ປກສ ເມືອງຕົ້ນເຜີ້ງ ຢຶດຢາບ້າ 2.800.000 ເມັດ ໃນຄະນະກຳລັງຂົນຂຶ້ນຝັງນໍ້າຂອງ.

ເວລາປະມານ 23 ໂມງຂອງວັນທີ 29 ມິຖຸນາ 2023 ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮ່ວມກັບກອງກໍ່ສ້າງຮາກຖານ 918 ໄດ້ຢຶດຢາເສບຕິດ ປະເພດຢາບ້າ 2.800.000 ເມັດ ໃນຄະນະທີ່ກຳລັງຂົນຂື້ນຝັງນໍ້າຂອງ ພ້ອມກັກຕົວຜູ້ຖືກຫາໄດ້ 2 ຄົນ.

ຄະດີດັ່ງກ່າວ, ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫຼວດ ວິຊາສະເພາະ ກອງບັນຊາການ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສົມທົບກັບກອງກໍ່ສ້າງຮາກຖານ 198 ໄດ້ອອກກວດກາລາດຕະເວນຕາມລໍາແມ່ນໍ້າຂອງເຂດບ້ານສີບຸນ ເຮືອງ-ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ພໍເຄື່ອນໄຫວໄປຮອດເຂດບ້ານມ່ວງຄຳ ໄດ້ພົບເຫັນເຮືອກາບ ນ້ອຍຂີ່ຂ້າມນໍ້າຂອງຈາກແຕ່ປະເທດມຽນມາ ເຂົ້າມາຟັງລາວ ຈອດຢູ່ທ່າເຮືອບ້ານມ່ວງຄໍາ, ຈາກນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ຕິດຕາມ ໄດ້ພົບເຫັນກຸ່ມຄົນດັ່ງກ່າວ ກໍາລັງຂົນຢາເສບຕິດຂຶ້ນທ່າເຮືອດັ່ງກ່າວ ເຈົ້າໜ້າທີ່ຈິ່ງໄດ້ເຂົ້າຈັບກຸ່ມຄົນດັ່ງກ່າວ ແຕ່ກຸ່ມຄົນດັ່ງກ່າວແມ່ນໄດ້ເອົາຕົວຫຼົບໜີບາງຈຳນວນກໍໄດ້ຂີ່ເຮືອທີ່ຍັງມີຢາເສບຕິດຫຼົບໜີ.

ອີກຈຳນວນໜື່ງແມ່ນໄດ້ໜີເຂົ້າມາໃນເຮືອນຂອງປະຊາຊົນເຂດດັ່ງກ່າວ, ເຈົ້າໜ້າທີ່ໄດ້ນໍາເຂົ້າກວດ ຄົ້ນໃນຂອບເຂດເຮືອນ ທີ່ພວກກ່ຽວເຂົ້າລີ້ຊ້ອນ ຈິ່ງໄດ້ພົບເຫັນຜູ້ຊາຍ 2 ຄົນ ທີ່ລີ້ຢູ່ຂ້າງກຳແພງ ແລະ ໃນຫ້ອງນອນ ຈິ່ງກັກຕົວພວກກ່ຽວ ຊື່ ທ້າວ ຄຳແອນ ຫົງມະນີພອນ ອາຍຸ 22ປີ ຢູ່ບ້ານຢາງຄໍາ ເມືອງຕົ້ນເຜີ້ງ ແລະ ທ້າວ ດອນ ວັນໄຊ ອາຍຸ 22 ປີ ຢູ່ບ້ານມ່ວງຄໍາ ເມືອງຕົ້ນເຜີ້ງໄປສອບສວນຈະຫຍາຍຜົນ.

ຂອງກາງຢາເສບຕິດ ທີ່ຢຶດໄດ້ ມີປະເພດຢາບ້າຢູ່ຂອບເຂດເຮືອນຫັງດັ່ງກ່າວມີດັ່ງນີ້:

– ຢາບ້າຈຳນວນ 14 ເປົ້າ, ມີ 1400 ມັດ, ເທົ່າກັບ 2.800.000 ເມັດ.

– ໂທລະສັບຈຳນວນ 4 ໜ່ວຍ.

– ເງິນບາດຈໍານວນ 129.000 ບາດ

– ປື້ມບັນຊີເງິນຝາກຈຳນວນ 1 ຫົວ.

error: Content is protected !!