ເປີດຕະຫລາດ ວັນວານ ຢູ່ໃຈກາງ ນະຄອນຫລວງ ວຽງຈັນ

ໂຄງການ  ຕະຫລາດ ວັນວານ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ ຢູ່ບ້ານຫາຍໂສກ, ເມືອງ ຈັນທະບູລີ,ນະຄອນຫລວງ ວຽງຈັນ. ໃນວັນທີ 2 ພຶດສະພາ 2022 ໂດຍມີທ່ານ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງ ຈັນທະບູລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ, ເຊິ່ງຕະຫລາດດັ່ງກ່າວ ເປີດທຸກໆມື້ເລີ່ມແຕ່ເວລາ 10:00-23:00 ໂມງ.

ທ່ານ ກຽດຕິສັກ ໂກມົນສິລິວັດທະນາ ຜູ້ຈັດການໂຄງການ ໄດ້ໃຫ້ຮູ້ວ່າ: ຕະຫລາດວັນວານ ເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ ໃນເຂດຕົວເມືອງນະຄອນຫລວງ ວຽງຈັນ, ສ້າງຂຶ້ນໂດຍມີເປົ້າໝາຍ ເພື່ອປະກອບສ່ວນ ສົ່ງມອບຄວາມສຸກໃຫ້ຄົນໃນຊຸມຊົນເຂດຕົວເມືອງ ນະຄອນຫລວງ ວຽງຈັນ ແລະ ເປັນການສ້າງສະຖານທີ່ທ່ອງທ່ຽວທາງດ້ານຮ້ານອາຫານ ທີ່ໄດ້ມາດຕະຖານ ເພື່ອບໍລິການແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວລາວເຮົາໃນອະນາຄົດ.

ຕະຫລາດວັນວານ ມີຄວາມໂດດເດັ່ນດ້ານອາຫານ ເຊິ່ງໄດ້ຮວບຮວມເອົາທັງອາຫານພື້ນເມືອງລາວ ແລະ ປະສົມປະສານກັບອາການນານາຊາດ ເຂົ້າມາຮວມໂຕກັນຢູ່ໃນພື້ນທີ່ນີ້ ເພື່ອເປັນທາງເລືອກໃຫ້ແກ່ລູກຄ້າທີ່ມີຄວາມຕ້ອງການອາຫານການກິນທີ່ຫລາກຫລາຍ ໂດຍມີຮ້ານອາການຫລາຍກວ່າ 38 ຮ້ານ ເພື່ອຈໍາໜ່າຍອາຫານທີ່ຫລາກຫລາຍບໍ່ຊໍ້າກັນ, ມີທັງອາຫານລາວ ແລະ ອາຫານ ນາໆຊາດ ທີ່ຮັບປະກັນໄດ້ທາງດ້ານຄຸນນະພາບ ແລະ ລົດຊາດອາຫານ. ສຳລັບ ຮ້ານອາຫານນາໆຊາດຈະແມ່ນເຈົ້າຂອງປະເທດນັ້ນໆເຊັ່ນ: ເກົາຫລີ, ຝຣັ່ງ ແລະ ເຢຍລະມັນ ຈະເປັນເຈົ້າຂອງຮ້ານ ແລະ ສ້າງເມນູອາຫານທີ່ເປັນລົດຊາດຕົ້ນຕຳຫລັບຂອງພວກເຂົາ ໃຫ້ບັນດາທ່ານໄດ້ຮັບປະທານ.

ໃນອະນາຄົດຕະຫລາດວັນວານ ແມ່ນມີນະໂຍບາຍຊຸກຍູ້ສົ່ງເສີມຈັດສັນສະຖານທີ່ ໃຫ້ຜູ້ປະກອບການຜະລິດຕະພັນພື້ນເມືອງລາວໃນຂົງເຂດນີ້ ແລະ ເຂດໃກ້ຄຽງ ມີໂອກາດນຳເອົາສິນຄ້າຂອງຕົນມາວາງສະແດງ ແລະ ຈຳໜ່າຍ ເພື່ອປະກອບສ່ວນຟື້ນຟູກິ່ນອາຍ ແຫ່ງຄວາມມີສະເໜ່ຂອງວິຖີຊີວິດວັດທະນະທຳ ຂອງຄົນໃນຊຸມຊົນເຂດຕົວເມືອງເກົ່າ ໄດ້ກັບມາມີຊີວິດຊີວາອີກຄັ້ງໜຶ່ງ.

ຂໍ້ມູນຂ່າວ-ພາບ: ທະນູທອງ

error: Content is protected !!