ເປີດສູນວາງສະແດງວັດທະນະທຳລົດໄຟຢູ່ສະຖານີນະຄອນຫລວງວຽງຈັນ

ໃນວັນທີ 20 ມິຖຸນາ 2023, ໄດ້ມີພິທີເປີດສູນວາງສະແດງວັດທະນະທໍາລົດໄຟ ຢູ່ສະຖານີນະຄອນຫລວງວຽງຈັນຂອງທາງລົດໄຟລາວ-ຈີນຢ່າງເປັນທາງການ ໂດຍແມ່ນ ບໍລິສັດ CRRC ແລະ ບໍລິສັດທາງລົດໄຟລາວ-ຈີນ ເປັນຜູ້ຮ່ວມສັ້ງຕັ້ງ ແລະ ນັບແຕ່ມື້ນີ້ເປັນຕົ້ນໄປ, ສູນວາງສະແດງວັດທະນະທຳທາງລົດໄຟ ຈະຈັດການວາງສະແດງຢູ່ສະຖານີນະຄອນຫລວງວຽງຈັນ ເປັນເວລາ 30 ວັນ ໂດຍຈະມີລົດໄຟລົດລາງທີ່ທັນສະໄໝ 20 ກວ່າປະເພດ ທີ່ຜະລິດໂດຍບໍລິສັດ CRRC, ເປັນການສະແດງແບບລວມສູນຄັ້ງທໍາອິດຢູ່ລາວ ເພື່ອໃຫ້ຜູ້ໂດຍສານທັງຫລາຍສາມາດຮັບຊົມ ແລະ ສ້າງຄວາມເຂົ້າໃຈກ່ຽວກັບເຕັກນິກລົດໄຟ ທີ່ຫລາກຫລາຍ ແລະ ທັນສະໄໝ ໂດຍມີ ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຫລິວຫົງ ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ, ທ່ານ ຫວັງອ່ານ ອໍານວຍການປະຕິບັດບໍລິສັດ CRRC, ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍການໃຫຍ່ລັດວິສາຫະກິດລົດໄຟແຫ່ງຊາດລາວ, ທ່ານ ຖຽນແສຫົວ ປະທານບໍລິສັດ CRRC ຊິ່ງຕາວຊື້ຟ່າງ ຈໍາກັດ, ພ້ອມດ້ວຍບັນດາຜູ້ໂດຍສານຈາກ ສປປ ລາວ, ຜູ້ທີ່ມັກຮັກກ່ຽວກັບລົດໄຟ ຈາກປະເທດໄທ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນສູນວາງສະແດງ ມີຊັ້ນວາງສະແດງລົດໄຟແບບຕິດຝາ ຍາວ 12 ແມັດ ແລະ ສູງ 3 ແມັດກວ່າ, ເປັນສິ່ງດຶງດູດຜູ້ຄົນທີ່ຍ່າງຜ່ານ, ເຊິ່ງລົດໄຟ ທີ່ນໍາມາວາງສະແດງປະກອບມີ: “ຂະບວນລ້ານຊ້າງ” EMU ຂອງທາງລົດໄຟລາວ-ຈີນ, ຂະບວນລົດໄຟຄວາມໄວສູງຂອງທາງລົດໄຟດ່ວນຈາກາຕາ-ບັນດຸງ, ຂະບວນລົດໄຟແມ່ເຫລັກແບບລອຍກາງອາກາດ ຄວາມໄວສູງ 600 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງເປັນພາຫະນະຄົມມະນາຄົມເທິງໜ້າດິນຂະໜາດໃຫຍ່ທີ່ໄວທີ່ສຸດ, “ຂະບວນ ຟູ້ຊີ່ງ” ຄວາມໄວ 350 ກິໂລແມັດ/ຊົ່ວໂມງ, ເປັນລົດໄຟດ່ວນທຸລະກິດທີ່ມີຄວາມໄວສູງທີ່ສຸດໃນໂລກ, ລົດໄຟໃຕ້ດິນທີ່ຂັບອັດຕະໂນມັດ 100%, ລົດໄຟອັດສະລິຍະລະຫວ່າງຕົວເມືອງ, ລົດໄຟແບບຫ້ອຍກາງອາກາດ ແລະ ອື່ນໆ.

ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ ໄດ້ມີຄຳເຫັນວ່າ: ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໄດ້ເຮັດໃຫ້ປະເທດລາວ ກ້າວເຂົ້າສູ່ຍຸກສະໄໝແຫ່ງຂະບວນລົດໄຟ EMU, ປັດຈຸບັນນີ້ “ຂະບວນລ້ານຊ້າງ” ໄດ້ກາຍເປັນ “ນາມບັດ” ຫລື ເປັນສິ່ງເອກອ້າງຂອງລາວ, ເປັນກຳລັງແຮງປະກອບສ່ວນເຂົ້າໃນການພັດທະນາດ້ານເສດຖະກິດ-ສັງຄົມ ຂອງສອງປະເທດ ລາວ ແລະ ຈີນ ແລະ ເປັນສັນຍາລັກດ້ານມິດຕະພາບຂອງສອງປະເທດລາວ-ຈີນ. ການທີ່ບໍລິສັດ CRRC ຈັດກິດຈະກໍາວາງສະແດງວັດທະນະທໍາທາງລົດໄຟ ທີ່ສະຖານີນະ ຄອນຫລວງວຽງຈັນ ໄດ້ສະແດງໃຫ້ເຫັນເຖິງເຕັກນິກຜະລິດລົດໄຟລົດລາງແບບທັນສະໄໝໃນໂລກ, ປະຊາຊົນລາວສາມາດສຳຜັດກັບເຕັກນິກລົດໄຟລົດລາງ ແລະ ວັດທະນະທຳລົດໄຟທີ່ທັນສະໄໝແບບໃກ້ໆ. ພ້ອມນີ້ ທ່ານນາງ ວິໄລຄຳ ໂພສາລາດ ຍັງໄດ້ສະແດງຄວາມຫວັງວ່າ ທາງລົດໄຟລາວ-ຈີນ ຈະພັດທະນາຢ່າງຮຸ່ງເຮືອງ ແລະ ມີວິສາຫະກິດຈີນ ນັບມື້ນັບເພີ່ມຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາກິດຈະການທາງລົດໄຟຂອງລາວ ໂດຍການໝູນໃຊ້ທ່າແຮງຂອງຕົນທາງດ້ານເຕັກນິກ ແລະ ການບໍລິຫານ.

ທ້າວ ລາສີ ທຳມະວົງສາ ນັກສຶກສາປີ 4 ມະຫາວິທະຍາໄລແຫ່ງຊາດລາວ ໄດ້ກ່າວວ່າ: “ນີ້ເປັນເທື່ອທໍາອິດທີ່ໄດ້ເຫັນລົດໄຟທັນສະໄໝຫລາຍປະເພດ ຮູ້ສຶກວ່າໄດ້ຕື່ນຕາຕື່ນໃຈ” ເຊິ່ງເຮັດໃຫ້ເຮົາໄດ້ຮັບຮູ້ກ່ຽວກັບລົດໄຟແຕ່ລະປະເພດຫລາຍຂຶ້ນ.

ຄົນໄທ (QiuWenbin) ເຊິ່ງເປັນຜູ້ທີ່ມັກຮັກກ່ຽວກັບລົດໄຟ ທີ່ເດີນທາງມາຈາກປະເທດໄທ ເພື່ອມາຊົມ ສູນວາງສະແດງວັດທະນະທຳທາງລົດໄຟ ໄດ້ກ່າວວ່າ: ລາວໄດ້ມາທ່ອງທ່ຽວຢູ່ ສປປ ລາວ ແລະ ໄດ້ນັ່ງລົດໄຟ “ຂະບວນລ້ານຊ້າງ” ແລ້ວຫລາຍຄັ້ງ, ອຸປະກອນຕ່າງໆໃນລົດໄຟທັນສະໄໝຫລາຍ, ຕູ້ລົດໄຟນັ່ງສະບາຍຫລາຍ, ໄດ້ສ້າງຄວາມປະທັບໃຈແກ່ຕົນເອງຢ່າງເລິກເຊິ່ງ ແລະ ຫວັງວ່າປະເທດໄທ ກໍຈະມີລົດໄຟທັນສະໄໝໃນໄວໆນີ້.

“ຂະບວນລ້ານຊ້າງ” EMU ໃນເສັ້ນທາງລົດໄຟລາວ-ຈີນ ໄດ້ຜະລິດໂດຍບໍລິສັດ CRRC ພາຍໃຕ້ການຈັດຕັ້ງຂອງບໍລິສັດທາງລົດໄຟລາວ-ຈີນ ເຊິ່ງຂະບວນລົດໄຟດັ້ງກ່າວໄດ້ອອກແບບສະເພາະ ໂດຍອີງຕາມສະ ພາບແວດລ້ອມທາງທຳມະຊາດຂອງລາວ, ເງື່ອນໄຂດ້ານສະພາບເສັ້ນທາງ ແລະ ວັດທະນະທຳທ້ອງຖິ່ນ, ຄວາມໄວສູງສຸດໃນການແລ່ນລົດໄຟແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ, ມີຈຸດພິເສດຕ່າງໆເຊັ່ນ: ມີເຕັກນິກທີ່ທັນສະໄໝ, ມີຄວາມປອດໄພ ແລະ ເຊື່ອຖືໄດ້, ສາມາດບັນຈຸຜູ້ໂດຍສານຈໍານວນຫລາຍ ແລະ ນັ່ງໄດ້ສະບາຍ.

