ກອງປະຊຸມລັດຖະບານລາວ ປະຈໍາເດືອນ ພຶດສະພາ 2023 ເຫັນດີຈັດປີທ່ອງທ່ຽວລາວປີ 2024.

ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນພຶດສະພາ 2023, ທີ່ຈັດຂຶ້ນໃນວັນທີ 23 ພຶດສະພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ແລະເຫັນດີດ້ານຫລັກການຮັບຮອງເອົາຫຼາຍວຽກງານຈຸດສຸມ. ໃນນັ້ນໄດ້ພິຈາລະນາຄວາມຄືບໜ້າການກະກຽມຈັດປີທ່ອງທ່ຽວລາວ ປີ 2024.

ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນສຳເລັດ ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ 2023 ແລະໄດ້ກ່າວກ່ຽວກັບການກະກຽມຈັດປີທ່ອງທ່ຽວລາວປີ 2024 ວ່າ: ກອງປະຊຸມ ໄດ້ພິຈາລະນາ ແລະເຫັນດີດ້ານຫລັກການຮັບຮອງເອົາບົດລາຍງານຄວາມຄືບໜ້າການກະກຽມຈັດປີທ່ອງທ່ຽວລາວ ປີ 2024, ໂດຍໄດ້ມອບໝາຍໃຫ້ຄະນະຮັບ ຜິດຊອບກະກຽມ ຈັດປີທ່ອງທ່ຽວລາວ ປີ 2024 ຄົ້ນຄວ້າຈັດສຳມະນາຮ່ວມກັບຜູ້ປະກອບການ ແລະຖອດຖອນບົດຮຽນຂອງບັນດາປະເທດ ທີ່ເຮັດໄດ້ດີໃນວຽກງານດັ່ງກ່າວ.

ສຳລັບ ແຜນວຽກໃນເດືອນມິຖຸນາ ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ, ໃນນັ້ນ ດ້ານວຽກງານທ່ອງທ່ຽວແມ່ນໃຫ້ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ແລະຜູ້ປະກອບການທ່ອງທ່ຽວ ເພື່ອຈັດສຳມະນາລະດົມຄວາມຄິດເຫັນ ກ່ຽວກັບວິທີທາງ ແລະກິດຈະກໍາຕົວຈິງ ໃນການເປີດປີທ່ອງທ່ຽວລາວ ປີ 2024, ພ້ອມທັງ ສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ; ສືບຕໍ່ຕິດຕາມຫາງສຽງຂອງສັງຄົມ ຜ່ານສື່ມວນຊົນຕ່າງໆ ແລະຕອບໂຕ້ຂ່າວປອມທີ່ບິດເບືອນຄວາມຈິງ ລວມທັງຂ່າວທີ່ບໍ່ດີຕໍ່ການທ່ອງທ່ຽວລາວ ໃຫ້ທັນການ ແລະຊັດເຈນຂຶ້ນ.

error: Content is protected !!