ຂົວຂ້າມນ້ຳຂອງ ລາວ-ໄທ ແຫ່ງທີ V ສຳເລັດ 32%

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ສະເພາະເບື້ອງລາວໄດ້ແບ່ງອອກເປັນສອງສັນຍາຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ແລະ ສັນຍາທີ 2 ແມ່ນສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ ຊຶ່ງມີມູນຄ່າລວມທັງໝົດ 1,152,377,622.70 ບາດ (ສະ​ກຸນ​ເງິນ​ໄທ), ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ: ຕາມແຜນການລວມຮອດທ້າຍເດືອນມີນາ 2022 ເທົ່າກັບ 31.95%, ປະຕິບັດໄດ້ຕົວຈິງ 40.88%, ລື່ນຄາດໝາຍ 8.92%.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ເບື້ອງ ລາວ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2021 ສັນຍາທີ 1 ກໍ່ສ້າງຂົວປະຕິບັດໄດ້ 32.7%, ລື່ນແຜນການ 14%, ປັດຈຸບັນກຳລັງສຸມໃສ່ການເຈາະ ແລະ ເທເບຕົງເສົາເຂັມທີ່ຍັງເຫຼືອຢູ່ເສົາຂົວກາງນ້ຳໃຫ້ສຳເລັດກ່ອນລະດູຝົນທີ່ຈະມາເຖິງນີ້ໃນຈຳນວນທັງໝົດ 8 ຕົ້ນ, ຢູ່ກາງຂອງ 3 ຕົ້ນ ແລະ ຢູ່ເທິງບົກ 5 ຕົ້ນ, ການກໍ່ສ້າງພົບສິ່ງທ້າທາຍຫຼາຍດ້ານເປັນຕົ້ນແມ່ນການລະບາດຂອງພະຍາດ ໂຄວິດ-19, ການປ່ຽນແປງສະພາບດິນຟ້າອາກາດ, ຝົນຕົກແຕ່ຫົວປີ ແລະ ປັດໄຈອື່ນໆທີ່ປິ່ນອ້ອມເຮັດໃຫ້ນໍ້າຂອງຂຶ້ນລົງຜິດປົກກະຕິ.

ທ່ານ ໄລທອງ ພົມມະວົງ ໃຫ້ຮູ້ຕື່ມອີກວ່າ: ສຳລັບການກໍ່ສ້າງສັນຍາທີ 2 ຄື: ການກໍ່ສ້າງອາຄານດ່ານ ແລະ ເສັ້ນທາງ ເຫັນວ່າປະຕິບັດໄດ້ 49% ລື່ນແຜນ 4% ຄາດວ່າທ້າຍເດືອນ ພຶດສະພາ ປີ 2022 ນີ້ຈະໃຫ້ສຳເລັດປູເບຕົງເສັ້ນທາງ, ສຳລັບອາຄານດ່ານຈະເລັ່ງໃຫ້ໄດ້ມຸງຫຼັງຄາ ເພື່ອສ້າງສິ່ງອຳນວຍການກໍ່ສ້າງດ້ານອື່ນໆ ຄາດວ່າທັງສອງສັນຍາແມ່ນຈະໃຫ້ສຳເລັດໃນທ້າຍປີ 2023.

ຂໍ້ມູນຂ່າວ-ພາບ: ວຽງສະຫວັນ

error: Content is protected !!