ໄພແຫ້ງແລ້ງ ສົ່ງຜົນໃຫ້ການຜະລິດເຂົ້ານາປີຂອງເມືອງເງິນ ຊັກຊ້າ

ຫຼັງຈາກທີ່ເກັບກູ້ຜົນຜະລິດລະດູແລ້ງສຳເລັດແລ້ວ, ຊາວກະສິກອນເມືອງເງິນ ກຳລັງຂຸ້ນຂ້ຽວກະກຽມໃສ່ການຜະລິດລະດູຝົນ ໂດຍສະເພາະແມ່ນການປູກເຂົ້ານາປີ ຊຶ່ງປັດຈຸບັນ ຊາວກະສິກອນກຳລັງຂຸ້ນຂ້ຽວຕົກກ້າ ແຕ່ກໍຖືວ່າຊັກຊ້າ ເນື່ອງຈາກໄພແຫ້ງແລ້ງ ຝົນຕົກບໍ່ສະໝໍ່າສະເໝີ (ຕົກບໍ່ຖືກຕາມລະດູການ).

ທ່ານ ນາງ ສຸລິລັດ ສີພັກດີ ຫົວໜ່ວຍງານປູກຝັງ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງເງິນ ແຂວງ ໄຊຍະບູລີ ເປີດເຜີຍຕໍ່ສື່ມວນຊົນທ້ອງຖິ່ນໃນວັນທີ 5 ມິຖຸນາ ນີ້ ໄດ້ໃຫ້ຮູ້ວ່າ: ປີ 2023 ເມືອງເງິນ ຈະສຸມໃສ່ປູກເຂົ້ານາປີ ໃຫ້ບັນລຸໃນເນື້ອທີ່ 720 ຮຕ, ຊຶ່ງມາຮອດປັດຈຸບັນນີ້ ຊາວກະສິກອນ ຢູ່ເມືອງເງິນ ພວມຂຸ້ນຂ້ຽວຕົກກ້າ ສໍາເລັດແລ້ວ 45% ຄາດວ່າການຕົກກ້າ ຂອງຊາວກະສິກອນ ຈະໃຫ້ສໍາເລັດໃນກາງເດືອນມິຖຸນາ 2023 ນີ້. ແຕ່ການລົງມືຜະລິດລະດູຝົນປີນີ້ ຖືວ່າ ຊັກຊ້າ ເນື່ອງຈາກຝົນຕົກບໍ່ສະໝໍ່າສະເໝີ.

ສ່ວນເຂົ້າທີ່ນໍາມາປູກໃນປີນີ້, ສ່ວນຫຼາຍເປັນເຂົ້າດໍ ແລະ ເປັນພັນພື້ນບ້ານ ທີ່ເຄີຍນິຍົມໃຊ້, ເປັນຕົ້ນແມ່ນເຂົ້າລີ້ນົກ, ເຂົ້າຕາກົບ, ເຂົ້າຕາຂຽວ, ເຂົ້າທ່າດອກຄໍາໜຶ່ງ ແລະ ດອກຄໍາສອງ, ຖ້າທຽບໃສ່ປີຜ່ານມາ ການຕົກກ້າ ຂອງຊາວກະສິກອນ ແມ່ນຫຼ້າຊ້າຫຼາຍ, ຍ້ອນໄພແຫ້ງແລ້ງ ຝົນຕົກບໍ່ສະໝໍ່າສະເໝີ ແລະ ບໍ່ໄປຕາມລະດູການ, ເຮັດໃຫ້ຕົ້ນກ້າຈຳນວນໜື່ງແຫ້ງຕາຍ, ໃນຂະນະທີ່ ການກະກຽມດິນ, ໄຖຮູດຮອບໜຶ່ງສໍາເລັດ 40% ແລະ ການປັກດໍາສໍາເລັດພຽງແຕ່ 20% ຄາດວ່າການປັກດໍາເຂົ້ານາ ປີນີ້, ຖ້າດິນຟ້າອາກາດ ເອື້ອອຳນວຍ, ລວມທັງຊົນລະປະທານ ສາມາດສະໜອງນ້ຳຢ່າງພຽງພໍ ກໍຈະເຮັດໃຫ້ການປັກດຳນາປີຂອງຊາວກະສິກອນສໍາເລັດ ທັນຕາມລະດູການ.

ນອກຈາກນັ້ນ ຊາວກະສິກອນຍັງໄດ້ສຸມໃສ່ ປູກພືດອຸດສາຫະກໍາ, ເປັນຕົ້ນໝາກເດືອຍ 3.000 ຮຕ, ສາລີແຂງ 2.000 ຮຕ, ມັນຕົ້ນ 2.000 ຮຕ, ກ້ວຍ 100 ຮຕ, ຂີງ, ຝ້າຍ, ຖົ່ວດິນ, ອ້ອຍ, ໝາກງາ, ໝາກນັດ ແລະ ພືດສະບຽງອາຫານອີກຈໍານວນໜຶ່ງ, ເດັ່ນກວ່າໝູ່ແມ່ນການປູກມັນຕົ້ນ ຊຶ່ງເປັນໜໍ່ແໜງ ແລະ ປັດໄຈໃໝ່ທີ່ ຊາວກະສິກອນພາຍໃນເມືອງເງິນ ກຳລັງສຸມໃສ່ປູກຢ່າງກວ້າງຂວາງ.

ຂ່າວ-ພາບ ສຸລີຍາ ແສງເດືອນ

error: Content is protected !!