ບໍລິສັດ ວັດສະດຸໃໝ່ອາຊີ ເປີດໂຄງການຜະລິດ ແຮ່ໂບຣມິນ ຢູ່ແຂວງຄຳມ່ວນ

ໃນວັນທີ 31 ພຶດສະພາ 2023 ໄດ້ຈັດພິທີສະເຫລີມສະຫລອງ ແລະ ເປີດໂຄງການຜະລິດແຮ່ໂບຣມິນ ຂະໜາດ 10.000 ໂຕນຕໍ່ປີ ຂອງບໍລິສັດ ວັດສະດຸໃໝ່ອາຊີ ຈໍາກັດ ຢູ່ເຂດນິຄົມອຸດສາຫະ ກຳໝູນວຽນ ອັດສະຣິຍະ ອາຊີ-ໂປຕາສ ສາກົນ ເມືອງໜອງບົກ ແຂວງຄຳມ່ວນ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກ ລັດຖະ ມົນຕີ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງການອຸດສາຫະກຳ ແລະ ການຄ້າ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ພ້ອມດ້ວຍບັນດາປະທານກໍາມະການບໍລິຫານ ບໍລິສັດ, ການນຳຂອງແຂວງ, ການນໍາພະແນກການອ້ອມຂ້າງແຂວງ ແລະ ການນຳຂອງເມືອງ ເຂົ້າຮ່ວມ.

ທ່ານ ໂຖງ ຢົງເຫີງ ຮອງປະທານ ບໍລິສັດ ອາຊີ-ໂປຕາສ ສາກົນ ກ່າວວ່າ: ໂຄງການຜະລິດແຮ່ໂບຣມິນ ຂະໜາດ 10.000 ໂຕນຕໍ່ປີ ເປັນໂຄງການທຳອິດ ຂອງນິຄົມອຸດສາຫະກຳໝູນວຽນ ອັດສະຣິຍະ ທີ່ໄດ້ປະສົບຜົນສຳເລັດໃນການທົດລອງຜະລິດ ໃນໄລຍະຜ່ານມາ, ເປັນຈຸດເລີ່ມຕົ້ນຂອງແຜນວາດອຸດສາຫະກຳ ທີ່ບໍ່ແມ່ນໂປຕາສຊຽມ. ອີງໃສ່ຍຸດທະສາດການພັດທະນາຊັບພະຍາກອນ, ຂະໜາດ ແລະ ນະວັດຕະກຳ ຂອງອາຊີໂປຕາສຊຽມ ຈະມີການພັດທະນາມູນຄ່າຊັບພະຍາກອນບໍ່ແຮ່ ຂອງລາວຢ່າງ ຮອບດ້ານ, ເລັ່ງຂະບວນຫັນເປັນອຸດສາຫະກຳຂອງລາວ ແລະ ຂະຫຍາຍຈຸດສ້າງກຳໄລໃຫ້ບໍລິສັດ. ອາຊີໂປຕາສ ສາກົນ ຈະສືບຕໍ່ແນະນຳບັນດານັກລົງທຶນຍຸດທະສາດ, ເປີດກວ້າງບັນດາອຸດສາຫະກຳ ທີ່ບໍ່ແມ່ນໂປຕາສຊຽມ, ຫລຸດຜ່ອນຕົ້ນທຶນການຜະລິດ ດ້ວຍຮູບແບບນຳໃຊ້ດິນ ທັງຕົ້ນນ້ຳ ແລະ ລຸ່ມນ້ຳ, ສ້າງໃຫ້ເກີດການປະສານສົມທົບກັບເຂດອຸດສາຫະກຳ ປຸຍໂປຕາສ ເພື່ອສ້າງເຂດອຸດສາຫະກຳ ໄຊໂຄ ອັດສະຣິຍະ; ປັດຈຸບັນສາມາດດຶງດູດ ບໍລິສັດ ເຂົ້າມາລົງທຶນ ເຊິ່ງໄດ້ປິ່ນອ້ອມຕ່ອງໂສ້ອຸດສາຫະກຳ ເກືອຫີນ ແລະ ໂບຣມິນ.

ທ່ານ ໂຖງ ຢົງເຫີງ ກ່າວຕື່ມວ່າ: ສຳລັບທຸກໂຄງການທີ່ຜະລິດເກືອ ໂປຕາສ 1 ລ້ານໂຕນ ຈະສ້າງໂຄງການຜະລິດໂບຣມິນ 10.000 ໂຕນ ໄດ້ 1 ໂຄງການ ແລະ ຈະສາມາດຊຸກຍູ້ການສ້າງວຽກເຮັດງານທຳ ໃຫ້ປະຊາຊົນທ້ອງຖິ່ນຈຳນວນຫລາຍ. ໄປຄຽງຄູ່ ກັບການເຕີບໃຫຍ່ຂອງໂຄງການເກືອ ໂປຕາສ ທີ່ເປັນທຸລະກິດຫລັກຂອງບໍລິສັດ ຈະເຮັດໃຫ້ກຳລັງການຜະລິດ ໂບຣມິນ ຂະຫຍາຍຕົວແບບກ້າວກະໂດດ ເຊິ່ງຈະນຳຜົນປະໂຫຍດທາງເສດຖະກິດ ແລະ ສັງຄົມ ແກ່ສປປ ລາວ ຫລາຍຂຶ້ນ.

ໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ບໍລິສັດ ອາຊີ-ໂປຕາສ ແລະ ບໍລິສັດ ວັດສະດຸໃໝ່ອາຊີ ທີ່ໄດ້ຖືສຳຄັນໃນການຜະລິດ ແລະ ພັດທະນາ ເກືອໂປຕາສ ແລະ ໂບຣມິນ ເຊິ່ງເປັນແຮ່ຕິດພັນ ທີ່ບໍລິສັດໄດ້ນຳໃຊ້ຊັບພະຍາກອນນໍ້າເຄັມຫາງແຮ່ ທີ່ເອື້ອອໍານວຍ ແລະ ໄດ້ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອດຳເນີນການຄົ້ນຄວ້າ, ພັດທະນາ ແລະ ຜະລິດໂບຣມມິນ ເຊິ່ງເປັນການນຳໃຊ້ຊັບພະຍາກອນຈາກສິ່ງເສດເຫລືອ ໃນການຜະລິດເກືອໂປຕາສ ໃຫ້ເກີດປະໂຫຍດສູງສຸດ ແລະ ເກີດເປັນຜະລິດຕະພັນໃໝ່, ເຮັດໃຫ້ການເປີດໂຄງການຜະລິດໂບຣມິນ ມີຜົນສຳເລັດເປັນຢ່າງດີ. ທີ່ສຳຄັນ ບໍລິສັດຍັງເປັນຕົວແບບໃນການພັດທະນາອຸດສາຫະກຳແຮ່ທາດ ຢູ່ແຂວງຄຳມ່ວນ, ທັງເອົາໃຈໃສ່ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງ ສປປລາວ, ປະຕິບັດພັນທະຕາມສັນຍາຕໍ່ລັດຖະບານ. ຜົນສຳເລັດຂອງໂຄງການເກືອໂປຕາສ ແລະ ໂບຣມິນ ຈະເພີ່ມລາຍຮັບໃຫ້ແກ່ລັດຖະບານ ແລະ ແຂວງຄຳມ່ວນ ໂດຍສະເພາະຊ່ວຍປັບປຸງຊີວິດການເປັນຢູ່ ຂອງປະຊາຊົນເຂດໂຄງການໃຫ້ດີຂຶ້ນກວ່າເກົ່າ.

ຈາກນັ້ນ, ທ່ານ ເຈົ້າແຂວງຄຳມ່ວນ ວັນໄຊ ພອງສະຫວັນ ກໍໄດ້ກ່າວເປີດໂຄງການຜະລິດໂບຣມິນ ໂດຍຊີ້ໃຫ້ເຫັນ ວ່າ: ໃນໄລຍະຜ່ານມາບໍລິສັດຊີໂນ-ອາກຣີ ໂປຕາສ ແລະ ບໍລິສັດ ອາຊີ-ໂປຕາສ ໄດ້ເອົາໃຈໃສ່ພັດທະນາກິດຈະການຂອງຕົນ ຢ່າງບໍ່ຢຸດຢັ້ງ, ເຄົາລົບນັບຖືຮີດຄອງປະເພນີຂອງທ້ອງຖິ່ນ, ປະຕິບັດພັນທະທາງສັງຄົມ, ໄດ້ປະກອບສ່ວນສໍາຄັນໃນການພັດທະນາບ້ານ, ເມືອງ ແລະ ແຂວງຄຳມ່ວນ, ອັນພົ້ນເດັ່ນແມ່ນການຊ່ວຍເຫລືອ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານກະບູດຊຽງແຫວນ, ໄດ້ສ້າງວຽກເຮັດງານທຳຈໍານວນຫລາຍ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ໃນເຂດທີ່ຕັ້ງຂອງໂຄງການ ກໍຄືປະຊາຊົນຊາວ ແຂວງຄຳມ່ວນ. ແນວໃດກໍຕາມ ທ່ານ ເຈົ້າແຂວງຄຳມ່ວນ ໄດ້ຮຽກຮ້ອງມາຍັງບໍລິສັດ ອາຊີ-ໂປຕາສ ແລະ ບໍລິສັດ ວັດສະດຸໃໝ່ອາຊີ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີ ແລະ ເພີ່ມທະວີການພົວພັນປະສານສົມທົບກັບ ຂະແໜງການຕ່າງໆທີ່ກ່ຽວຂ້ອງ; ອົງການປົກຄອງທ້ອງຖິ່ນ ແລະ ບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ໃຫ້ການຊ່ວຍເຫລືອ, ອຳນວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ເພື່ອເຮັດໃຫ້ການຜະລິດຂອງບໍລິສັດ ໄດ້ຮັບຜົນສຳເລັດຕາມແຜນການ ຫລື ລື່ນແຜນການທີ່ວາງໄວ້.

ຂ່າວ-ພາບ:ຣາຊວົງ

error: Content is protected !!