ບັນຫານໍ້າມັນຂາດປໍ້າຢູ່ ສະຫວັນນະເຂດ ມາຈາກຫລາຍສາເຫດ

ເມື່ອບໍ່ດົນມານີ້, ທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ກ່ຽວກັບບັນຫາລາຄາສູງຂຶ້ນ ແລະ ບາງປໍ້າ ແມ່ນຂາດນໍ້າມັນ ເຊິ່ງບັນຫາດັ່ງກ່າວແມ່ນເກີດຈາກຫລາຍສາເຫດ ເນື່ອງຈາກ ບັນຫາຄວາມຂັດແຍ່ງ ຂອງປະເທດທີ່ຜະລິດນໍ້າມັນລາຍໃຫຍ່ ທີ່ສົ່ງອອກທົ່ວໂລກຜະລິດໜ້ອຍລົງ ເຮັດໃຫ້ລາຄານໍ້າມັນດິບ ໃນຕະຫລາດໂລກມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ປະເທດທີ່ນໍາເຂົ້ານໍ້າມັນ ໄດ້ຮັບຜົນກະທົບ.

ພ້ອມນີ້, ອັດຕາຄ່າແລກປ່ຽນເງິນຕາເໜັງຕີງ ໃນແຕ່ລະວັນ ຈຶ່ງເຮັດໃຫ້ບັນຫາຄ່າຄອງຊີບ ກໍຄື ຄ່ານໍ້າມັນເຊື້ອໄຟສູງຂຶ້ນ ເຊິ່ງເປັນບັນຫາຫລັກທີ່ຈະຕ້ອງ ແກ້ໄຂຢ່າງຮີບດ່ວນ, ການນໍາເຂົ້າສິນຄ້າຈາກຕ່າງປະເທດມີຈຳນວນຫລາຍຂຶ້ນ ສົ່ງຜົນໃຫ້ມີຄວາມຕ້ອງການເງິນຕາຕ່າງປະເທດ ເປັນຈຳນວນຫລາຍ ໃນການຊໍາລະສະສາງ ເມື່ອມີຄວາມຕ້ອງການເງິນຕາສູງ ເງິນຕາຕ່າງປະເທດກໍຈະແຂງຄ່າຂຶ້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ, ອີກດ້ານໜຶ່ງແຫລ່ງເງິນຕາຕ່າງປະເທດ ໂດຍສະເພາະ ເງິນໂດລາ ທີ່ສະໜອງໃຫ້ແກ່ພາກທຸລະກິດ ໃນການຊື້ນໍ້າມັນເຂົ້າມາຈໍາໜ່າຍ ບໍ່ທ່ວງທັນຕາມຄວາມຕ້ອງການ ຈຶ່ງສົ່ງຜົນກະທົບ ຕໍ່ການນໍາເຂົ້ານໍ້າມັນເຊື້ອໄຟ ບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ການນໍາເຂົ້ານໍ້າມັນເຊື້ອໄຟມີຈໍານວນຫລົດລົງ ແຕ່ຄວາມຕ້ອງການຊົມໃຊ້ຍັງສູງ.

ພ້ອມກັນນີ້, ທ່ານ ປະດິດສິນ ຣາຊະມົນຕີ ຫົວໜ້າລັດວິສາຫະກິດ ນໍ້າມັນ ເຊື້ອໄຟ ລາວ ສາຂາແຂວງສະຫວັນນະເຂດ ຍັງແຈ້ງໃຫ້ຮູ້ອີກວ່າ: ການນໍາເຂົ້ານໍ້າມັນ ເຊື້ອໄຟໃນແຕ່ລະເດືອນ ແມ່ນຫລຸດລົງຫລາຍ ເຊິ່ງໃນເດືອນກຸມພາຫາເດືອນມີນາ ການນໍາເຂົ້າຫລຸດລົງ 18% ແລະ ມາຮອດເດືອນເມສາ ໄດ້ຫລຸດລົງ ເຖິງ 24%.

ສໍາລັບ, ບັນຫາການຂາຍນໍ້າມັນ ແບບເປັນແກ້ວ ເປັນຈຸດຕາມແຄມທາງ ແລະ ມີລາຄາທີ່ສູງນັ້ນ, ໜ່ວຍວິຊາສະເພາະຂອງພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ລົງຕິດຕາມ ແລະ ແກ້ໄຂໄປຕາມຂັ້ນຕອນແລ້ວ ເພື່ອບໍ່ໃຫ້ມີການສວຍໂອກາດ ໃນສະພາບທີ່ເປັນຢູ່ໃນປັດຈຸບັນ.

ຂໍ້ມູນຂ່າວ-ພາບ: ວິທະຍຸກະຈ່ານສຽງ ແຂວງ ສະຫວັນນະເຂດ

error: Content is protected !!