ່ນໄດ້ມອບແຕ່ຄ່າພາສີ ແລະ ຄ່າທໍານຽມໃນເວລານໍາເຂົ້າຢູ່ດ່ານ (ຖ້າມີ) ສ່ວນອາກອນປະເພດຕ່າງໆແມ່ນຫັນໄປມອບຜ່ານລະບົບ Tax Riss ຂອງຂະແໜງສ່ວຍສາອາກອນຈຳນວນ 58 ຕື້​ 342 ລ້ານກ່ວາກີບ,​ ການປະຕິບັດມູນຄ່າແຈ້ງພາສີສໍາລັບສິນຄ້າ ນໍາເຂົ້າ​-ສົ່ງອອກ ແມ່ນໄດ້ປະຕິບັດຕາມກົດໝາຍພາສີ​ສະບັບປັບປຸງ.​ ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນ​ 3 ເດືອນຕົ້ນປີ 2022​ ໄດ້ລື່ນແຜນງວດ,​ ຍ້ອນມີກົດໝາຍພາສີ, ກົດໝາຍຂອງຂະແໜງການອື່ນໆທີ່ກ່ຽວຂ້ອງ ແລະ ບັນດານິຕິກໍາລຸ່ມກົດໝາຍ​ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມລະບຽບຫຼັກການ. ມີການປະສານສົມທົບກັບຄະນະພັກ, ຄະນະນໍາສາຍຕັ້ງ ແລະ ສາຍຂວາງ ເວົ້າລວມ,​ ເວົ້າສະເພາະ ແມ່ນຄະນະນໍາຂອງຫ້ອງການພາສີປະຈໍາແຂວງໄດ້ລົງມາໃກ້ຊິດຕິດແທດ, ມີທິດຊີ້ນໍາ ແລະ ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດຕາມການຈັດຕັ້ງມອບໝາຍ.​ ມີເຄື່ອງມືທີ່ທັນສະໄໝທີ່ນໍາໃຊ້ເຂົ້າໃນການບໍລິການແຈ້ງເສຍພາສີ, ການຊໍາລະຄ່າພາສີ​-ອາກອນ ແລະ ຄ່າທໍານຽມຕ່າງໆ ຜ່ານລະບົບທະນາຄານ (Smart Tax), ນໍາໃຊ້ເຄື່ອງກວດກາສິນຄ້າດ້ວຍລະບົບສາຍແສງ (Scanner) ເຂົ້າໃນການກວດກາຕູ້ຄອນເທັນເນີ ຫຼື ລົດບັນທຸກສິນຄ້າ​ ໃຫ້ມີຄວາມສະດວກວ່ອງໄວ, ຖືກຕ້ອງ, ໂປ່ງໃສແນໃສ່ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ.​ ສະຖານທີ່ເຮັດວຽກ, ສາງພັກສິນຄ້າທົ່ວໄປ, ສະຖານທີ່ຄ່ຽນຖ່າຍສິນຄ້າ ແລະ ສິ່ງອໍານວຍຄວາມສະດວກອື່ນໆ​ ກໍສາມາດຕອບສະໜອງໄດ້ກັບຄວາມຕ້ອງການ.​ ບັນດາບໍລິສັດ, ໂຄງການລົງທຶນທັງພາກລັດ ແລະ ເອກະຊົນທີ່ດໍາເນີນການນໍາເຂົ້າ​-ສົ່ງອອກສິນຄ້າມີຄວາມຮັບຮູ້, ເຂົ້າໃຈຕໍ່ລະບຽບກົດໝາຍ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ພາສີຕະຫຼອດມາ ພ້ອມທັງປະກອບສ່ວນມອບພັນທະພາສີ​-ອາກອນ ຈຶ່ງສາມາດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການທີ່ວາງໄວ້.

