ປະຫວັດ​ຫຍໍ້​ວັນ​ເດັກ​ສາກົນ ວັນທີ 1 ເດືອນ 6

​ວັນທີ 1 ເດືອນ 6 ແມ່ນວັນເດັກນ້ອຍສາກົນ ຊຶ່ງໄດ້ກຳເນີດເກີດຂຶ້ນຈາກຂະບວນການຕໍ່ສູ້ກູ້ຊາດ ຕ້ານການກົດຂີ່ຂູດຮີດອັນປ່າເຖື່ອນຂອງພວກຈັກກະພັດນາຍທຶນ, ເພື່ອທວງເອົາສິດແຫ່ງການດຳລົງຊີວິດອັນເປັນທຳ ແລະ ຄວາມອີ່ມໜໍາສຳລານມາສູ່ລູກຫຼານ ຊຶ່ງເປັນອະນາຄົດຂອງຊາດ.

ເມື່ອຫວນຄືນຫຼັງ ໃນວັນ​ທີ 20 ​ພະຈິກປີ 1989 ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດໄດ້​ຮັບຮອງເອົາສົນທິສັນຍາວ່າ​ດ້ວຍ​ສິດທິ​ເດັກ ​ແລະ ລັດຖະບານ ສປປ ລາວ ​ໄດ້​ກາຍ​ເປັນ​ພາຄີ​ຂອງ​ສົນທິສັນຍາດັ່ງກ່າວ.

ພັກ-ລັດ​ຖະບານລາວ​ ໄດ້​ຖື​ເອົາ​ວັນ​ທີ 1 ມິຖຸນາ​ຂອງ​ທຸກໆ​ປີ ​ເປັນວັນສະ​ເຫຼີ​ມສະຫຼອງ​ວັນ​ເດັກ​ສາກົນກໍຄືວັນປູກຕົ້ນໄມ້ແຫ່ງຊາດ ​ເພື່ອເຮັດ​ໃຫ້​ເດັກນ້ອຍ​ອະນຸຊົນ, ​ເຍົາວະ​ຊົນ​ໄດ້​ມີ​ໂອກາດ​ສະ​ແດງຄວາມສາມາດຂອງຕົນ, ເຂົ້າຮ່ວມກິດຈະກຳຢ່າງເບີກບານ​ມ່ວນ​ຊື່ນ, ພັກຜ່ອນຕາມ​ສິດທິ​ຂອງ​ເຂົາເຈົ້າ ພາຍໃຕ້ການເອົາ​ໃຈ​ໃສ່ເບິ່ງແຍງ​ຂອງ​ພໍ່​ແມ່, ຄູ, ຊຸມ​ຊົນ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ອຳນາດ​ການ​ປົກຄອງພ້ອມ​ດ້ວຍ​ບັນດາ​ພະ​ແນ​ກການ​ທີ່ກ່ຽວຂ້ອງ ເປັນຕົ້ນດ້ານ​ໂພ​ຊະນາ​ການ ​ແລະ ການ​ຮັກສາ​ສຸຂະພາບ​ຂອງ​ເດັກ, ການ​ສຶກສາ​ອົບຮົມ​ເດັກໃຫ້​ກາຍ​ເປັນ​ຄົນ​ດີ​ ມີ​ຄຸນ​ນະພາບ, ຮູ້​ຄິດ ​ແລະ ​ແກ້​ໄຂ​ບັນຫາ​, ເພື່ອໃຫ້ສົມກັບ​​ເປັນ​ລູກ​ຫຼານ​ທີ່ປະ​ເສີດ​ຂອງ​ປະຊາຊົນ ​ເປັນ​ພົນລະ​ເມືອງ​ດີ​ຂອງ​ຊາດ.

