ອຸດົມໄຊແຈ້ງຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານສັກລາຍ ແລະ ເຄື່ອນໄຫວບໍລິການສັກລາຍທຸກປະເພດ

ໃນວັນທີ 23 ຕຸລາ 2023 ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງອຸດົມໄຊ ຂໍຖືເປັນກຽດຢ່າງສູງ ແຈ້ງຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານສັກລາຍ ແລະ ເຄື່ອນໄຫວບໍລິການສັກລາຍທຸກປະເພດ ໃນຂອບເຂດທົ່ວແຂວງ ຢ່າງເດັດຂາດ; ຖ້າບຸກຄົນ, ນິຕິບຸກຄົນມີການເປີດຮ້ານໃຫ້ບໍລິການສັກລາຍຢູ່ບ້ານໃດ, ເມືອງໃດ ຂອງແຂວງອຸດົມໄຊ ກໍ່ໃຫ້ຢຸດຕິ ແລະ ປິດກິດຈະການດັ່ງກ່າວ ຢ່າງບໍ່ມີເງື່ອນໄຂ. ເພື່ອເປັນການປົກປັກຮັກສາຮີດຄອງປະເພນີຂອງ ປະຊາຊົນບັນດາເຜົ່າ ທັງເປັນການຊຸກຍູ້, ສົ່ງເສີມເອກະລັກວັດທະນະທໍາ ອັນດີງາມຂອງບັນດາເຜົ່າໃຫ້ຢູ່ຄູ່ຄົນລາວຕະຫຼອດໄປ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພຂອງສັງຄົມ ສາມາດຕິດຕາມ, ກວດກາ, ຄຸ້ມຄອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ຕາມກົດໝາຍໃຫ້ທັນກັບສະພາບການ.

ມອບໃຫ້ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ເປັນເຈົ້າການສົມທົບກັບຫ້ອງການ ສາລະນະສຸກເມືອງ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕິດຕາມ, ກວດກາ, ແກ້ໄຂ ແລະ ສະກັດກັ້ນການນໍາເຂົ້າອຸປະກອນສັກລາຍ, ສີ ຫຼື ນໍ້າຢາທີ່ນໍາໃຊ້ໃນການສັກລາຍທຸກປະເພດ ພ້ອມທັງຢຶດໄວ້ຫາກມີການກວດກາພົບເຫັນ ແລະ ປະຕິບັດມາດຕະການ ຕໍ່ຜູ້ລະເມີດ ຕາມລະບຽບ ກົດຫມາຍ,

error: Content is protected !!