ທ່ານ​ກ່າວຕໍ່ວ່າ: ຄຽງຄູ່ດ້ານດີ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຍັງມີຄວາມຫຍຸ້ງຍາກບາງດ້ານ ເພາະຢູ່ໃນໄລຍະການລະບາດຂອງ ພະຍາດ ໂຄວິດ-19 ຕາມຄໍາສັ່ງຂອງຂັ້ນເທິງ ແລະ ແຈ້ງການຂອງກະຊວງໂຍທາທິການ ແລະ ຂົນສົ່ງບໍ່ອະນຸຍາດໃຫ້ລົດຂົນສົ່ງສິນຄ້າຈາກຕ່າງປະເທດເຂົ້າມາແຂວງຈໍາປາສັກ, ຕ້ອງໄດ້ປ່ຽນຜູ້ຂັບຂີ່ເປັນຄົນລາວ ຫຼື ຄ່ຽນຖ່າຍສິນຄ້າຈຶ່ງສາມາດເຂົ້າໄດ້ ບັນຫາດັ່ງກ່າວແມ່ນພົບຄວາມຫຍຸ້ງຍາກ​ ເນື່ອງຈາກວ່າຂາດແຮງງານ ໃນເວລາຄ່ຽນຖານສິນຄ້າ, ດັ່ງນັ້ນທິດທາງແຜນການ​ຈັດເກັບລາຍຮັບເຂົ້າງົບປະມານ​ໃນ​ 9 ເດືອນປີ​ 2022​ ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້, ຄະນະໜ່ວຍພັກ​ ຄະນະນໍາດ່ານພາສີສາກົນວັງເຕົ່າ​​ຈະໄດ້ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການໃນການນໍາພາ​-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ​ດ້ວຍຄວາມຮັບຜິດຊອບສູງ; ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍໃນຄະນະໜ່ວຍພັກ​-ຄະນະ​ນໍາດ່ານ​ຕະຫຼອດ​ຮອດພະນັກງານວິຊາການ​ໃຫ້ແທດເໝາະກັບຄວາມຮູ້,​ ຄວາມສາມາດຂອງແຕ່ລະຄົນ; ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຖືກມອບໝາຍ​ໃຫ້ມີຜົນສໍາເລັດ, ເພີ່ມທະວີການຄຸ້ມຄອງ ແລະ​ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ​, ສືບຕໍ່ປຸກລະດົມບັນດາຫົວໜ່ວຍທຸລະກິດ​ໃຫ້ມາເຄື່ອນໄຫວນໍາເຂົ້າ​-ສົ່ງອອກ​ສິນຄ້າ,​ ເຄື່ອງຂອງ​ຜ່ານດ່ານພາສີຊາຍແດນໃຫ້ນັບມື້ຫຼາຍຂຶ້ນ ບົນພື້ນຖານຖືກຕ້ອງຕາມລະບຽບກົດໝາຍຂອງພາສີ ແລະ ກົດໝາຍຂອງຂະແໜງການອື່ນໆທີ່ກ່ຽວຂ້ອງ,​ ສອດຄ່ອງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 12/ນຍ, ລົງວັນທີ 16​ ຕຸລາ​ 2019 ວ່າດ້ວຍການອໍານວຍຄວາມສະດວກແກ່ການນໍາເຂົ້າ​-ສົ່ງອອກສິນຄ້າ, ເຄື່ອງຂອງ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ, ເອົາໃຈໃສ່ຄຸ້ມຄອງ,​ ຊຸກຍູ້ສົ່ງເສີມ ແລະ​ ອໍານວຍຄວາມສະດວກຕໍ່ບັນດາຫົວໜ່ວຍທຸລະກິດໃນການນໍາເຂົ້າ​-ສົ່ງອອກ​ສິນຄ້າ ເພື່ອເປັນເງື່ອນໄຂໃນການມອບພັນທະເຂົ້າງົບປະມານຢູ່ດ່ານພາສີ​ໃຫ້ເພີ່ມຂຶ້ນ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການທີ່ວາງໄວ້.

ຂໍ້ມູນຂ່າວ-ພາບ: ທູນທອງໃຈ

error: Content is protected !!