ປະຊາຊົນແຂວງເຊກອງ ໄດ້ຊົມໃຊ້ກະແສໄຟຟ້າແລ້ວກວມ 87%

ຕາມການລາຍງານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ ພະລັງງານ ແລະ ບໍ່ແຮ່ແຂວງ ກໍຄືລັດວິສາຫະກິດໄຟຟ້າລາວສາຂາເຊກອງ ໄດ້ເອົາໃຈໃສ່ຂະຫຍາຍລະບົບຕາຂ່າຍໄຟຟ້າອອກສູ່ຊົນນະບົດເຂດຫ່າງໄກສອກຫຼີກບ່ອນທີ່ມີເງື່ອນໄຂ; ຊຶ່ງປັດຈຸບັນ ມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານ 162 ບ້ານ ກວມເອົາ 81,41% ແລະ ມີຫຼັງຄາເຮືອນທີ່ໄດ້ໃຊ້ໄຟຟ້າແລ້ວ 18.876 ຫຼັງຄາເຮືອນ ກວມເອົາ 87,95% ຂອງຫຼັງຄາເຮືອນທັງໝົດ.

ປັດຈຸບັນ, ແຂວງເຊກອງ ມີແຫຼ່ງຜະລິດພະລັງງານໄຟຟ້າທີ່ດໍາເນີນການຜະລິດແລ້ວ 3 ແຫ່ງຄື: ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່, ເຂື່ອນໄຟຟ້າເຊກະໝານ 3 ແລະ ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ສາມາດຜະລິດພະລັງງານໄຟຟ້າໄດ້ 2.241,5 ກິໂລວັດໂມງ (KWh). ພ້ອມນີ້, ຍັງມີໂຄງການທີ່ດໍາເນີນການກໍ່ສ້າງ ແລະ ໃກ້ຈະສໍາເລັດຄື: ເຂື່ອນໄຟຟ້ານໍ້າອີມູນມີກໍາລັງຕິດຕັ້ງ 133 ເມກາວັດ, ເຂື່ອນໄຟຟ້າຫ້ວຍລະແງມີກໍາລັງຕິດຕັ້ງ 60 ເມກາວັດ ແລະ ໂຄງການກໍ່ສ້າງໄຟຟ້າພະລັງງານລົມ ມີກໍາລັງຕິດຕັ້ງ 600 ເມກາວັດ; ມີຕາຂ່າຍໄຟຟ້າຄວາມຍາວທັງໝົດ 1.407,69 ກິໂລແມັດ/ວົງຈອນ. ໃນນີ້, ຕາຂ່າຍ 22 Kv ຄວາມຍາວ 948,39 ກິໂລແມັດ/ວົງຈອນ; ຕາຂ່າຍ 12,7 Kv ຄວາມຍາວ 29,89 ກິໂລແມັດ/ວົງຈອນ; ຕາຂ່າຍ 0,23 Kv ຄວາມຍາວ 1,65 ກິໂລແມັດ/ວົງຈອນ ແລະ ລະບົບຕາຂ່າຍ 0,4 Kv ຄວາມຍາວ 427,76 ກິໂລແມັດ/ວົງຈອນ.

ທ່ານ ຂັນຕີ ສີລະວົງສາ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າແຂວງ ກໍຄືຂະແໜງການກ່ຽວຂ້ອງ ຈະສືບຕໍ່ຂະຫຍາຍຕາຂ່າຍໄຟຟ້າອອກສູ່ຊົນນະບົດຫ່າງໄກສອກຫຼີກ ແລະ ບ່ອນທີ່ມີເງື່ອນໄຂ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າລະບົບຖາວອນຢ່າງທົ່ວເຖິງໃນທົ່ວແຂວງ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າທີ່ໄດ້ຜ່ານຂັ້ນຕອນການສຳຫຼວດ ແລະ ກໍາລັງກໍ່ສ້າງໃຫ້ສໍາເລັດ ເພື່ອຜະລິດ ແລະ ຈໍາໜ່າຍກະແສໄຟຟ້າຕາມແຜນທີ່ກໍານົດໄວ້.

(ຂ່າວ-ພາບ: ສັນຍາ)

error: Content is protected !!