ປະລິມານນໍ້າ ຍັງສືບຕໍ່ໄຫລຖ້ວມເມືອງອາດສະພັງທອງ ເປັນວົງກວ້າງ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໄດ້ລາຍງານຄວາມຄືບໜ້າ ສະພາບນ້ຳຖ້ວມ ຢູ່ຫລາຍບ້ານພາຍໃນເມືອງອາດສະພັງທອງ ມາຮອດວັນທີ 2 ສິງຫາ 2023 ເຫັນວ່ານໍ້າຍັງສືບຕໍ່ຖ້ວມ ແລະ ເພີ່ມທະວີຂຶ້ນເລື້ອຍໆ ໂດຍສົ່ງຜົນກະທົບໃຫ້ຫລາຍບ້ານ ທີ່ຢູ່ລຽບສາຍນໍ້າເຊຈໍາພອນ ໄດ້ໄຫລເຂົ້າຖ້ວມບ້ານເຮືອນ ພໍ່-ແມ່ປະຊາຊົນ, ສິ່ງຂອງເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງປູກຂອງຝັງເຊັ່ນ: ເຂົ້າ, ສວນຜັກ, ໜອງປາ ແລະ ສັດລ້ຽງ ເຊັ່ນ: ຄວາຍ, ງົວ, ໝູ, ແບ້, ເປັດ ແລະ ໄກ່ ລົ້ມຕາຍໄດ້ຢ່າງຕໍ່ເນື່ອງ ສ້າງຄວາມເສຍຫາຍຢ່າງໜັກ.

ປັດຈຸບັນ, ປະລິມານນໍ້າ ຍັງໄຫລຖ້ວມເປັນວົງກວ້າງອອກໄປເລື້ອຍໆ, ປັດຈຸບັນ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພຄັ້ງນີ້, ພວມຂຸ້ນຂ້ຽວຍ້າຍສິ່ງຂອງຮັບໃຊ້ ແລະ ສັດລ້ຽງ ໄປໄວ້ຢູ່ບ່ອນສູງ ເຊິ່ງຕົວເລກລາຍງານຫລ່າສຸດ ພົບວ່າ ບ້ານທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໄດ້ເພີ່ມຂຶ້ນຈາກມື້ວານນີ້ ( 1 ສິງຫາ 2023) ມີ: ບ້ານນານໍ້າທ່ຽງ, ສີວິໄລ, ພັງໂຮ, ນາໄລ່ໂຄກ, ດົງກຶມ, ດົງນາຂາມ ແລະ ບ້ານນາຄໍາໃຕ້. ສ່ວນລະດັບນໍ້າເຊຈໍາພອນ ຕອນເຊົ້າວັນທີ 2 ສິງຫາ 2023 ເວລາ 6:25 ແທກໄດ້ 11 ແມັດ.

ຕໍ່ສະພາບການດັ່ງກ່າວ, ການນໍາຂັ້ນເມືອງ ໄດ້ແຈ້ງເຕືອນໃຫ້ແກ່ປະຊາຊົນ ເປັນແຕ່ໄລຍະ,ປະ ຊາຊົນທີ່ຕັ້ງບ້ານເຮືອນໃກ້ແຄມສາຍເຊຈໍາພອນ ແລະ ສາຍຫ້ວຍຕ່າງໆ ບ່ອນທີ່ມີຄວາມສ່ຽງ ຈົ່ງມີສະຕິລະວັງຕົວ, ຮີບຮ້ອນຍ້າຍສິ່ງຂອງວັດຖຸທີ່ມີຄ່າ, ສັດລ້ຽງ ແລະ ໃຫ້ກະກຽມຄວາມພ້ອມ ຮັບມືຈາກໄພທໍາມະຊາດນໍ້າຖ້ວມ ໃນຄັ້ງນີ້ດ້ວຍ.

ຂ່າວ-ພາບ: ໂຢດນ້ອຍ ວັນທະຍາ

error: Content is protected !!