ຫຼວງພະບາງ ສົ່ງອອກແຮ່ເຫຼັກ 3 ແສນກວ່າໂຕນ ໄປຍັງ ສປ ຈີນ.

ທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ມີບັນດາໂຄງການທີ່ໄດ້ຮັບອະນຸຍາດ ຈໍານວນ 13 ບໍລິສັດ, ມີ 16 ກິດຈະການ, ມີເນື້ອທີ່ສໍາປະທານທັງໝົດ 1.347,77 ກມ2 ຄື: ຊອກຄົ້ນແຮ່ທາດ 03 ກິດຈະການ; ສໍາຫຼວດແຮ່ທາດ 07 ກິດຈະການ; ຂຽນບົດວິພາກເສດຖະກິດ-ເຕັກນິກ 03 ກິດຈະການ; ຂຸດຄົ້ນ-ປຸງແຕ່ງແຮ່ທາດ 03 ກິດຈະການ.

ໃນນັ້ນ, ຂຸດຄົ້ນແຮ່ຄໍາໄດ້ 101.609 ໂຕນ, ທຽບໃສ່ແຜນການປະຕິບັດໄດ້ 99,39%; ປຸງແຕ່ງແຮ່ຄໍາໄດ້ 106.331,06 ໂຕນ, ທຽບໃສ່ແຜນການເຫັນວ່າປະຕິບັດໄດ້ລື່ນແຜນການ 4% ເນື່ອງຈາກວ່າໄດ້ເອົາແຮ່ທີ່ຄ້າງສະໜາມມາປຸງແຕ່ງເພີ່ມ; ໃນນີ້ມີແຮ່ຄໍາສະເລ່ຍ 3 ກຼາມ/ໂຕນ ແລະ ຫຼອມໂລຫະຄໍາໄດ້ 28 ແທ່ງ, ນໍ້າໜັກ 273.500 ກຼາມ.

ຜະລິດແຮ່ອະໂລຫະໄດ້ຈໍານວນ 366.061 ແມັດກ້ອນ, ປະຕິບັດໄດ້ 78,55% ຂອງແຜນການ, ແລະ ຈໍາໜ່າຍໄດ້ 207.645 ແມັດກ້ອນ, ປະຕິບັດໄດ້ 30,41% ຂອງແຜນການ, ສາເຫດທີ່ການຜະລິດ ແລະ ການຈໍາໜ່າຍ ບໍ່ໄດ້ຕາມແຜນການ ເນື່ອງຈາກວ່າມີບາງບໍລິສັດໄດ້ສະເໜີຂໍຢຸດກິດຈະການຊົ່ວຄາວ ແລະ ບໍ່ໄດ້ດໍາເນີນການຂຸດຄົ້ນ.

ນອກຈາກນີ້, ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ການສົ່ງອອກແຮ່ເຫຼັກ ເພື່ອໄປຈໍາໜ່າຍຢູ່ ສປ ຈີນ ຂອງບັນດາບໍລິສັດຕ່າງໆ, ໂດຍຜ່ານສະຖານີລົດໄຟຫຼວງພະບາງ ໄດ້ຈໍານວນທັງໝົດ 344.793,90 ໂຕນ, ໃນນີ້ມີແຮ່ເຫຼັກ 341.787,09 ໂຕນ ແລະ ແຮ່ຫາຍາກ 3.006,81 ໂຕນ.

ທີ່ມາ: ຂ່າວສານຫຼວງພະບາງ

error: Content is protected !!