ປີນີ້ ແຂວງເຊກອງ ຈະສູ້ຊົນ​ຜະລິດ​ເຂົ້າໃຫ້ໄດ້ 49.114 ໂຕນ

ທ່ານ ເສີມສີ ສຸລິຕະ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ເປີດເຜີຍຕໍ່ສື່ມວນຊົນທ້ອງຖິ່ນເມື່ອບໍ່ດົນນີ້ວ່າ: ໃນປີ 2023 ແຂວງ​​ເຊ​ກອງ ຈະສູ້ຊົນຜະລິດເຂົ້າເປືອກລວມໃຫ້ໄດ້ທັງໝົດ 49.114 ໂຕນ ໃນເນື້ອທີ່ 12.189 ເຮັກຕາ. ໃນນີ້, ການຜະລິດເຂົ້ານາງແຊງໃຫ້ໄດ້ 3.437 ໂຕນ ໃນເນື້ອທີ່ 825 ເຮັກຕາ ແລະ ຜະລິດເຂົ້ານາປີ 42.956 ໂຕນ ໃນເນື້ອທີ່ 9.929 ເຮັກຕາ, ສະເລ່ຍເຂົ້າກິນໃຫ້ໄດ້ 351 ກິໂລເຂົ້າເປືອກຕໍ່ຄົນຕໍ່ປີ.

ທ່ານ ເສີມສີ ສຸລິຕະ ກ່າວຕື່ມວ່າ: ໃນປີ 2022 ຜ່ານມາ ແຂວງເຊກອງ ສາມາດຜະລິດເຂົ້າໄດ້ທັງໝົດ 41.591 ໂຕນ ໃນເນື້ອທີ່ 11.143 ເຮັກຕາ ທຽບໃສ່ແຜນປີເທົ່າກັບ 99,41%, ສະເລ່ຍເຂົ້າກິນໄດ້ 288 ກິໂລຕໍ່ຄົນຕໍ່ປີ ເມື່ອທຽບໃສ່ມາດຖານການບໍລິໂພກເຂົ້າ (234 ກິໂລຕໍ່ຄົນຕໍ່ປີ) ເຫັນວ່າ ມີເຂົ້າເຫລືອກິນ 10.087 ໂຕນ; ການຜະລິດສະບຽງອາຫານເພື່ອບໍລິໂພກພາຍໃນ ແລະ ປ້ອນໂຮງງານປຸງແຕ່ງອຸດສາຫະກໍາປະຕິບັດໄດ້ 5.373 ເຮັກຕາ ຜົນຜະລິດ 41.011 ໂຕນ ທຽບໃສ່ແຜນເທົ່າກັບ 83%. ໃນນີ້, ຜັກກິນໃບປະຕິບັດໄດ້ 1.254 ເຮັກຕາ ຜົນຜະລິດ 8.032 ໂຕນ, ຜັກກິນໝາກ 1.619 ເຮັກຕາ ຜົນຜະລິດ 11.532 ໂຕນ, ຜັກກິນຫົວ 728 ເຮັກຕາ ຜົນຜະລິດ 9.307 ໂຕນ ແລະ ໄມ້ກິນໝາກປະຕິບັດໄດ້ 1.771 ເຮັກຕາ, ຜົນຜະລິດ 12.139 ໂຕນ; ການປູກພືດເປັນສິນຄ້າ ປະກອບມີ: ມັນຕົ້ນທາດແປ້ງ 13.048 ເຮັກຕາ, ຜົນຜະລິດ 275.092 ໂຕນ, ກາເຟ 10.182 ເຮັກຕາ, ເນື້ອທີ່ໃຫ້ໝາກ 8.064 ເຮັກຕາ ຜົນຜະລິດ 33.093 ໂຕນ, ກ້ວຍ 601 ເຮັກຕາ ຜົນຜະລິດ 10.263 ໂຕນ, ສາລີຫວານ 43 ເຮັກຕາ ຜົນຜະລິດ 197 ໂຕນ, ໄມ້ກິນໝາກຕ່າງໆ 1.535 ເຮັກຕາ ຜົນຜະລິດ 13.969 ໂຕນ, ຜັກກາດຫໍ່ 351 ເຮັກຕາ ຜົນຜະລິດ 12.618 ໂຕນ, ຜັກກະລໍ່າປີ 533 ເຮັກຕາ ຜົນຜະລິດ 36.747 ໂຕນ, ໂສມ 112 ເຮັກຕາ ຜົນຜະລິດ 245 ໂຕນ ແລະ ພືດສິນຄ້າອື່ນໆ 1.242 ເຮັກຕາ ຜົນຜະລິດ 6.096 ໂຕນ.

ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໃຫ້ຮູ້ຕື່ມວ່າ: ທົ່ວແຂວງມີຟາມລ້ຽງສັດທັງໝົດ 17 ຟາມ ໃນນີ້, ມີຟາມລ້ຽງງົວ 3 ຟາມ, ລ້ຽງໝູ 4 ຟາມ, ແບ້ 1 ຟາມ, ສັດປີກ 4 ຟາມ ແລະ ລ້ຽງປາ 5 ຟາມ. ອັນພົ້ນເດັ່ນ ແມ່ນໄດ້ລິເລີ່ມໂຄງການລ້ຽງງົວນົມແບບເປັນຟາມແຫ່ງທໍາອິດຢູ່ແຂວງເຊກອງ ຊຶ່ງປັດຈຸບັນແມ່ນຢູ່ໃນຂັ້ນຕອນການວາງແຜນນໍາເຂົ້າກົນຈັກ ແລະ ນໍາເຂົ້າງົວ ຄາດຄະເນວ່າ ຈະຜະລິດນົມ ແລະ ຈໍາໜ່າຍໃນປີ 2025. ທັງໝົດເຫລົ່ານີ້ ຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງ.

ຂ່າວ-ພາບ: ສັນຍາ

error: Content is protected !!