ປກສ ເມືອງໄຊບົວທອງ! ຈັບໄດ້ຜູ້ຖືກຫາພ້ອມເງິນ 271 ລ້ານກວ່າກີບ ແລະ ຢາ 1.994 ເມັດ.

ໃນເວລາ 15 ໂມງ 15 ນາທີ ຂອງວັນທີ 05/05/2023 ມີພົນລະເມືອງດີໂທລະຊັບລາຍງານວ່າ: ມີກຸ້ມແກ່ງມົ້ວສຸມ ຄ້າຂາຍ ຈຳໜ່າຍ ແລະ ເສບຢາເສບຕິດ(ຢາບ້າ) ທີບ້ານແກ້ງມື້ນ, ເມືອງໄຊບົວທອງ ແຂວງຄຳມ່ວນ ເມືອເຈົ້າໜ້າທີ່ຕຳຫຼວດວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ໄຊບົວທອງ ໄດ້ຮັບແຫຼ່ງຂ່າວແນວນັ້ນຈື່ງໄດ້ປະສານສົມທົບ ກັບ ປກສ ກຸ່ມບ້ານ ນໍ້າກະປໍ ເມື່ອງໄຊບົວທອງ ແຂວງຄຳມ່ວນ ແລະພາກສ່ວນທີກ່ຽວຂ້ອງ ເພືອຕິດຕາມກວດກາສະກັ້ນກັດ ໃນການເຄືອນໄຫວຄ້າ-ຂາຍ ຈຳໜ່າຍ ແລະ ເສບຢາເສບຕິດ( ຢາບ້າ) ດັ່ງກ່າວ ພໍມາຮອດເວລາ 19 ໂມງ 00 ນາທີ ຂອງວັນດຽວກັນ ທາງເຈົ້າໜ້າທີຕຳຫຼວດວິຊາສະເພາະ ຈື່ງໄດ້ເຫັນເປົ້າໜາຍ ຕາມການລາຍງານ ຈຳນວນ 1 ຄົນ ,ຢູ່ໃນເຮືອນຂອງຜູ້ກ່ຽວ ເມືອເຫັນເປົ່າໜາຍຄືແນວນັ້ນ ທາງເຈົ້າໜ້າທີຕຳຫຼວດວິຊາສະເພາະ ຈື່ງໄດ້ສະແດງຕົວເຂົ້າຈັບຕົວ ແລະ ທຳການກວດຄົ້ນເຄຫະສະຖານ (ເລົ້າເຂົ້າ) ພົບເຫັນຢາບ້າ ຈຳນວນ 1ມັດ ເທົ່າກັບ 1,994 ເມັດ ເຊີງຜູ້ກ່ຽວໄດ້ຊຸກເຊື່ອງໄວ້ຢູ່ເລົາເຂົ້າ ແລະ ເງີນກີບຈຳນວນ 271,400,000ກີບ (ສອງຮ້ອຍເຈັດສິບເອັດລ້ານສີ່ແສນກີບ) ແລະໂທລະຊັບຍີ່ຫໍ້ ວິໂວ້ ສີແດງ ຈຳນວນ01 ໜ່ວຍ , ດັ່ງນັ້ນເຈົ້າໜ້າທີຕຳຫຼວດ ປກສ ເມືອງ ໄຊບົວທອງ ຈື່ງໄດ້ກັກຕົວຜູ້ຕ້ອງຫາ1 ຄົນ ມາດຳເນີນການສືບສວນ-ສອບສວນ.

ຜ່ານການ ສືບສວນ-ສອບສວນ ຂອງເຈົ້າໜ້າທີຕຳຫຼວດວິຊາສະເພາະ ປກສ ເມືອງໄຊບົວທອງ ຈື່ງຮູ້ວ່າ: ຜູ້ຖືກຫາ ຊື່ທ້າວ ປິກ ຈູມມະລີ ອາຍຸ 24 ປີ ອາຊີບເຮັດນາ ຢູ່ບ້ານແກ້ງມື້ນ, ເມືອງໄຊບົວທອງ ແຂວງຄຳມ່ວນ ຜູ້ກ່ຽວຮັບສາລະພາບວ່າ: ຢາເສບຕິດປະເພດຢາບ້າ ຈຳນວນດັ່ງກວ່າແມ່ນເປັນຂອງຜູ້ກ່ຽວແທ້ ແລະ ເງິນຈຳນວນດັ່ງກ່າວແມ່ນໄດ້ມາຈາກການຂາຍຢາບ້າ ເຊິ່ງຢາບ້າທີ່ນຳມາຂາຍແມ່ນຊື່ມາຈາກກຸ່ມແກ່ງຮອມຂະບວນການ ແລ້ວຈະນຳເອົາຢາບ້າຈຳນວນດັ່ງກ່າວ ຂາຍແລະ ຈຳໜ່າຍ ໃຫ້ພວກໄວລຸ້ນແຖວບ້ານ ແລະ ເຂດໄກ້ຄຽງ ,ຕໍ່ກັບຄະດີດັ່ງກ່າວ ທາງເຈົ້າໜ້າທີ່ ໜ່ວຍງານສະກັ້ນກັດ ແລະ ຕ້ານຢາເສບຕິດ ປກສ ເມືອງ ໄຊບົວທອວງ ແຂວງຄຳມ່ວນ ແມ່ນເລັ່ງໃສ່ການສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ່ງຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົກໜາຍຕໍ່ໄປ.

error: Content is protected !!