ຊຸກຍູ້ຊາວກະສິກອນລ້ຽງສັດ ຂາຍເປັນສິນຄ້າ ຢູ່ເມືອງ ປາກກະດິງ

ທ່ານ ໃຈນຶກ ພະຄູນທອງ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ-ຊຸກຍູ້ຊາວກະສິກອນລ້ຽງສັດ ຂາຍເປັນສິນຄ້າ ຢູ່ເມືອງ ປາກກະດິງ ເມື່ອບໍ່ດົນມານີ້ ໂດຍການນຳພາທາງຂອງ ທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

ການລົງເຄື່ອນໄຫວຕິດຕາມ-ຊຸກຍູ້ຊາວກະສິກອນ ຊຶ່ງໄດ້ລົງພົບປະ ແລະ ມີກອງປະຊຸມຮ່ວມກັບຊາວກະສິກອນ ກຸ່ມລ້ຽງໝູ ຂາຍເປັນສິນຄ້າ ຢູ່ເຂດ 3 ບ້ານ ວຽງຄຳ, ໂດຍມີກຸ່ມລ້ຽງໝູຂາຍເປັນສິນຄ້າ ຢູ່ເຂດ 2 ທົ່ງນາມີ ເຂົ້າຮ່ວມນຳ, ກອງປະຊຸມໄດ້ປຶກສາຫາລືຮ່ວມກັນຫຼາຍບັນຫາ ແລະ ກໍໄດ້ຮັບເອົາຄຳສະເໜີຂອງຊາວກະສິກອນ ເພື່ອໄປປຶກສາຫາລືຮ່ວມກັບພາກສ່ວນທີ່ກ່ຽວຂ້ອງເພື່ອແກ້ໄຂຊ່ວຍ.

ຫຼັງຈາກນັ້ນ, ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງແຂວງ ພ້ອມດ້ວຍຄະນະ ກໍໄດ້ລົງຢ້ຽມຢາມເບິ່ງຟາມລ້ຽງຄວາຍແບບໃໝ່ຂອງ ທ່ານ ວຽງແກ້ວ ລາດຊະວົງ ຢູ່ບ້ານວຽງຄຳ, ຄອບຄົວດັ່ງກ່າວມີພື້ນຖານໃນການລ້ຽງສັດມາແຕ່ຕອນຍັງນ້ອຍ ເປັນມູນເຊື້ອມາແຕ່ພໍ່ແມ່ ຈຶ່ງຄິດຢາກລ້ຽງ ແລະ ໄດ້ຊື້ພໍ່ແມ່ພັນມາເລີ່ມຕົ້ນ 5 ໂຕ, ຜ່ານການລ້ຽງມາ 3 ປີ ຈຶ່ງໄດ້ຂະຫຍາຍເປັນຟາມນ້ອຍໆ ແລະ ຊື້ພໍ່ແມ່ພັນມາຕື່ມ ປັດຈຸບັນມີຄວາຍທັງໝົດ 40 ໂຕ. ໂດຍການລ້ຽງດ້ວຍເຟືອງເຄິ່ງມື້ ແລະ ປ່ອຍໃຫ້ກິນຫຍ້າ 3 ຊົ່ວໂມງຕໍ່ມື້.

ພ້ອມດຽວກັນ ກໍໄດ້ລົງສາທິດ ສອນວິທີການປະສົມພັນກົບ ແລະ ປະສົມພັນປາ ຢູ່ຟາມບ້ານຊ່ອນພັນໄຊ ຊຶ່ງໄດ້ມີຊາວກະສິກອນ ທີ່ມີຄວາມສົນໃຈເຂົ້າຮ່ວມຮ່ຳຮຽນສິບກ່ວາຄົນ. ໃນໂອກາດທີ່ລົງເຄື່ອນໄຫວຄັ້ງນີ້, ວິຊາການທີ່ກ່ຽວຂ້ອງຍັງໄດ້ແນະນຳການລ້ຽງໝູ, ລ້ຽງຄວາຍ, ລ້ຽງກົບ ແລະ ລ້ຽງປາ ເປັນຄວາມຮູ້ພື້ນຖານໃຫ້ແກ່ຊາວກະສິກອນຕື່ມອີກ.

(ຂໍ້ມູນຂ່າວ-ພາບ: ແສງທອງ)

error: Content is protected !!