3 ປະເທດຫຼັກໆທີ່ແຮງງານລາວອອກໄປເຮັດວຽກໄລຍະ 2ປີ ຜ່ານມາ

ນັບຕັ້ງແຕ່ປີ 2021 ຫາ ເຄິ່ງປີ 2023 ຫຼື ປະມານ 2 ປີເຄິ່ງ ທີ່ຜ່ານມາ ແຮງງານລາວໄປເຮັດວຽກ ຢູ່ຕ່າງປະເທດເກືອບ 1 ເເສນຄົນ ໂດຍ 3 ປະເທດຫຼັກ ທີ່ແຮງງານໄປອອກແຮງງານ ໄດ້ແກ່ ໄທ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຕະຫຼອດໄລຍະ 2 ປີເຄິ່ງ ລວມທັງໝົດ 90.806 ຄົນ ໃນ 3 ຂະແໜງການ ຄື: ຂະແໜງກະສິກໍາ 9.161 ຄົນ, ອຸດສາຫະກຳ 37.293 ຄົນ ແລະ ຂະແໜງບໍລິການ 44.352 ຄົນ.

ອີງຕາມບົດສະເໜີສະພາບການບໍລິການຈັດຫາງານ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ການບໍລິການຈັດຫາງານພາຍໃນປະເທດ ( 2021 – ເຄິ່ງປີ 2023 ) ຈຳນວນ 69.066 ຄົນ ( ຍິງ 30.417 ຄົນ ); ໃນນັ້ນ ຂະແໜງກະສິກຳ 7.758 ຄົນ, ອຸດສາຫະກຳ 37.449 ຄົນ ແລະ ຂະແໜງບໍລິການ 23.859 ຄົນ

ການຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທຳພາຍໃນປະເທດ 15.703 ຄົນ ( ຍິງ 5.902 ຄົນ ), ໃນນັ້ນຂະແໜງກະສິກຳ 2.317 ຄົນ, ຂະແໜງອຸດສາຫະກຳ 5.887 ຄົນ, ຂະແໜງບໍລິການ 7.499 ຄົນ. ສ່ວນການບໍລິການຈັດຫາງານໄປຕ່າງປະເທດ ( 2021 – ເຄິ່ງປີ 2023 ) ມີປະເທດໄທ, ສ.ເກົາຫຼີ, ຍີ່ປຸ່ນ ຈຳນວນ 90.806 ຄົນ ( ຍິງ 50.314 ຄົນ ), ໃນນັ້ນ ຂະແໜງກະສິກຳ 9.161 ຄົນ, ອຸດສາຫະກຳ 37.293 ຄົນ, ຂະແໜງບໍລິການ 44.352 ຄົນ.

ສ່ວນການຂຶ້ນທະບຽນຊອກວຽກເຮັດງານທຳຢູ່ຕ່າງປະເທດ ( ໄທ, ສ.ເກົາຫຼີ, ຍີ່ປຸ່ນ ) ຈຳນວນ 97.311 ຄົນ ( ຍິງ 51.062 ຄົນ ); ໃນ ນັ້ນ ຂະແໜງກະສິກຳ 12.949 ຄົນ, ອຸດສາຫະກຳ 40.777 ຄົນ, ຂະແໜງບໍລິການ 43.585 ຄົນ. ພ້ອມດຽວກັນນັ້ນ, ອະນຸມັດໂກຕານຳເຂົ້າແຮງງານຕ່າງປະເທດ ປະຕິບັດໄດ້ຈໍານວນ 145.049 ຄົນ ( ຍິງ 2.303 ຄົນ ); ໃນນີ້ ຂະແໜງກະສິກຳ 16.991 ຄົນ, ຂະແໜງອຸດສາຫະກຳ 76.090 ຄົນ ແລະ ຂະແໜງບໍລິການ ຈຳນວນ 51.968 ຄົນ

ທີ່ມາ:

https://www.laoedaily.com.la/2023/08/23/125556/…

error: Content is protected !!