ປີນີ້ ຄໍາມ່ວນ ມີແຜນການຜະລິດເຂົ້ານາປີ 89 ພັນກວ່າເຮັກຕາ

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາປີ 2023 ນີ້ ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 89.848 ເຮັກຕາ, ຄາດຄະເນຜົນຜະລິດ 330.693 ໂຕນ, ທຽບໃສ່ແຜນປີ 2022 ເນື້ອທີ່ຫຼຸດລົງ 388 ເຮັກຕາ, ໃນນີ້ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61.356 ເຮັກຕາ, ຄາດຄະເນຜົນຜະລິດ 222.533 ໂຕນ, ແຜນການປູກເຂົ້າເພື່ອເປັນສິນຄ້າ 28.492 ເຮັກຕາ, ຄາດຄະເນຜົນຜະລິດ 108.160 ໂຕນ.

ທ່ານຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ ກ່າວອີກວ່າ: ມາຮອດປັດຈຸບັນ ຊາວກະສິກອນໄດ້ຫ້າງຫາກະກຽມດ້ານແນວພັນເຂົ້າຊຶ່ງພາຍໃນແຂວງແມ່ນມີກຸ່ມຜະລິດແນວພັນເຂົ້າເພື່ອເປັນສິນຄ້າ ຊຶ່ງປັດຈຸບັນຊາວນາໄດ້ມີການເກັບກ່ຽວ ແລະ ຄັດເມັດແນວພັນເຂົ້າອອກຂາຍໃຫ້ຊາວກະສິກອນທົ່ວໄປ ແລ້ວ . ນອກຈາກນັ້ນຍັງມີການອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການໃຫ້ນໍາເອົາຝຸ່ນ-ປຸ໋ຍເຂົ້າມາຈໍາໜ່າຍໃຫ້ຊາວກະສິກອນພາຍໃນແຂວງ ເມື່ອທຽບໃສ່ຄວາມຕ້ອງການດ້ານການສະໜອງປຸ໋ຍໃສ່ພື້ນທີ່ການຜະລິດຖືວ່າມີຄວາມພ້ອມ, ໃນຂະນະດຽວກັນ ເຫັນວ່າປະຊາຊົນໄດ້ຫັນມາໃສ່ຝຸ່ນຄອກຫຼາຍຂຶ້ນ ຄາດຄະເນປະມານ 4 ພັນໂຕນ ຊຶ່ງເປັນສາເຫດໜຶ່ງທີ່ພາໃຫ້ມີການຫຼຸດຜ່ອນດ້ານຕົ້ນທຶນຂອງການຜະລິດລົງ.

ດ້ານການຜະລິດພືດລະດູຝົນປີ 2023 ທົ່ວແຂວງມີເນື້ອທີ່ແຜນການ 12.745 ເຮັກຕາ, ຄາດຄະເນຜົນຜະລິດ 200.564 ໂຕນ, ທຽບໃສ່ແຜນປີ 2022 ເນື້ອທີ່ເພີ່ມຂຶ້ນ 6.425 ເຮັກຕາ, ໃນນີ້ແຜນການປູກພືດເພື່ອເປັນສະບຽງອາຫານ 2.461 ເຮັກຕາ, ຄາດຄະເນຜົນຜະລິດ 26.496 ໂຕນ, ແຜນການປູກພືດເພື່ອເປັນສິນຄ້າ 10.284 ເຮັກຕາ, ຄາດຄະເນຜົນຜະລິດ 174.068 ໂຕນ.

ສໍາລັບວຽກງານລ້ຽງສັດ ແລະ ການປະມົງທາງພະແນກກະສິກໍາ ແລະ ປ່າໄມ້ ກໍໄດ້ເອົາໃຈໃສ່ຮອບວຽນຂອງການປ້ອງກັນ ແລະ ສັກຢາກັນພະຍາດກ່ອນຈະເຂົ້າສູ່ລະດູຝົນ ຫຼື ວ່າປີລະ 2 ຄັ້ງ. ຕໍ່ຜູ້ລ້ຽງເປັນຟາມແມ່ນຈະໄດ້ຮັບການສັກຢາ, ແຕ່ວ່າຜູ້ທີ່ລ້ຽງສັດແບບປ່ອຍຕາມທຳມະຊາດ ຍັງບໍ່ໄດ້ຮັບການສັກຢາ ຊຶ່ງໂດຍພື້ນຖານແລ້ວແມ່ນໄດ້ຮັບການສັກຢາເຖິງ 50% ຂອງແຜນການ. ສ່ວນໃນປີນີ້ຕາມການຄິດໄລ່ຂອງພາກສ່ວນວິຊາການແມ່ນຈະສາມາດຕອບສະໜອງປະເພດຊີ້ນ, ປາ, ໄຂ່ ໃຫ້ຜູ້ບໍລິໂພກໂດຍສະເລ່ຍແລ້ວ 62 ກິໂລ/ຄົນ/ປີ, ຖ້າທຽບໃສ່ອັດຕາບໍລິໂພກກະຊວງກະສິກໍາຄິດໄລ່ໃນໄລຍະຜ່ານມາ 40-45 ກິໂລ/ຄົນ/ປີ ຊຶ່ງສາມາດຕອບສະໜອງຢ່າງພຽງພໍຕໍ່ການບໍລິໂພກຂອງສັງຄົມ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

error: Content is protected !!