ແຂວງຜົ້ງສາລີ-ເມືອງຈຽງເຊິນ ນະຄອນພູເອີ ເພີ່ມ​ທະ​ວີ​ຮັດ​ແຫ້ນ​ການ​ຮ່ວມ​ມື

ກອງປະຊຸມພົບປະແລກປ່ຽນລະຫ່ວາງ ຄະນະຜູ້ແທນເມືອງຈຽງເຊິນ ນະຄອນພູເອີ ແຂວງຢຸນນານ ແຫ່ງ ສປຈີນ ກັບ ແຂວງ​ຜົ້ງ​ສາ​ລີ ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ແຂວງ​ຜົ້ງ​ສາ​ລີ, ຝ່າຍແຂວງຜົ້ງສາລີ ນຳໂດຍ ທ່ານ ຄຳຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ແລະ ຝ່າຍ ເມືອງຈຽງເຊີນ ນຳໂດຍທ່ານ ຫູ ຊິງ ຫົວ ເລຂາພັກເມືອງຈຽງເຊິນ ນະຄອນພູເອີ ແຂວງ​​ຢຸນ​ນານ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໃນໂອ​ຫ​ກາດ​ດັ່ງ​ກ່າວ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ກ່າວສະແດງຄວາມຮັບ, ພ້ອມທັງຕີລາຄາສູງຕໍ່ ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນເມືອງຈຽງເຊິນ ໃນຄັ້ງນີ້ ຊຶ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ ແລະ ຍາວນານ ຕາມທິດ 4 ດີ; ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະແຂວງຜົ້ງສາລີ – ເມືອງຈຽງເຊິນ ແຫ່ງ ສປ ຈີນ. ພ້ອມກັນນັ້ນທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບຈຸດພິເສດທີ່ຕັ້ງ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະທີ່ຜ່ານໃຫ້ກັນຊາບ ຊຶ່ງສອງຝ່າຍເຫັນດີເປັນເອກະພາບຮ່ວມກັນວ່າເພື່ອສືບຕໍ່ປົກປັກຮັກສາຄວາມສະເໝີພາບ, ຄວາມເປັນລະບຽບຮຽບຮ້ອຍລຽບຕາມຊາຍແດນສອງຝ່າຍ, ຊຸກຍູ້ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີບາດກ້າວຂະຫຍາຍຕົວເທື່ອລະກ້າວ.

