
ອາຫານຈານດ່ວນ ເຊັ່ນ: ແຮມເບີເກີ, ໄກ່ທອດ, ມັນຝຣັ່ງທອດ ແລະ ອີກສາລະພັດເຍື່ອງ ທີ່ເຮົາຄຸ້ນຕາໃນຮ້ານຄ້າ ແລະ ຫ້າງຊັບພະສິນຄ້າໃຫຍ່ໆນັ້ນ ຖືເປັນອາຫານທີ່ເປັນໂທດຕໍ່ຄົນເຮົາ. ການປ່ອຍໃຫ້ລູກ ໄດ້ຊີມອາຫານເຫຼົ່ານີ້ ຈະເຮັດໃຫ້ເຂົາຕິດໃຈໃນຣົດຊາດຂອງມັນໄດ້ງ່າຍ.
ອາຫານຈຳພວກນີ້ ຖືກຜະລິດຂຶ້ນເພື່ອໃຫ້ສະດວກໃນການບໍລິໂພກ ແຕ່ມັນມີໄຂມັນ ແລະ ຜົງແປ້ງນົວປົນຢູ່ຫຼາຍ ເຊິ່ງຖ້າຫາກລູກຂອງທ່ານ ຍັງຢູ່ໃນໄວປະຖົມ ກິນເຂົ້າໄປ ມັກຈະຕິດໃຈໃນຣົດຊາດຂອງມັນ ເພາະວ່າ ອາຫານມັນ, ຫວານ ແລະ ຂອງທອດ ລ້ວນແຕ່ເຣັດໃຫ້ຈະເລີນອາຫານທັງນັ້ນ, ລວມເຖິງການໃຊ້ສານທີ່ເປັນແປ້ງນົວຢູ່ນຳ ກໍຍິ່ງເຮັດໃຫ້ເດັກຕິດໃຈຢ່າງງ່າຍດາຍ.
ຖ້າຫາກເດັກ ກິນອາຫານເຫຼົ່ານີ້ຕໍ່ເນື່ອງກັນ ເປັນເວລາດົນໆ ຮ່າງກາຍຈະສະສົມໄຂມັນ ເຮັດໃຫ້ເກີດໂຣກຕຸ້ຍໄດ້ງ່າຍ ແລະ ຍັງເຮັດໃຫ້ຮ່າງກາຍ ຂາດສານອາຫານອື່ນໆ ທີ່ຈຳເປັນ ເຮັດໃຫ້ພັດທະນາການທາງຮ່າງກາຍ ແລະ ສະໝອງ ບໍ່ເຕີບໂຕຕາມທີ່ຄວນຈະເປັນ. ຖ້າປ່ອຍໄປດົນໆ ເດັກຍິ່ງຈະສະສົມເປັນພຶດຕິກຳການກິນ ແລ້ວສຸດທ້າຍກໍຈະແກ້ໄຂຍາກ ເຮັດໃຫ້ເຂົາເບື່ອອາຫານແບບປົກກະຕິ ແລະຢາກກິນອາຫານຈານດ່ວນຫຼາຍຂຶ້ນເລື້ອຍໆ.
ວິທີແກ້ໄຂ:
1. ຢ່າຊື້ ຫຼື ຈັດອາຫານຈານດ່ວນໃຫ້ລູກ: ປະເດັນນີ້ເປັນຈຸດສຳຄັນ ຖ້າຫາກພໍ່ແມ່ບໍ່ຊື້ໃຫ້ລູກກິນຈົນຕິດເປັນນິດໄສ ກໍຈະຫຼຸດໂອກາດສ່ຽງໄດ້.
2. ພະຍາຍາມໃຫ້ລູກກິນອາຫານທີ່ຫຼາກຫຼາຍ: ພໍ່ແມ່ຄວນຫາອາຫານທີ່ມີຄວາມຫຼາຍຫຼາຍ, ເປັນຕາຢາກິນ ແລະ ບໍ່ຄວນຊຳ້ແບບເກີນໄປ ເພື່ອໃຫ້ພວກເຂົາໄດ້ກິນອາຫານທີ່ຫຼາກຫຼາຍ ເປັນການສ້າງຄວາມແປກໃໝ່ ແລະ ກະຕຸ້ນຄວາມຢາກອາຫານໄດ້ດີ.
3. ປຸງແຕ່ງອາຫານຈານດ່ວນເອົາເອງ: ຖ້າຫາກຈຳເປັນແທ້ໆ ທີ່ລູກຂອງທ່ານຢາກກິນອາຫານຈານດ່ວນ ພໍ່ແມ່ຄວນປຸງແຕ່ງອາຫານເຫຼົ່ານັ້ນເອົາເອງເພື່ອໃຫ້ລູກໄດ້ຮັບສານອາຫານທີ່ດີ ຈາກອາຫານເຫຼົ່ານັ້ນ. ຖ້າຢາກໃຫ້ເຂົາກິນອາຫານ ທີ່ເຮົາແຕ່ງ ທ່ານຄວນໃຫ້ເຂົາມີສ່ວນຮ່ວມ ໃນການເຮັດອາຫານເຍື່ອງນັ້ນໆ ແລ້ວກິນນຳລູກ.