ອົງການອາຫານໂລກ ສະໜັບສະໜູນຫລາຍໂຄງການ ຢູ່ແຂວງຜົ້ງສາລີ

ໃນລະຫວ່າງ ວັນທີ 9-13 ພຶດສະພາ 2023, ທ່ານ ນາງ ອິດິໂກະ ຮາໂມດ ຜູ້ຮັບຜິດຊອບດ້ານວຽກງານການສື່ສານ ແລະ ການຮ່ວມມື ຂອງອົງການອາຫານໂລກ ປະຈໍາລາວ ພ້ອມດ້ວຍສື່ມວນຊົນລາວ ໄດ້ລົງເຄື່ອນໄຫວ ເກັບກຳຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕ່າງໆ ຢູ່ແຂວງຜົ້ງສາລີ. ແນໃສ່ເຮັດໃຫ້ສື່ມວນຊົນມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບພາລະບົດບາດ, ວິໄສທັດ ແລະ ຍຸດທະສາດຂອງອົງການອາຫານໂລກ ເພື່ອແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ, ປັບປຸງການຂາດສານອາຫານ ແລະ ຊ່ວຍເຫລືອຜູ້ປະສົບໄພໃນລາວ ແນໃສ່ເຮັດໃຫ້ສື່ມວນຊົນນໍາເອົາຂໍ້ມູນຂ່າວສານ ກໍຄືການເຄື່ອນໄຫວວຽກງານຂອງອົງການອາຫານໂລກ ໂດຍສະເພາະຜົນປະໂຫຍດທີ່ປະຊາຊົນໄດ້ຮັບຈາກໂຄງການດັ່ງກ່າວ ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ.

ໃນການເຄື່ອນໄຫວຢູ່ແຂວງຜົ້ງສາລີ ຄັ້ງນີ້, ຄະນະສື່ມວນຊົນລາວໄດ້ລົງເກັບກຳຂໍ້ມູນກ່ຽວກັບການຈັດຈັດຕັ້ງປະຕິບັດໂຄງການອາຫານທ່ຽງ ຢູ່ໂຮງຮຽນອະນຸບານ, ປະຖົມບ້ານຫາດສາ, ໂຄງການສະໜອງ ທຶນໃຫ້ປະຊາຊົນ ເພື່ອຄໍ້າປະກັນດ້ານສະບຽງອາຫານໃນຂົງເຂດ ທີ່ມີຄວາມສ່ຽງດ້ານໄພພິບັດຢູ່ບ້ານໜອງກິນນາລີ ເມືອງຜົ້ງສາລີ ທີ່ໄດ້ຮັບການຍົກຍ້າຍມາຈາກເຂື່ອນໄຟຟ້ານໍ້າອູ 6 ແລະ ໂຄງການອື່ນໆອີກຈໍານວນໜື່ງ.

ທ່ານ ນາງ ອິດິໂກະ ຮາໂມດ ໃຫ້ຮູ້ວ່າ: ອົງການອາຫານໂລກ ປະຈໍາລາວ ໄດ້ສະໜອງການຊ່ວຍ ເຫລືອແກ່ປະຊາຊົນລາວ ເປັນເວລາຫລາຍກວ່າ 4 ທົດສະວັດແລ້ວ, ນອກຈາກ ການຊ່ວຍເຫລືອໂດຍກົງ ດ້ານສະບຽງອາຫານ ຍັງໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງ ໃຫ້ແຜນງານອາຫານທ່ຽງຂອງລັດຖະບານ ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການ ແລະ ການເຂົ້າເຖິງການສຶກສາຂອງເດັກນ້ອຍ ໃນເຂດຊົນນະບົດຫ່າງໄກສອກຫລີກ ຜ່ານໂຄງການອາຫານທ່ຽງແຫ່ງຊາດ, ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນເຂດທີ່ມີຄວາມສ່ຽງ ຕໍ່ການເກີດໄພພິບັດ ແລະ ສະໜັບສະໜູນລັດຖະບານລາວໃນການຊ່ວຍເຫລືອສຸກເສີນຕໍ່ໄພພິບັດ.

error: Content is protected !!