ປກສ ແຂວງບໍ່ແກ້ວ! ກວດພົບຢາໄອ໌ສ 150 ຫໍ່ໃນລົດຮຸ່ນໄດ່.

ປກສ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ພົບລົດທີ່ມີຄວາມຜິດປົກກະຕິ ເລີຍໄລ່ຕາມຈົນກວດພົບວ່າ ມີເປົາລາຍຢູ່ທາງຫຼັງກະບະລົດ ຈຳນວນ 02 ເປົາ , ເຫັນມີເປົາຢູ່ໃນຫ້ອງຄົນຂັບ ຈຳນວນ 06 ເປົາ ແລະ ບາໂຫຼ້ ທະຫານຈຳນວນ 02 ໜ່ວຍ.

ຕາມການລົງກວດກາຕົວຈິງ ແລ້ວກໍໄດ້ພາກັນຍູ້ລົດ ຂຶ້ນມາເສັ້ນທາງເພື່ອກວດກາ ເຫັນວ່າແມ່ນຢາເສບຕິດ ປະເພດ ຢາໄອ໌ສແທ້ ມີຈຳນວນ 150 ຫໍ່.

ດັ່ງນັ້ນ, ທາງກອງບັນຊາການ ປກສ ເມືອງ ຫ້ວຍຊາຍ ຈຶ່ງໄດ້ສ້າງບົດບັນທຶກ ມອບຢາເສບຕິດດັ່ງກ່າວ ພ້ອມກັບລົດໃຫຍ່ ຮຸນໄດ່ 01 ຄັນ , ໃຫ້ພະແນກສະກັດກັ້ນ ແລະ ຕ້ານ ຢາເສບຕິດ ປກສ ແຂວງ ບໍ່ແກ້ວ ໄປເກັບຮັກສາ ແລະ ສືບຕໍ່ດຳເນີນຄະດີ ເພື່່ອຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.

error: Content is protected !!