ສປຈີນ ກຳລັງການຜະລິດຕິດຕັ້ງພະລັງງານໝູນວຽນ ເພີ່ມຂຶ້ນກວ່າ 86%

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 1 ເດືອນພຶດສະພາ, ສຳນັກງານ ບໍລິຫານ ພະລັງງານ ແຫ່ງຊາດ ຈີນ ລາຍງານວ່າ: ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ), ກຳລັງການຜະລິດ ຕິດຕັ້ງພະລັງງານ ໝູນວຽນຂອງ ຈີນ ບັນລຸເຖິງ 47,4 ລ້ານກິໂລວັດ, ເພີ່ມຂຶ້ນ 86,5% ເມື່ອທຽບໃສ່ປີຕໍ່ປີ ໂດຍກວມເອົາ 80,3% ຂອງ ກຳລັງການຜະລິດຕິດຕັ້ງ ພະລັງງານໃໝ່ ຂອງທົ່ວປະເທດ. ໄລ່ເຖິງທ້າຍເດືອນ ມີນາຜ່ານມາ, ກຳລັງ ການຜະລິດຕິດຕັ້ງ ພະລັງງານໝູນວຽນ ຂອງຈີນ ລວມມີ ປະມານ 1,26 ຕື້ກິໂລວັດ. ສ່ວນ ການຜະລິດ ພະລັງງານ ລົມ ແລະ ພະລັງງານ ແສງຕາເວັນ ເພີ່ມຂຶ້ນ 27,8% ເມື່ອທຽບປີຕໍ່ປີ

error: Content is protected !!