ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈໍາກັດ ຈະເປີດສູນບໍລິການ ຊໍາລະສະສາງເງິນຢວນ ຢູ່ລາວ

ສູນບໍລິການຊໍາລະສະສາງເງິນຢວນ ແມ່ນສະຖາບັນຕ່າງປະເທດທີ່ໃຫ້ບໍລິການຊໍາລະສະສາງ ເງິນຢວນໃຫ້ແກ່ທະນາຄານຢູ່ໃນຂົງເຂດ ຫຼື ປະເທດ ທີ່ສາມາດຊໍາລະສະສາງເງິນຢວນໄດ້. ໃນປັດຈຸບັນ, ໄດ້ສ້າງຕັ້ງສູນຊໍາລະສະສາງເງິນຢວນຕ່າງປະເທດ ລວມທັງໝົດ 31 ແຫ່ງ ໃນ 29 ປະເທດ ແລະ ຂົງເຂດ ທົ່ວໂລກ ຊຶ່ງໄດ້ກວມເອົາທະວີບອາເມຣິກາ, ເອີຣົບ, ອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້, ໂອເຊອານີ ແລະ ອາຟຣິກາ. ທ້າຍປີ 2021, ທົ່ວໂລກມີສະຖາບັນການເງິນທີ່ຮ່ວມມືກັບສູນຊໍາລະສະສາງເງິນຢວນ ເຖິງ 950 ແຫ່ງ.

ໃນວັນທີ 20 ກັນຍາ 2022, ທະນາຄານປະຊາຊົນຈີນ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແຕ່ງຕັ້ງທະນາຄານຊໍາລະສະສາງ ເງິນຢວນຢູ່ ສປປ ລາວ. ພ້ອມດຽວກັນນັ້ນ, ໃນວັນທີ 30 ກັນຍາ 2022 ທະນາຄານປະຊາຊົນຈີນ ໄດ້ມອບໝາຍໃຫ້ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ ເຮັດໜ້າທີ່ເປັນສູນຊໍາລະສະສາງເງິນຢວນໃນ ສປປ ລາວ. ມາຮອດປັດຈຸບັນ, ສປປ ລາວ ກາຍເປັນປະເທດທີ 5 ໃນອາຊຽນທີ່ໄດ້ຮັບອະນຸຍາດສ້າງຕັ້ງເປັນສູນຊໍາລະສະສາງ ເງິນຢວນຖັດຈາກ ສິງກະໂປ, ມາເລເຊຍ, ໄທ ແລະ ຟີລິບປິນ. ແລະ ໃນວັນທີ 30 ພະຈິກ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງພົບປະຢ້ຽມຢາມການນຳຢູ່ ສປ ຈີນ ຊຶ່ງໃນລະຫວ່າງການເຄື່ອນໄຫວຢ້ຽມຢາມລັດຖະກິດ ປະມຸກລັດຂອງສອງປະເທດລາວ-ຈີນ ໄດ້ຮ່ວມເປັນສັກຂີພິຍານ ໃຫ້ກັບໝາກຜົນການຮ່ວມມືດ້ານການເງິນທີ່ສຳຄັນນີ້.

ການສ້າງຕັ້ງສູນຊໍາລະສະສາງເງິນຢວນນີ້ ແມ່ນໝາກຜົນສໍາເລັດອັນ ໜຶ່ງຂອງສາຍພົວພັນຮ່ວມມືລາວ-ຈີນ ທີ່ມີມູນເຊື້ອປະຫວັດສາດອັນຍາວນານ, ມີການຮ່ວມມືສົ່ງເສີມດ້ານເສດຖະກິດຊຶ່ງກັນ ແລະ ກັນ ລະຫວ່າງສອງຊາດຢ່າງ ແໜ້ນແຟ້ນ, ມີຂົງເຂດການຮ່ວມມືໃນຫຼາຍດ້ານ ຊຶ່ງເກີດດອກອອກຜົນຢ່າງຫຼວງຫຼາຍ ແລະ ມີແຜນພັດທະນາໃນອະນາຄົດທີ່ສົດໃສຢ່າງບໍ່ຢຸດຢັ້ງ. ໃນປີ 2020, ທະນາຄານກາງຂອງສອງປະເທດ ໄດ້ລົງນາມເຊັນສັນຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນລະຫວ່າງສອງປະເທດລາວ-ຈີນ ແລະ ສັນຍາແລກປ່ຽນກີບ-ຢວນ (SWAP) ຊຶ່ງອະນຸຍາດໃຫ້ສາມາດ ນໍາໃຊ້ເງິນທ້ອງຖິ່ນຂອງສອງປະເທດ ເຂົ້າໃນການຊໍາລະດຸນບັນຊີຊໍາລະປົກກະຕິ (Current Account) ແລະ ດຸນບັນຊີທຶນ (Capital Account) ໂດຍກົງ, ສົ່ງເສີມ ແລະ ຊຸກຍູ້ອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ມາຮອດທ້າຍປີ 2021, ມູນຄ່າການລົງທຶນລະຫວ່າງລາວ-ຈີນ ໄດ້ບັນລຸເຖິິງ 16,4 ຕື້ໂດລາ ແລະ ໃນໄລຍະປີ 2018-2022, ມູນຄ່າການຄ້າລະຫວ່າງສອງປະເທດ ບັນລຸໄດ້ຫຼາຍກວ່າ 15,9 ຕື້ໂດລາ, ອັດຕາການເຕີບໂຕສະເລ່ຍຕໍ່ປີແມ່ນ 15,9% ຊຶ່ງປັດຈຸບັນ ສປ ຈີນ ໄດ້ກາຍເປັນປະເທດ ອັນດັບ 1 ທີ່ ສປປ ລາວ ສົ່ງອອກຫຼາຍທີ່ສຸດ ແລະ ເປັນປະເທດອັນດັບ 1 ທີ່ເຂົ້າມາລົງທຶນຫຼາຍສຸດໃນ ສປປ ລາວ, ພ້ອມກັນນັ້ນ ຍັງເປັນຄູ່ຮ່ວມມືດ້ານການຄ້າ ລາຍໃຫຍ່ອັນດັບສອງຂອງ ສປປ ລາວ, ສາຍພົວພັນການຮ່ວມມືດ້ານການຄ້າລະຫວ່າງ ສອງປະເທດ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ສັກກະຍະພາບທີ່ດີ.