ສຳລັບ​ສິດທິ​ຂອງ​ເດັກປະກອບມີ​: ເດັກ​ທຸກ​ຄົນ​ມີ​ສິດ​ໃນ​ການ​ຢູ່​ລອດ, ​​ມີ​ສິດ​ເກີດ, ມີ​ສິດ​ໄດ້​ຮັບ​ການ​ຮັກສາ​ສຸຂະພາບ, ສັກ​ຢາ​ປ້ອງ​ກັນພະຍາດ​ຕ່າງໆ, ​ມີ​ສິດໄດ້​ຮັບ​ການ​ພັດທະນາ, ​ເດັກ​ທຸກໆ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ສານ​ອາຫານ​ທີ່​ດີ, ຕ້ອງ​ໄດ້ກິນ​ນົມ​ແມ່​ຢ່າງ​ຖືກຕ້ອງ, ຕ້ອງ​ມີ​ນ້ຳ​ສະອາດ​ໃຊ້. ​ສິ່ງສຳຄັນມີ​ສິດ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລແຕ່​ມື້​ເກີດ​ເປັນ​ຢ່າງ​ດີ​ໃນ 3 ປີຫຼັງ​ການ​ເກີດ ​ແລະ ສືບ​ຕໍ່​ການ​ສຶກສາ​ເປັນ​ຢ່າງ​ດີ​ເພື່ອ​ເຂົ້າ​ຮຽນ​ຕໍ່​ໃນ​ຊັ້​ນປະຖົມ, ເດັກ​ທຸກ​ຄົນ​ມີ​ສິດໄດ້​ຮັບ​ການ​ປົກ​ປ້ອງຈາກ​ການ​ທຳຮ້າຍ​ຮ່າງກາຍ​ໃນ​ທຸກ​ກໍລະນີ, ເດັກ​ທຸກ​ຄົນ​ມີ​ສ່ວນ​ຮ່ວມໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​, ການສະ​ແດງ​ງອອກ​ເຖິງ​ຄວາມ​ຮູ້-ຄວາມ​ສາມາດ​ຜ່ານ​ສື່​ສິ່ງ​ພິມ​ຕ່າງໆ. ເພື່ອ​ເປັນ​ການ​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະຕິບັດ​ສິດທິ​ເດັກ​ເປັນ​ວຽກ​ຂອງ​ໝົດ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນພາກລັດ, ຊຸມ​ຊົນ, ສັງຄົມ, ພໍ່-​ແມ່ ລວມທັງ​ຕົວ​ເດັກ​ເອງ​. ສະນັ້ນ, ຈຶ່ງ​ຮຽກຮ້ອງ​ໃຫ້​ທຸກໆ​ຄົນ​ ລວມເຖິງການຈັດ​ຕັ້ງ​ມີ​ຈຸດ​ຢືນຕໍ່​ການ​ປະຕິບັດ​ສິດທິ​ຂອງ​ເດັກ​ຢ່າງ​ຈະ​ແຈ້ງ ​ແລະ ຖືກຕ້ອງ ​ເພື່ອ​ເຮັດ​​ໃຫ້​ສິດທິ​ຂອງ​ເດັກ​ນັບ​ມື້​ນັບ​ດີ​ຂຶ້ນ, ສະ​ນັ້ນ, ​ວັນ​ທີ່​ເຮົາ​ສະ​ແດງ​ຄວາມ​ຮັກ​-​ຄວາມ​ເຂົ້າ​ໃຈຕໍ່​ເດັກ​ ຈະ​ບໍ່​ແມ່ນ​ວັນ​ທີ 1 ມິຖຸນາ​ພຽງ​ວັນ​ດຽວ ​ແຕ່​ຂໍ​ໃຫ້​​ສະ​ແດງ​ຄວາມ​ຮູ້ສຶກ​ດັ່ງກ່າວ​ອອກ​ມາ​ຢ່າງ​ສະໝໍ່າສະ​ເໝີ​ ຈົ່ງ​ພ້ອມພຽງ​ກັນ​ມອບ​ສິ່ງ​ທີ່​ດີໆ​ທີ່​ສຸດໃຫ້​ແກ່​ລູກ-ຫຼານຂອງ​ພວກ​ເຮົາ​ ໂດຍ​ຖື​ເອົາ​ວັນ​ທີ 1 ​​ມິຖຸນາ ​ເປັນ​ສັນຍະລັກ​ໃຫ້​ແກ່​ຄວາມ​ຮູ້ສຶກ​ທີ່​ດີງາມ​ດັ່ງກ່າວ​ເພາະວ່າ ການ​ລົງທຶນ​ສ້າງ​ຄົນ​ຮຸ່ນ​ໃໝ່​ແມ່ນ​ສ້າງ​ອະນາຄົດ​ທີ່​ສະຫວ່າງ​ສະ​ໄຫວ​ໃຫ້​ແກ່​ຊາວ​ໂລກ ​ແລະ ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ສຳລັບ​ເດັກ​ແມ່ນ​ກຽດອັນ​ສູງ​ສົ່ງ ​ແລະ ຄວາມ​ພູມ​ໃຈ​ຂອງ​ທຸກໆ​ຄົນ.

ຂໍ້ມູນຈາກ: ປະຊາຊົນ

error: Content is protected !!