ລັດຖະບານ ທົບທວນວຽກງານຄວາມປອດໄພທາງຫລວງ ພາກກາງ-ພາກໃຕ້

ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມວຽກງານຄວາມປອດໄພທາງຫລວງ 8 ແຂວງພາກກາງ-ພາກໃຕ້ ແລະ ນະຄອນ ຫລວງ ໃນຮູບແບບເຊິ່ງໜ້າ ແລະ ຮູບແບບທາງໄກ ໃນວັນທີ 9 ພຶດສະພາ 2023 ທີ່ນະຄອນປາກເຊ ແຂວງຈຳປາສັກ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ, ມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຄະນະກໍາມະການ ດ້ານຄວາມປອດທາງຫລວງ ຈາກນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: ປັດຈຸບັນ ການນໍາໃຊ້ຍານພາຫະນະທາງບົກ ແລະ ທາງຫລວງ ນັບມື້ເພີ່ມຂຶ້ນແບບກ້າວກະໂດດ, ຄຽງຄູ່ກັບການເພີ່ມຂຶ້ນຂອງພາຫະນະນັ້ນ, ແຕ່ລະປີ ຈໍານວນອຸ ບັດເຫດ ກໍມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນ ເຊິ່ງເຮັດໃຫ້ມີຄົນບາດເຈັບ, ເສຍອົງຄະ, ເສຍຊີວິດ ມີຈໍານວນເພີ່ມຂຶ້ນ ລວມທັງຊັບສິນຂອງປະຊາຊົນ ກໍຄືຂອງລັດ ເສຍຫາຍຫລາຍຮ້ອຍຕື້ໃນແຕ່ລະປີ. ສະພາບດັ່ງກ່າວ ໄດ້ກາຍເປັນໜຶ່ງໃນປາກົດການຫຍໍ້ທໍ້ໃຫຍ່ຂອງສັງຄົມ, ສ້າງຄວາມສູນເສຍໃຫຍ່ຫລວງ ທີ່ກົດໜ່ວງການພັດທະນາ, ເປັນສິ່ງທ້າທາຍໃຫຍ່ຂອງການບໍລິຫານ-ຄຸ້ມຄອງສັງຄົມຂອງລັດຖະບານ. ກອງປະຊຸມຄັ້ງນີ້ ຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານ ກໍຄືບັນດາແຂວງ ຕໍ່ວຽກງານຄວາມປອດໄພທາງຫລວງ ເພື່ອຈຳກັດ, ຫລຸດຜ່ອນອຸບັດເຫດທາງຫລວງ ເວົ້າລວມ, ເວົ້າສະເພາະ ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ, ຂອງຊາດ ຄຽງຄູ່ກັບການປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ ທັງເປັນການຕິດຕາມກວດກາ ການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ໄລຍະປີ 2021-2030 ແລະ ແຜນດຳເນີນງານໄລຍະປີ 2021-2025 ພ້ອມທັງຕີລາຄາສະພາບຄວາມເປັນຈິງ. ພ້ອມນັ້ນ ຍັງໄດ້ມີການປຶກສາຫາລື ແລກປ່ຽນຄຳຄິດເຫັນ ກ່ຽວກັບວຽກງານຄວາມປອດໄພທາງຫລວງ ເພື່ອຮ່ວມກັນຫາວິທີທາງແກ້ໄຂ, ປັບປຸງກົນໄກເຮັດວຽກ, ກົນໄກການປະສານງານ ເພື່ອປ້ອງກັນ ແລະ ຫລຸດຜ່ອນອຸບັດເຫດທາງຫລວງ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມຈຳເປັນຮີບດ່ວນ ຂອງການເພີ່ມທະວີ ວຽກງານປອດໄພທາງຫລວງໃນເງື່ອນໄຂໃໝ່; ການກວດກາການບັງຄັບໃຊ້ກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ, ສະຖິຕິການເກີດອຸບັດເຫດທາງຫລວງ; ທົບທວນຄືນຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ໄລຍະປີ 2021-2030 ແລະ ແຜນດຳເນີນງານ ໄລຍະປີ 2021-2025 ພ້ອມທັງແຜນການຈັດຕັ້ງວຽກງານ ຄວາມປອດໄພທາງຫລວງ ໃນເງື່ອນໄຂໃໝ່. ນອກຈາກນີ້, ໃນກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງແຜນການໃນຕໍ່ໜ້າ ທີ່ແຕ່ລະຂະແໜງ ການ ຈະໄດ້ປະຕິບັດ ແລະ ມີສ່ວນຮ່ວມໃນການເຄື່ອນໄຫວວຽກງານ ເພື່ອໃຫ້ບັນລຸເປົ້າໝາຍຂອງຍຸດທະສາດ ຫລຸດອັດຕາການເສຍຊີວິດ ແລະ ການບາດເຈັບສາຫັດລົງ ໃຫ້ໄດ້ 50% ໃນປີ 2030; ພ້ອມທັງຫາລືກ່ຽວກັບການບັງຄັບໃຊ້ກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ເປັນຕົ້ນ ກວດກາຄວາມໄວຂອງການແລ່ນລົດ, ກວດກາທາດເຫລົ້າຂອງຜູ້ຂັບຂີ່ ແລະ ມາດຕະການປັບໄໝຕ່າງໆ ຕໍ່ຜູ້ຂັບຂີ່, ການຊ່ວຍເຫລືອສຸກເສີນພາຍຫລັງທີ່ມີການເກີດອຸບັດເຫດ ແລະ ມີຜູ້ໄດ້ຮັບບາດເຈັບ, ອຸປະກອນຮັບໃຊ້ສຳລັບການປະຖົມພະຍາບານເບື້ອງຕົ້ນ ໃນແຕ່ລະແຂວງ, ງົບປະມານທີ່ນໍາມາຈັດຕັ້ງປະຕິບັດ ວຽກງານຄວາມປອດໄພທາງຫລວງ ທັງນີ້ກໍເພື່ອຮັບປະກັນ ໃຫ້ວຽກງານຄວາມປອດໄພທາງຫລວງ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ຂ່າວ-ພາບ: ທູນທອງໃຈ

error: Content is protected !!