ເຊເວັ່ນ ອີເລຟເວັ່ນສາຂາ ທຳອິດ ໃນ ສປປ.ລາວເປີດໃຫ້ບໍລິການແລ້ວໃນນະຄອນຫຼວງວຽງຈັນ

        ເຊເວັ່ນ ອີເລຟເວັ່ນ ສາຂາ ທຳອິດ ໃນ ສປປ.ລາວ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ເມື່ອວັນພະຫັດ ວັນທີ 7 ກັນຍາ 2023 ທີ່ຜ່ານມາ ຕັ້ງຢູ່ທີ່ຖະໜົນສຸພານຸວົງ ບ້ານໜອງປາໃນ ເມືອງສີໂຄດຕະບອງ ໃນນະຄອນຫຼວງວຽງຈັນ.

ໂດຍ ມີພິທີເປີດໃນຕອນເຊົ້າໄດ້ຮັບກຽດຈາກ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ.ລາວ ແລະ ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະລັດຖະທູດໄທ ແຫ່ງ ສປປ ລາວ ໃຫ້ກຽດເປັນປະທານຕັດລິບບິ້ນ ຮ່ວມກັບ ທ່ານ ໄຊໂຣດ ທິວັດໝັ້ນຈະເລີນ, Managing Director International  ບໍລິສັດ ຊີພີ ອໍລ໌ ຈໍາກັດ (ມະຫາຊົນ).

  ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມຊີພີ ອໍລ໌ ເຊິ່ງເຂົ້າມາເປັນໜຶ່ງໃນທາງເລືອກເພື່ອອຳນວຍຄວາມສະດວກໃຫ້ກັບປະຊາຊົນໂດຍການເປີດໃຫ້ບໍລິການ 24 ຊົ່ວໂມງ ນຳສະເໜີສິນຄ້າຫຼາຍກວ່າ 5,000 SKUs (Stock keeping unit) ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທຸກກຸ່ມ ເນັ້ນຄຸນນະພາບ, ມາດຕະຖານ ທັງສິນຄ້າອຸປະໂພກ, ບໍລິໂພກ ອາຫານສຳເລັດຮູບພ້ອມຮັບປະທານ ໂດຍສະເພາະສິນຄ້າທີ່ມີເອກະລັກສະເພາະທີ່ຮ້ານ ເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ ລວມເຖິງສິນຄ້າຍອດນິຍົມຕະຫຼອດການ ຕົວຢ່າງ Slurpee ແລະ ເຄື່ອງດື່ມທີ່ສາມາດໃຫ້ຊົງດື່ມໄດ້ເລີຍ All Café ເປັນຕົ້ນ.

ທ່ານ ໄຊໂຣດ ທິວັດໝັ້ນຈະເລີນ, Managing Director International ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ກ່າວວ່າ ແນວທາງການບໍລິຫານເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ຍຶດໝັ້ນນະໂຍບາຍ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ ຄື ສ້າງປະໂຫຍດໃຫ້ປະເທດຊາດ ປະຊາຊົນ ແລະ ອົງກອນ ດຳເນີນທຸລະກິດຢ່າງມີການປົກຄອງທີ່ດີ ເບິ່ງແຍງດູແລສັງຄົມ ແລະ ຊຸມຊົນຕາມການແກ້ໄຂບັນຫາ Giving and sharing” ນຳທຸລະກິດໄປສູ່ການເຕີບໃຫຍ່ຢ່າງຍືນຍົງ.

ເຊເວັ່ນ  ອີເລຟເວັ່ນ ຈະມຸ້ງໝັ້ນອຳນວຍຄວາມສະດວກໃຫ້ກັບຊຸມຊົນ ສ້າງຄວາມຜູກພັນກັບລູກຄ້າດ້ວຍສິນຄ້າ ແລະ ບໍລິການທີ່ເຕັມໄປດ້ວຍນະວັດຕະກຳ ໂດຍໃຫ້ຄວາມສຳຄັນກັບບຸກຄະລາກອນລູກຫຼານຄົນລາວເຂົ້າມາຮ່ວມທີມເສີມສັກກະຍະພາບ ຂັບເຄື່ອນທຸລະກິດເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນລາວຕັ້ງແຕ່ຕົ້ນ ແລະ ກ້າວຍ່າງໄປພ້ອມໆກັນຢ່າງໝັ້ນຄົງ ສ້າງວຽກງານ, ສ້າງອາຊີບ ພັດທະນາຊັບພະຍາກອນມະນຸດ ສົ່ງມອບໂອກາດໃຫ້ທຸລະກິດລາຍຍ່ອຍຂອງຄົນລາວຕະຫຼອດຫ່ວງໂສ້ອຸປະທານທີ່ກ່ຽວຂ້ອງກັບຮ້ານ ເຊເວັ່ນ  ອີເລຟເວັ່ນ ໂດຍຫວັງເປັນຢ່າງຍິ່ງວ່າ ຮ້ານ ເຊເວັ່ນ ອີເລຟເວັ່ນ ຈະເປັນຄວາມພູມໃຈໃນການຊ່ວຍຂັບເຄື່ອນເສດຖະກິດ ສັງຄົມທີ່ດີໃຫ້ຄົນລາວ ແລະ ປະເທດ ສປປ.ລາວ ຕໍ່ໄປ

error: Content is protected !!