ປີ 2022 ສປປ ລາວ ນຳເຂົ້າຍານພາຫະນະ 80.780 ຄັນ

ໃນປີ 2022 ຜ່ານມາ, ການນຳເຂົ້າຍານພາຫະນະຢູ່ ສປປ ລາວ ມີທັງໝົດ 80.780 ຄັນ. ໃນນີ້, ລົດໃຫຍ່ 21.887 ຄັນ ແລະ ລົດຈັກ 58.893 ຄັນ. ສ່ວນການນຳເຂົ້າລົດໄຟຟ້າ (EV) ມີ 1.408 ຄັນ. ສຳລັບ 4 ເດືອນຕົ້ນປີ 2023 ໄດ້ນຳເຂົ້າລົດໃຫຍ່ 6.884 ຄັນ, ລົດຈັກ 17. 796 ຄັນ ແລະ ລົດ EV ມີ 526 ຄັນ.

ຂໍ້ມູນດັ່ງກ່າວ ໄດ້ຮັບການລານງານຈາກ ທ່ານ ປະສາດໄຊ ພິລາພັນເດຊ ປະທານສະມາຄົມອຸດສາຫະກໍາຍານພາຫະນະລາວ ໃນກອງປະຊຸມປະຈຳປີ ຂອງສະມາຄົມດັ່ງກ່າວ ແລະ ທ່ານຍັງໃຫ້ຮູ້ອີກວ່າ: ສະມາຄົມອຸດສາຫະກໍາຍານພາຫະນະລາວ ແມ່ນອົງການຈັດຕັ້ງໜຶ່ງທີ່ເຕົ້າໂຮມ ບັນດາຫົວໜ່ວຍທຸລະກິດນໍາເຂົ້າພາຫະນະ, ທຸລະກິດ ກ່ຽວກັບຍານພາຫະນະທຸກຊະນິດ, ອາໄຫລ່ປ່ຽນຖ່າຍ ແລະ ອຸ ປະກອນການຜະລິດ ແລະ ຜະລິດສິນຄ້າອື່ນໆ ເພື່ອສົ່ງອອກ ແລະ ທົດແທນການນໍາເຂົ້າສິນຄ້າຈາກຕ່າງປະເທດ. ປັດຈຸບັນ, ສະມາຄົມ ອຸດສາຫະກໍາຍານພາຫະນະລາວ ມີສະມາຊິກ 34 ບໍລິສັດ ໃນນີ້, ບໍລິສັດຕົວແທນຈໍາໜ່າຍຍີ່ຫໍ້ຕ່າງໆ 25 ບໍລິສັດ, ບໍລິສັດຕົວແທນຈຳໜ່າຍ ຍານພາຫະ ແລະ ອາໄຫລ່ກົນຈັກໜັກ 6 ບໍລິສັດ, ຫ້ອງການຜູ້ຕາງໜ້າ ແລະ ບໍລິສັດວິໄຈຂໍ້ມູນ 3 ບໍລິສັດ.

ໄລຍະຜ່ານມາ, ສະມາຄົມອຸດສາຫະກໍາຍານພາຫະນະລາວ ໄດ້ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສ້າງຫລັກສູດຕາມມາດຕະຖານແຫ່ງຊາດ ສີມືແຮງງານສາຂາລົດຍົນ(ລົດໃຫຍ່) ໃນນີ້, ປະກອບມີ: ສາຂາຊ່າງສ້ອມແປງຊ່ວງລ່າງລົດໃຫຍ່, ຊ່າງສ້ອມແປງສົ່ງກຳລັງ, ຊ່າງສ້ອມແປງແອລົດ, ຊ່າງສ້ອມແປງໄຟຟ້າລົດ, ຊ່າງສ້ອມແປງເຄື່ອງຈັກລົດ, ຊ່າງພົ່ນສີລົດ ແລະ ຊ່າງສ້ອມແປງໂຕຖັງລົດໃຫຍ່, ປັດຈຸບັນ ແມ່ນລໍຖ້າການປະກາດນຳໃຊ້ຄູ່ມືສະບັບປັບປຸງດັ່ງກ່າວ. ແຕ່ເຖິງຢ່າງໃດກໍຕາມ ສະມາຄົມຍັງມີສິ່ງທ້າທາຍຫລາຍດ້ານ ຕໍ່ການສ້າງຄວາມເຂັ້ມແຂງໃນສະມາຄົມ ເປັນຕົ້ນ ອາກອນຊົມ ໃຊ້ອາໄຫລ່ສູງຂຶ້ນ ແລະ ເກີດມີການນຳເຂົ້າແບບບໍ່ເສຍພາສີ (ລັກລອບ), ບັນດາຕົວແທນລົດໃຫຍ່ຈຳ ນວນຫລາຍ ຍັງບໍ່ໄດ້ເຂົ້າເປັນສະມາຊິກ (ຕົວແທນຈາກ ສປ ຈີນ), ຮວບຮວນໂຮງງານປະກອບ ແລະ ຂາຍອາໄຫລ່ລາຍໃຫຍ່ເຂົ້າເປັນສະມາຊິກ ແລະ ບັນຫາລົດນຳເຂົ້າບໍ່ຖືກຕ້ອງ (ທັງລົດບໍ່ເປັນຕົວແທນ ແລະ ລົດໜີພາສີ), ເຊິ່ງສະມາຄົມອຸດສາຫະກໍາຍານພາຫະນະລາວ ຈະຕ້ອງໄດ້ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງສືບຕໍ່ແກ້ໄຂ.

error: Content is protected !!