ເຊກອງ ກະກຽມເປີດການທ່ອງທ່ຽວສີຂຽວ ພາຍໃນແຂວງ

ຕາມການລາຍງານຈາກ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໃນວັນທີ 4 ພຶດສະພາ ຜ່ານມານີ້ວ່າ: ແຂວງເຊກອງ ກະກຽມເປີດການ ທ່ອງທ່ຽວສີຂຽວ ເນື່ອງຈາກປັດຈຸບັນ ແມ່ນມີຄວາມພ້ອມແລ້ວຈໍານວນໜຶ່ງ ເປັນຕົ້ນ ໄດ້ເປັນເຈົ້າການສູງໃນການຈັດຕັ້ງປະຕິບັດ ມາດຕະການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນການແພ່ລະບາດ ຂອງ ພະຍາດ ໂຄວິດ-19 ໂດຍສະເພາະການສັກວັກຊິນ ໃຫ້ປະຊາກອນກຸ່ມເປົ້າໝາຍ ກວມເປີເຊັນສູງສົມຄວນ, ສະພາບການລະບາດ ຂອງພະຍາດດັ່ງກ່າວ ເຫັນວ່າມີລັກສະນະຫລຸດໜ້ອຍຖອຍລົງ ແລະ ສາມາດເປີດການທ່ອງທ່ຽວ ໃນໄລຍະທີ 2 ໄດ້ເປັນປົກກະຕິແລ້ວ.

ແຂວງ ເຊກອງ ເປັນແຂວງທີ່ມີຄວາມອຸດົມສົມບູນທາງດ້ານທຳມະຊາດ, ມີສະຖານທີ່ທ່ອງທ່ຽວຫລາຍແຫ່ງ ເປັນຕົ້ນ ສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ກະສິກຳ, ຫັດຖະກຳ ແລະ ອຸດສະຫະກຳ ທີ່ໄດ້ຮັບການພັດທະນາແລ້ວ, ກຳລັງພັດທະນາ ແລະ ມີແຜນຈະພັດທະນາອີກຈຳນວນໜຶ່ງ. ພ້ອມກັນນີ້, ຍັງມີຄວາມພ້ອມທາງດ້ານສະຖານທີ່ພັກເຊົາ, ກິນ-ດື່ມ ເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ-ບັນເທີງ, ບຸກຄະລາກອນພາທ່ຽວ, ມີສິ່ງເອື້ອອໍານວຍຄວາມສະດວກທາງດ້ານພື້ນຖານໂຄງລ່າງ ເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວ, ມີດ່ານສາກົນ ດາກຕະອອກ-ນາມຢາງ ທີ່ເຊື່ອມຕໍ່-ເຊື່ອມຈອດກັບບັນດາແຂວງ ພາກກາງຂອງ ສສ ຫວຽດນາມ ແລະ ອອກສູ່ທະເລ ນະຄອນດານັງ, ມີໄລຍະທາງເຊື່ອມໂຍງດ້ານຕາເວັນອອກ ແລະ ຕາເວັນ ຕົກທີ່ສັ້ນທີ່ສຸດ ເພື່ອຮອງຮັບ-ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວ ຢູ່ແຂວງ ເຊກອງ.

ທ່ານ ຂັນຕີ ສີລະວົງສາ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ທາງແຂວງໄດ້ສືບຕໍ່ສູ້ຊົນນຳສະເໜີ ຂັ້ນເທິງຕົກລົງ ເປີດການທ່ອງທ່ຽວສີຂຽວ ໃຫ້ມີຄວາມສະດວກ, ອອກວີຊາກັບດ່ານ ຫລື ການຍົກເວັ້ນວີຊາ, ພ້ອມກັນນີ້ ຍັງໄດ້ ເອົາໃຈໃສ່ຕິດຕັ້ງປ້າຍບອກທາງເຂົ້າສະຖານທີ່ທ່ອງທ່ຽວ, ພັດທະນາສະຖານທີ່ທ່ອງທ່ຽວ ໃຫ້ມີຄວາມສະອາດສວຍງາມ ແລະ ບຸກຄະລາກອນພາທ່ຽວ ໃຫ້ໄດ້ມາດຕະຖານສາກົນ.

ມາຮອດປັດຈຸບັນ, ແຂວງເຊກອງ ໄດ້ເລັ່ງການສັກວັກຊິນ ໃຫ້ປະຊາກອນກຸ່ມເປົ້າ ໝາຍ ເຊິ່ງສັກເຂັມໜຶ່ງເທົ່າກັບ 82%, ສັກເຂັມ 2 ເທົ່າກັບ 66.5%, ສັກເຂັມ 3 ເທົ່າກັບ 21% ແລະ ສັກເຂັມ 4 ເທົ່າກັບ 0.4% ຂອງປະຊາກອນທົ່ວແຂວງ.

ຂໍ້ມູນຂ່າວ: ພຸດທະສອນ

error: Content is protected !!