ກອງປະຊຸມສະໄໜສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ 2023 ເຊິ່ງຈະໄດ້ດຳເນີນໄປຈົນຮອດວັນທີ 18 ກໍລະກົດ 2023 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳພັກ-ລັດ, ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນ ເປັນຕົ້ນບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີກ່ຽວ ກັບການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ 6 ເດືອນຕົ້ນປີ ແລະ ສະເໜີທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023; ບົດລາຍງານຂອງລັດຖະບານ ກ່ຽວ ກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023; ທິດທາງແຜນການລົງທຶນຂອງລັດປະຈຳປີ 2024; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນ ການ 6 ເດືອນທ້າຍປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ- ການເງິນ; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະ ສາດການປົກປ້ອງສັງຄົມ; ບົດລາຍງານຂອງລັດຖະບານ ກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດຮອດປີ 2030; ບົດລາຍງານກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 4 ສະບັບ; ໃນນີ້ ຂົງເຂດສານປະຊາຊົນສູງສຸດ 2 ສະບັບຄື: ກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ ແລະ ຂົງເຂດຂອງອົງການໄອຍະການປະຊາຊົນສູງສຸດ 2 ສະບັບຄື: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ; ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ. ໃນນີ້, ມີກົດ ໝາຍສ້າງໃໝ່ 4 ສະບັບຄື: ຮ່າງກົດໝາຍ ວ່າດ້ວຍວຽກງານສາທາລະນະສຸກ, ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ, ຮ່າງກົດໝາຍວ່າດ້ວຍ ອາກອນທີ່ດິນ, ຮ່າງກົດໝາຍວ່າດ້ວຍ ເຍົາວະຊົນລາວ ແລະ ກົດໝາຍປັບປຸງ 6 ສະບັບຄື: ກົດໝາຍວ່າດ້ວຍທະນາຄານທຸລະກິດ, ກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ, ກົດໝາຍ ວ່າດ້ວຍສັດປ່າ, ກົດໝາາຍວ່າດ້ວຍ ການພີມຈໍາໜ່າຍ, ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແລະ ກົດ ໝາຍ ວ່າດ້ວຍ ສານທະຫານ. ພ້ອມທັງຮັບຟັງ ບົດລາຍ ງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໃນໄລຍະ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຫາ ເທື່ອທີ 5 ແລະ ທິດທາງແຜນການ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX. ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ພ້ອມທັງ ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິ ປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃນການສຸມໃສ່ຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບສ່ວນປະກອບຄຳເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດ-ມີຜົນ, ຮັດກຸມ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດ ຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຢ່າງແທ້ຈິງ.

error: Content is protected !!