ຫວຽດນາມ ເປີດຂົວພື້ນແກ້ວຍາວທີ່ສຸດໃນໂລກ

ອີງຕາມຂ່າວຈາກ ຫວຽດນາມ ວັນທີ 3 ພຶດສະພານີ້ , ຫວຽດນາມ ປະກາດແຫລ່ງທ່ອງທ່ຽວ ທ້າທາຍຄວາມສູງແຫ່ງໃໝ່ ເປັນຂົວພື້ນແກ້ວ ຢູ່ເຂດປ່າດົງດິບຊື່ວ່າ: ຂົວ​ບັ໋ກ​ລອງ​ແປ​ວ່າ “ມັງກອນ​ຂາວ”, ຕັ້ງ​ຢູ່​ເມືອງ ​ໝົກ​ໂຈວ ແຂວງເຊີນລາ ທາງຕາເວັນຕົກ ສ່ຽງເໜືອ ຂອງປະເທດສ້າງຂຶ້ນ ມີລັກສະນະຄົດຄ້ຽວ ອ້ອມຮອບໜ້າຜາ ຢ່າງຂ້າມລະຫວ່າງຍອດພູ 2 ໜ່ວຍ ມີຄວາມຍາວທັງໝົດ 632 ແມັດ, ເປັນສະຖິຕິຍາວທີ່ສຸດໃນໂລກ ຈາກສະຖິຕິຂົວແກ້ວ ໃນແຂວງ ກວາງຕຸ້ງ ຂອງ ຈີນ ມີຄວາມຍາວ 526 ແມັດ.

ຂົວແຫ່ງນີ້, ພື້ນຂົວ ແມ່ນເຮັດມາຈາກ ແກ້ວນິລະໄພ ທີ່ຜະລິດ ໃນປະເທດ ຝຣັ່ງ ມີຄວາມແຂງແຮງພຽງພໍ ທີ່ຈະຮອງຮັບ ນັກທ່ອງທ່ຽວ ໄດ້ເຖິງ 450 ຄົນ, ໃນເວລາດຽວກັນ ແລະ ເປັນຂົວແຫ່ງທີ 3 ຂອງ ຫວຽດນາມ.

error: Content is protected !!