ລາຍໄດ້ຈາກພາສີໃນສົກປີງົບປະມານ 2022-2023 ຂອງຍີ່ປຸ່ນ ເພີ່ມສູງຂຶ້ນ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ກະຊວງການເງິນຂອງຍີ່ປຸ່ນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ລາຍໄດ້ຈາກພາສີຂອງຍີ່ປຸ່ນໃນສົກປີງົບປະມານ 2022-2023 ຊຶ່ງສິ້ນສຸດເມື່ອເດືອນມີນາຜ່ານມາ ມີທ່າອ່ຽງສູງທີ່ສຸດເປັນປະຫວັດສາດຕິດຕໍ່ກັນເປັນປີທີ 3 ແລະ ອາດຈະສູງເຖິງລະດັບ 70 ລ້ານໆເຢນເປັນຄັ້ງທຳອິດ.

ບົດລາຍງານລະບຸວ່າ ລາຍໄດ້ຈາກພາສີຂອງສົກປີງົບປະມານ 2022-2023 (ເດືອນເມສາ 2022 – ມີນາ 2023) ເພີ່ມຂຶ້ນ 8,1% ຈາກສົກປີກ່ອນໜ້າ ຢູ່ທີ່ 61,53 ລ້ານໆເຢນ ຊຶ່ງຫຼາຍທີ່ສຸດເທົ່າທີ່ເຄີຍມີມາ, ອີກຢ່າງໜຶ່ງ ໂຕເລກລາຍໄດ້ຈາກພາສີທັງໝົດຍັງບໍ່ທັນໄດ້ສະຫຼຸບອອກມາ ເນື່ອງຈາກບໍລິສັດຈຳນວນຫຼາຍທີ່ສະຫຼຸບງົບປະມານການເງິນປະຈຳປີຍັງຄົງຢູ່ໃນລະຫວ່າງການຊຳລະພາສີທັງໝົດ.

ບົດລາຍງານລະບຸຕື່ມວ່າ ລາຍໄດ້ຈາກພາສີມີທ່າອ່ຽງເພີ່ມຂຶ້ນ ສະທ້ອນໃຫ້ເຫັນເຖິງການເພີ່ມຂຶ້ນຂອງລາຍໄດ້ຈາກພາສີທີ່ກ່ຽວກັບການບໍລິໂພກທ່າມກາງພາວະລາຄາສິນຄ້າເພີ່ມຂຶ້ນ ແລະ ບໍລິສັດຕ່າງໆຊຳລະພາສີລາຍໄດ້ເພີ່ມຂຶ້ນ ຂະນະທີ່ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເລີ່ມຜ່ອນຄາຍລົງ.

error: Content is protected !!