ທ່ານ ວົງທອງ ສຸພັນທອງ ຮອງຫົວໜ້າວິສະວະກອນໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ໃຫ້ຮູ້ວ່າ: “ຂະບວນລ້ານຊ້າງ” EMU ໄດ້ດໍາເນີນການມາເປັນເວລາໜຶ່ງປີກວ່າ, ດ້ວຍຈຸດພິເສດທີ່ປອດໄພ, ສະດວກວ່ອງໄວ, ສະອາດ ແລະ ນັ່ງໄດ້ສະບາຍ, ເຮັດໃຫ້ລົດໄຟໄດ້ຮັບຄວາມນິຍົມຫລາຍຈາກປະຊາຊົນລາວ, ເປັນວິທີເດີນທາງລຳດັບທຳອິດຂອງຄົນທັງຫລາຍ ໃນເວລາຕ້ອງການຈະອອກເດີນທາງ. ມາຮອດປັດຈຸບັນນີ້, ຂະບວນລົດ ໄຟ ໄດ້ແລ່ນຢ່າງປອດໄພເປັນເວລາ 563 ມື້, ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 2.631.800 ເທື່ອຄົນ.

ທ່ານ ຫວັງອ່ານ ອຳນວຍການປະຕິບັດຂອງ ບໍລິສັດ CRRC ໄດ້ມີຄໍເຫັນວ່າ: “ຂະບວນລ້ານຊ້າງ” ເປັນຜົນສຳເລັດດ້ານການຮ່ວມມືມິດຕະພາບລະຫວ່າງຈີນ ແລະ ລາວ, ຫວັງວ່າ “ສູນວາງສະແດງວັດທະນະທຳທາງລົດໄຟ” ຈະເປັນຕົວເຊື່ອມສາຍສຳພັນ, ສະແດງໃຫ້ເຫັນເຖິງຜົນສຳເລັດດ້ານການຮ່ວມມືລະຫວ່າງຈີນ ແລະ ລາວ ໃຫ້ດີຂຶ້ນກວ່າເກົ່າ, ດຶງດູດໃຫ້ປະຊາຊົນສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ຜະລິດຕະພັນຄົມມະນາຄົມລະບົບລາງແລະ ວັດທະນະທຳລົດໄຟ, ເພີ່ມພູນຄູນສ້າງການແລກປ່ຽນ ແລະ ມິດຕະພາບລະຫວ່າງປະຊາຊົນສອງຊາດ. ໃນຖານະເປັນຜູ້ຜະລິດອຸປະກອນຄົມມະນາຄົມລະບົບລາງ, ບໍລິສັດ CRRC ຍຶດໝັ້ນມະໂນພາບທີ່ຕັ້ງໝັ້ນໃນທ້ອງ ຖິ່ນ ແລະ ປະກອບສ່ວນເຂົ້າໃນທ້ອງຖິ່ນ, ຈະຮັບໃຊ້ເສັ້ນທາງລົດໄຟລາວ-ຈີນ, ການພັດທະນາຂອງເສດຖະກິດ-ສັງຄົມຂອງລາວ ກໍຄື ປະຊາຊົນລາວໃຫ້ດີສະເໝີຕົ້ນສະເໝີປາຍ.

ບໍລິສັດ CRRC ເປັນຜູ້ສະໜອງອຸປະກອນຄົມມະນາຄົມລະບົບລາງ ຂະໜາດໃຫຍ່ ແລະ ມີອຸປະກອນຫລາຍປະເພດ ແລະ ກໍາໄດ້ເຕັກໂນໂລຊີໃນແຖວນໍາໜ້າຂອງໂລກ, ສູນວາງສະແດງວັດທະນະທຳລົດໄຟທີ່ສ້າງຕັ້ງຂຶ້ນໃນສະຖານີນະຄອນຫລວງວຽງຈັນ ຂອງທາງລົດໄຟລາວ-ຈີນ ເປັນສູນວາງສະແດງວັດທະນະທຳລົດໄຟ ທຳອິດທີ່ບໍລິສັດ CRRC ໄດ້ສ້າງຕັ້ງຂຶ້ນໃນທົ່ວໂລກ, ເປັນປ່ອງຢ້ຽມສໍາລັບການວາງສະແດງເຕັກນິກ ແລະ ວັດທະນະທຳກ່ຽວກັບຄົມມະນາຄົມລະບົບລາງ ໃຫ້ແກ່ປະຊາຊົນ ແລະ ໄດ້ກ່າຍຂົວຕໍ່ທີ່ສໍາຄັນສໍາລັບການແລກປ່ຽນວັດທະນະທໍາລົດໄຟລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ.

error: Content is protected !!