ເປີດນຳໃຊ້ ສະໜາມບິນໜອງຄ້າງ ແຂວງຫົວພັນ

ພິທີມອບ-ຮັບໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ຈັດຂຶ້ນໃນວັນທີ 15 ພຶດສະພາ 2023 ເພື່ອຮອງຮັບຜູ້ໂດຍສານທີ່ມີຈຸດປະສົງເດີນທາງ ແຕ່ວຽງຈັນ-ຊຳເໜືອ ເຊິ່ງສະໜາມບິນແຫ່ງນີ້ ໄດ້ຈັດຢູ່ໃນປະເພດ 3C ສາມາດຮອງຮັບເຮືອບິນປະ ເພດ 70-100 ບ່ອນນັ່ງ ເປັນຕົ້ນ ເຮືອບິນ ATR 72 MA-60 ຫລື ທຽບເທົ່າ, ມີທາງແລ່ນຂຶ້ນ-ລົງ ຍາວ 2.400 ແມັດ, ກວ້າງ 30 ແມັດ, ອາຄານຜູ້ໂດຍສານເນື້ອທີ່ 3.288 ຕາແມັດ ເປັນອາຄານ 2 ຊັ້ນ ສາມາດຮອງຮັບຜູ້ໂດຍສານ ໄດ້ 100.000 ເທື່ອຄົນຕໍ່ປີ. ຕາງໜ້າມອບສະໜາມບິນໜອງຄ້າງໂດຍ ທ່ານ ເຈິ່ນບ໋າວ ເຊີນ ຜູ້ອໍານວຍການໃຫຍ່ ບໍລິສັດຫຸ້ນສ່ວນກະສິກໍາສາກົນ ຮວ່າງແອງຢາລາຍ ແລະ ຮັບໂດຍ ທ່ານ ວຽງໄຊ ສິງຄຳ ຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ພ້ອມດ້ວຍ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູທອງ ອິນທະແສງ ຫົວໜ້າໂຄງການກໍ່ສ້າງສະໜາມບິນໜອງຄ້າງ ກ່າວວ່າ:ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດ ແລະ ການພັດທະນາ ຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ດ້ານວຽກງານການບິນພົນລະເຮືອນ ຕາມນະໂຍບາຍຂອງລັດຖະບານ ໃນການຫັນເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ເຊິ່ງໂຄງການດັ່ງກ່າວນີ້ ແມ່ນເປັນໄປຕາມມາດຕະຖານສະໜາມບິນ ຂອງກົມການບິນພົນລະເຮືອນ ແລະ ອົງການການບິນພົນລະເຮືອນສາກົນ (ICAO) ທີ່ໄດ້ວາງອອກ. ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເລີ່ມຈັດຕັ້ງປະຕິບັດ ໃນວັນທີ 7 ຕຸລາ 2013 ຜ່ານມາ ໂດຍກົມການບິນພົນລະເຮືອນ ເປັນເຈົ້າຂອງໂຄງການ ໂດຍມີບໍລິສັດທີ່ປຶກສາ ADCC ແລະ ບໍລິສັດ ພັດທະນາກະສິກຳ ຮວ່າງແອັງ ອັດຕະປື ຈຳກັດ ຈາກປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ພາຍໃຕ້ທຶນກູ້ຢືມຈາກ ບໍລິສັດຮຸ້ນສ່ວນກະສິກໍາສາກົນຮວ່າງແອງຢາລາຍ ໃນມູນຄ່າ 82.041.562 ໂດລາສະຫະລັດ, ໃນນີ້ມູນຄ່າເບື້ອງຕົ້ນ 74.006.320 ໂດລາສະຫະລັດ ແລະ ວຽກເພີ່ມຈໍານວນໜຶ່ງ ມູນຄ່າ 8.035.242 ໂດລາສະຫະລັດ.

ຂໍ້ມູນ-ພາບ: ເວບໄຊກະຊວງ ຍທຂ

error: Content is protected !!