ການປຶກສາຫາລື ຄັ້ງ​ນີ້ ສອງຝ່າຍໄດ້ເອກະພາບຕໍ່ທິດທາງແຜນການຮ່ວມມືໃນ​ຕໍ່​ໜ້າເປັນຕົ້ນແມ່ນ: ສອງຝ່າຍເຫັນດີສະໜັບສະໜູນໃຫ້ເມືອງຍອດອູ ກັບ ເມືອງຈຽງເຊິນເຊັນບົດບັນທຶກຊ່ວຍຈຳເພື່ອເປັນບ່ອນອີງໃນການສ້າງສັນຍາເມືອງມິດຕະພາບ, ແຂວງຜົ້ງສາລີ ເຫັນດີສະໜັບໜູນເມືອງຈຽງເຊິນຈັດງານມະຫາກຳໂຍນໝາກຄອນ 3 ປະເທດລາວ – ຫວຽດນາມ – ຈີນ ຄັ້ງທີ 7 ແລະ ງານແລກປ່ຽນສິນຄ້າຕາມລຽບຊາຍແດນ, ສອງຝ່າຍພ້ອມກັນອອກແຮງຊຸກຍູ້ການຍົກລະດັບດ່ານລານຕຸ້ຍ-ດ່ານເມືອງຄຳ ເປັນຕົ້ນແມ່ນການອຳນວຍຄວາມສະດວກ, ບໍລິການເກັບຄ່າທຳນຽມຢ່າງຈະແຈ້ງ ແລະ ໂປ່ງໃສ ແລະ ການບໍລິການດ້ານຕ່າງໆ, ສ້າງກົນໄກປະສານງານປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ, ສອງຝ່າຍເຫັນດີຟື້ນຟູກົນໄກການພົວພັນຮ່ວມມື, ການໄປມາຫາສູ່ພົບປະແລກປ່ຽນຊຶ່ງກັນ ແລະ ກັນ ລະຫວ່າງການນຳສອງ​ຝ່າຍ, ສອງຝ່າຍເຫັນດີຟື້ນຟູເສັ້ນທາງການທ່ອງທ່ຽວຂ້າມແດນລາວ-ຈີນ ຂອບເຂດຫຼັກໝາຍ 7 ຊາຍແດນລາວ-ຈີນ ພ້ອມທັງຍົກລະດັບພື້ນຖານໂຄງລ່າງເພື່ອ ເປັນເງື່ອນໄຂທີ່ດີໃຫ້ແກ່ການທ່ອງທ່ຽວໄປສູ່ 5 ປະເທດ ໂດຍເລີ່ມຈາກດ່ານເມືອງຄຳ ແຫ່ງ ສປ ຈີນ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືການນຳເຂົ້າ-ສົ່ງອອກສິນຄ້າຜະລິດຕະພັນກະສິກຳ, ເຫັນດີຍົກລະດັບເສັ້ນທາງຫຼວງແຫ່ງຊາດ ເຊື່ອມຕໍ່ ສະຖານີລົດໄຟ ລາວ-ຈີນ ທີເມືອງນາໝໍ້ ແຂວງອຸດົມໄຊ ແລະ ເສັ້ນທາງເລກທີ 13 ເໜືອ ໂດຍຜ່ານເທດສະບານເມືອງຍອດອູ, ເມືອງບຸນເໜືອ ແລະ ເມືອງບຸນໃຕ້ ມີຄວາມຍາວທັງໝົດປະມານ 270 ກິໂລແມັດ, ຊຶ່ງເມືອງຈຽງເຊິນພ້ອມທີ່ຈະໃຫ້ການສະໜັບສະໜູນຊ່ວຍເຫຼືອຕາມເງື່ອນໄຂຕົວຈິງ, ເຫັນດີຮ່ວມມືສ້າງກົນໄກການນຳໃຊ້ແຮງງານ ແລະ ສອງຝ່າຍເຫັນດີຮ່ວມມືໄປມາຫາສູ່ກັນ, ພົບປະແລກປ່ຽນວຽກງານຊາວໝຸ່ມສອງຝ່າຍອີກດ້ວຍ.

ໃນກອງປະຊຸມດັ່ງກ່າວສອງຝ່າຍໄດ້ຮ່ວມກັນລົງນາມເຊັນບົດບັກທຶກການຮ່ວມມືໃນຕໍ່ໜ້າ ຊຶ່ງຕາງໜ້າອົງການປົກຄອງແຂວງຜົ້ງສາລີ ລົງ​ນາມໂດຍທ່ານ ຄຳຜອຍ ວັນນະສານ ແລະ ຝ່າຍເມືອງຈຽງເຊີນ ນະຄອນພູເອີ ລົງ​ນາມໂດຍທ່ານ ຫູ ຊິງ ຫົວ, ພ້ອມກັນນັ້ນ ເມືອງຍອດອູ ແຂວງຜົ້ງສາລີ ແລະ ເມືອງຈຽງເຊີນ ນະຄອນພູເອີ, ແຂວງຢຸນນານ ຍັງໄດ້ເຊັນບົດບັນທຶກ ຊ່ວຍຈຳ ເປັນເມືອງມິດຕະພາບ ຕື່ມອີກ ໂດຍຊ່ອງໜ້າຈາກຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຄິພິຍານ.

(ຂ່າວ-ພາບ: ແສງຄຳ ສາລີວັນ )

error: Content is protected !!