ຈະກໍ່ສ້າງໂຮງງານໄຟຟ້າພະລັງງານລົມ ຢູ່​ເມືອງ​ເຊ​ໂປນ ເພື່ອສົ່ງອອກໄປ ຫວຽດນາມ

ສປປ ລາວ ບັນລຸຂໍ້ຕົກລົງ Project Development Agreement (PDA) ຊຶ່ງແມ່ນໂຄງການກໍ່ສ້າງໂຮງງານໄຟຟ້າດ້ວຍພະລັງງານລົມ ໃນເນື້ອທີ່ 2.687 ເຮັກຕາ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ກັບ ບໍລິສັດຫຸ້ນສ່ວນການລົງທຶນ ເອເອັມໄອ ກວາງບິ່ງ (AMI) ໂດຍໄລຍະໜຶ່ງຈະມີກຳລັງການຜະລິດໄຟຟ້າ 187,2 ເມກາວັດ ຊຶ່ງຄາດວ່າ ຈະສຳເລັດໂຄງການທ້າຍປີ 2023 ແລະ ດຳເນີນການຜະລິດຢ່າງເປັນທາງການໃນໄຕມາດ 4 ປີ 2025 ເພື່ອສົ່ງອອກໄປ ສສ ຫວຽດນາມ.

ພິທີເຊັນສັນຍາໂຄງການດັ່ງກ່າວ ໄດ້ຈັດຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການລົງນາມລະຫວ່າງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຫງວຽນ ນາມ ຖັງ (Nguyen Nam Thang) ປະທານສະພາບໍລິຫານ ບໍລິສັດ (AMI) ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ; ທ່ານ ຫວຽນ ບ໋າ ຮຸ່ງ (Nguyen Ba Hung) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ; ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຫງວຽນ ນາມ ຖັງ ກ່າວວ່າ: ສັນຍາພັດທະນາໂຄງການ PDA ທີ່ໄດ້ຮ່ວມລົງນາມໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນທີ່ລັດຖະບານລາວ ທີ່ມີໃຫ້ ບໍລິສັດ ເອເອັມໄອ ກວາງບິ່ງ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຊຶ່ງນັບຕັ້ງແຕ່ມີການລົງນາມໃນບົດບັນທຶກຊ່ວຍຈໍາມາຮອດ​ປັດ​ຈຸ​ບັນ ກໍເປັນໄລຍະເວລາ 7 ເດືອນ ຖືວ່າແມ່ນສະຖິຕິໃໝ່ຊຶ່ງບໍ່ມີມາກ່ອນ ໃນການພັດທະນາໂຄງການພະລັງງານຢູ່ ສ​ປ​ປ ລາວ. ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານລົມແຫ່ງນີ້, ໄລຍະທີ 1 ຊຶ່ງມີກຳລັງການຜະລິດ 187,2 ເມກາວັດ (ສາມາດເພີ່ມຂຶ້ນເປັນ 252 ເມກາວັດ) ຈະເລີ່ມລົງມືກໍ່ສ້າງໃນໄຕມາດທີ 2 ປີ 2024 ແລະ ດຳເນີນການຜະລິດຢ່າງເປັນທາງການໃນໄຕມາດທີ 4 ຂອງປີ 2025. ໂຄງ​ການນີ້, ຖືເປັນການປະຕິບັດຕົວຈິງ, ເຫັນໄດ້ໝາກຜົນ ແລະ ຖືເປັນໂຄງການຕົວແບບ, ເປັນສິ່ງຢືນຢັນໃຫ້ເຫັນເຖິງການຮ່ວມມືພັດທະນາເສດຖະກິດ ລາວ-ຫວຽດນາມ ໃນໄລຍະໃໝ່.

ອີງໃສ່ບົດລາຍງານຄວາມເປັນໄປໄດ້ ໃນການຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮັບການອະນຸມັດຈາກ ກະຊວງພະລັງງານ ແລະ ບໍ່ແຮ່, ເພື່ອສົ່ງເສີມຄວາມຄືບໜ້າຂອງໂຄງການ ແລະ ບັນລຸໄດ້ເປົ້າໝາຍການສົ່ງອອກໄຟຟ້າໃຫ້ໄດ້ໃນໄຕມາດທີ 4 ປີ 2025, ບໍລິສັດ AMI ໄດ້ສະເໜີໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ສະຫະບໍລິສັດໄຟຟ້າຫວຽດນາມ ກ່ຽວກັບແຜນການເຊື່ອມເຄືອຂ່າຍ ແລະ ລົງ ທຶນຕິດຕັ້ງສາຍສົ່ງໄຟຟ້າແຮງສູງ 220 ກິໂລໂວນ ຄວາມຍາວປະມານ 40 ກິໂລ​ແມັດ ຈາກສະຖານີໄຟຟ້າ 220 ກິໂລໂວນຂອງໂຄງການ PDA ສະຫວັນນະເຂດ ໄປຫາສະຖານີໄຟຟ້າ 550 ກິໂລໂວນ ລາວບາວ ຂຶ້ນກັບເມືອງເຮືອງຮວາ ແຂວງກວາງຈິ ສສ ຫວຽດນາມ ໂດຍບໍລິສັດ ຈະເປັນເຈົ້າການໃນການຊົດເຊີຍ ແລະ ບຸກເບີກພື້ນທີ່ຂອງໂຄງການ, ໄດ້ຮັບສິດຄຸ້ມຄອງ ແລະ ພັດທະນາໂຄງການ ຮອດປີ 2030.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ກ່າວວ່າ: ລັດຖະບານລາວ ກຳລັງສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສຖະກິດ-ສັງຄົມ 5 ປີ (2021-2025) ໃນນັ້ນຂະແໜງພະລັງງານເປັນທ່າແຮງບົ່ມຊ້ອນຂອງ ສປປ ລາວ ຍ້ອນມີພູມສັນຖານທີ່ເອື້ອອຳນວຍແກ່ການພັດທະນາພະລັງງານເປັນຕົ້ນ: ພະລັງງານໄຟຟ້າຈາກນໍ້າ, ຈາກລົມ, ​ຈາກແສງຕາເວັນ ແລະ ອື່ນໆ. ເວົ້າສະເພາະການພັດທະນາພະລັງງານລົມ ມີຄວາມສອດຄ່ອງສອງ ເພື່ອຊຸກຍູ້ການພັດທະນາເສຖະກິດ-ສັງຄົມ ໂດຍສະເພາະການສ້າງບາດກ້າວຫັນປ່ຽນໃໝ່ ຕາມໂຄງການສ້າງເສດຖະກິດທີ່ທັນສະໄໝ, ມີຄຸນນະພາບ ຕາມທິດສີຂຽວ ຍືນຍົງ ຊຶ່ງສະເພາະໂຄງການນີ້ ກໍແມ່ນໜຶ່ງໃນໂຄງການທີ່ນອນຢູ່ໃນແຜນຂາຍໄຟຟ້າໃຫ້ ສສ ຫວຽດນາມ ໃນທ້າຍປີ 2025.

(ຂ່າວ: ສຸກສະຫວັນ, ພາບ-ຂໍ້ມູນ: AMI)

error: Content is protected !!