ອັດຕາເງິນເຟີ້ ຕວັກກີ ຫຼຸດລົງຕ່ຳກວ່າ 40%

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 5 ມິຖຸນາ ຜ່ານມາ, ສຳນັກງານສະຖິຕິແຫ່ງຊາດຂອງ ຕວັກກີ ໄດ້ເປີດເຜີຍບົດລາຍງານອັດຕາເງິນເຟີ້ຂອງປະເທດປະຈຳເດືອນພຶດສະພາຜ່ານມາ ຢູ່ທີ່ລະດັບ 39,6% ເມື່ອທຽບກັບໄລຍະເວລາດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນພຽງ 0,04% ເມື່ອທຽບກັບສະຖິຕິຂອງເດືອນເມສາ ຖືວ່າເປັນລະດັບທີ່ຄົງຕົວ ແລະ ເປັນຄັ້ງທຳອິດໃນຮອບ 16 ເດືອນທີ່ສະຖິຕິເງິນເຟີ້ຂອງຕວັກກີມີລະດັບຕ່ຳກວ່າ 40%.

ສະຖິຕິດັ່ງກ່າວໄດ້ຮັບການເປີດເຜີຍ ຫຼັງຈາກທ່ານ ເຣເຊບ ເທຢິບ ເອີໂດກັນ ປະທານາທິບໍດີ ຕວັກກີ ຊະນະການເລືອກຕັ້ງ ແລະ ສາບານຕົນຮັບຕຳແໜ່ງເປັນສະໄໝທີສາມຕິດຕໍ່ກັນ ເມື່ອທ້າຍອາທິດຜ່ານມາ. ທັງນີ້, ອັດຕາເງິນເຟີ້ຂອງຕວັກກີ ຢູ່ທີ່ລະດັບ 85% ໃນໄລຍະລະດູໃບໄມ້ຫຼົ່ນຂອງປີ 2022 ກ່ອນທີ່ຈະຫຼຸດລົງຕາມລຳດັບນັບຕັ້ງແຕ່ເດືອນພະຈິກຜ່ານມາ.

error: Content is protected !!