ອີງໃສ່ຂໍ້ໄດ້ປຽບດ້ານເຄືອຂ່າຍຂອງກຸ່ມ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ທີ່ມີເຄືອຂ່າຍບໍລິການການຊໍາລະສະສາງເງິນຢວນ ຢູ່ທົ່ວໂລກ, ພາຍຫຼັງການສ້າງຕັ້ງສູນຊໍາລະສະສາງເງິນຢວນໃນ ສປປ ລາວ ຈະຊ່ວຍຍົກສູງປະສິດທິພາບການຊຳລະເງິນຢວນຂອງ ສປປ ລາວ, ສາມາດສະໜອງການບໍລິການຊໍາລະເງິນຢວນ, ບໍລິການເງິນສົດ, ບໍລິການສະໜັບສະໜູນສະພາບຄ່ອງ, ບໍລິການແລກປ່ຽນກີບ-ຢວນ ແລະ ບໍລິການດ້ານການເງິນອື່ນໆໃຫ້ແກ່ບັນດາທະນາຄານໃນລາວໃຫ້ດີຍິ່ງຂຶ້ນ. ຄຽງຄູ່ກັນນັ້ນ, ຈະສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂອງແຕ່ລະຂົງເຂດໃນ ສປປ ລາວ ໃຫ້ສາມາດດໍາເນີນທຸລະກໍາເງິນຢວນ ໃນຮູບແບບຫຼາກຫຼາຍ ແລະ ສະດວກວ່ອງໄວ, ຍົກສູງຄວາມສາມາດດ້ານການບໍລິການ ແລະ ປະສິດທິພາບໃນການຊໍາລະສະສາງເງິນຢວນ ລະຫວ່າງປະເທດໃຫ້ດີຂຶ້ນ, ອຳນວຍຄວາມສະດວກໃຫ້ແກ່ການຊໍາລະເງິນຕາທ້ອງຖິ່ນຂອງ ການຄ້າສອງຝ່າຍ, ພ້ອມທັງ ຍັງຈະຊ່ວຍເພີ່ມທາງເລືອກທີ່ຫຼາກຫຼາຍຂອງຄັງສໍາຮອງເງິນຕາ ຕ່າງປະເທດຂອງ ສປປ ລາວ ອີກດ້ວຍ.

ພາຍຫຼັງທີ່ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈໍາກັດ ສາຂາ ນະຄອນຫຼວງວຽງຈັນ ເຮັດໜ້າທີ່ເປັນສູນຊໍາລະສະສາງເງິນຢວນໃນ ສປປ ລາວ, ກໍໄດ້ສຳເລັດການກະກຽມວຽກງານຕ່າງໆໃນໄລຍະຕົ້ນ ແລະ ປັດຈຸບັນນີ້ ກໍພວມຕັ້ງໜ້າກະກຽມວຽກງານເປີດໃຫ້ບໍລິການ ຕາມການອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ. ຂັ້ນຕອນຂອງວຽກງານຕ່າງໆໄດ້ດໍາເນີນການຢ່າງເປັນລະບຽບຮຽບຮ້ອຍ ຊຶ່ງຈະສູ້ຊົນໃຫ້ໄດ້ເປີດບໍລິການຢ່າງເປັນທາງການ ພາຍໃນເດືອນມິຖຸນາຂອງປີ 2023 ນີ້. ຫຼັງຈາກທີ່ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ສູນຊໍາລະສະສາງເງິນຢວນຈະປະຕິບັດຕາມລະບຽບກົດໝາຍ ແລະ ຂໍ້ກໍານົດກົດລະບຽບຕ່າງໆຂອງ ສປປ ລາວ, ການດໍາເນີນທຸລະກິດ ຈະປະຕິບັດຕາມຫຼັກການຂອງຕະຫຼາດ ແລະ ການຄ້າ, ຈະສົມທົບກັບບັນດາພາກສ່ວນຕ່າງໆໃນລາວ ເພື່ອຈັດຕັ້ງປະຕິບັດຕາມ ສັນຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ແລະ ສັນຍາແລກປ່ຽນກີບ-ຢວນ (SWAP)” ຂອງສອງປະເທດ, ຈະສົ່ງເສີມໃຫ້ນຳໃຊ້ເງິນຕາທ້ອງຖິ່ນ ກໍຄືເງິນກີບ ແລະ ເງິນຢວນຫຼາຍຂຶ້ນ ໃນການຊຳລະການຄ້າ-ການລົງທຶນລະຫວ່າງ ລາວ-ຈີນ, ຈະສ້າງສະພາບແວດລ້ອມທີ່ດີໃນການຊຸກຍູ້ການຊຳລະດ້ວຍເງິນຕາທ້ອງຖິ່ນ ແລະ ພັກດັນການເຄື່ຶອນໄຫວໃໝ່ໃນການຄ້າ-ການລົງທຶນລະຫວ່າງສອງປະເທດລາວ-ຈີນ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເພື່ອສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ.

(ຂ່າວ: ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈໍາກັດ)

error: Content is protected !!