ກັກໂຕສາວ ພ້ອມຢາສູບໄຟຟ້າ 870 ອັນ ທີ່ ແຂວງ ຄຳມ່ວນ ມາດຳເນີນຄະດີ

ໃນວັນທີ 19 ເມສາ 2023 ທາງເຈົ້າຫນ້າທີ່ພະແນກຕໍາຫຼວດ ສະກັດກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີຈໍານວນຫນຶ່ງຈະມີການຊື້-ຂາຍ ຢາເສບຕິດ ປະເພດ ຢາສູບໄຟຟ້າ ຢູ່ເຂດບ້ານ ໜອງບົວຄຳ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ເມື່ອໄດ້ຮັບການລາຍງານຄືແນວນັ້ນທາງເຈົ້າຫນ້າທີ່ວິຊາສະເພາະ ຈື່ງໄດ້ລົງຕິດຕາມກວດກາສະຖານທີ່ດັ່ງກ່າວ ຜ່ານການກວດກາຕິດຕາມເຫັນວ່າ ມີມູນຄວາມຈິງ.

ພໍຮອດເວລາ 21 ໂມງ ຂອງວັນດຽວກັນ ທາງເຈົ້າຫນ້າທີ່ວິຊາສະເພາະຈື່ງໄດ້ສະແດງຕົວເຂົ້າຈັບກຸມເປົ້າຫມາຍສາມາດກັກຕົວເປົ້າຫມາຍໄດ້ຈໍານວນ 01 ຄົນ ພາຍຫຼັງກັກຕົວຜູ້ຖືກຫາ ໄດ້ແລ້ວ ທາງເຈົ້າໜ້າທີ່ວິຊາສະເພາະກໍ່ໄດ້ຂະຫຍາຍຜົນປະສານສົມທົບກັບອຳນາດການປົກຄອງບ້ານໜອງບົວຄຳ ເມືອງທ່າແຂກ ທີ່ຜູ້ກ່ຽວໄດ້ເອົາຢາສູບໄຟຟ້າໄປຝາກໄວ້ (ເຊິ່ງເປັນເຮືອນຄົນຮູ້ຈັກ) ຜ່ານການກວດຄົ້ນເຮືອນຫຼັງດັ້ງກ່າວ ເຈົ້າຫນ້າທີ່ ໄດ້ພົບເຫັນ ຂອງກາງຢາເສບຕິດປະເພດຢາສູບໄຟຟ້າ ຈຳນວນ 4 ແກັດ ກັບ 7 ກັບ ເທົ່າກັບ 870 ອັນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຈື່ງຮູ້ວ່າ ຜູ້ຖືກຫາຊື່ ນາງ ວິສຸດາ ສູນດາລາ ອາຍຸ 28 ປີ,ເປັນປະຊາຊົນຢູ່ບ້ານປາກຊິມັງ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ຜູ່ກ່ຽວໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ ຢາເສບຕິດ ປະເພດຢາສູບໄຟຟ້າຈຳນວນດັ່ງກ່າວເປັນຂອງຜູ້ກ່ຽວແທ້ໂດຍສັ່ງຊື້ນຳຄົນຮູ້ຈັກຜ່ານທາງ ເຟດບຸກ ຈຳນວນ 870 ອັນ ໃນລາຄາ ອັນລະ 60,000 ກີບ ເທົ່າກັບ 52,200,000 ກີບ ພາຍຫຼັງຕົກລົງຊື້ຂາຍກັນແມ່ນໄດ້ຂົນສົ່ງຜ່ານບໍລິສັດຂົນສົງແຫ່ງໜຶ່ງ ຫຼັງຈາກໄດ້ຮັບຢາເສບຕິດ ປະເພດຢາສູບໄຟຟ້າ ຜູ້ກ່ຽວໄດ້ເອົາໄປຝາກໄວ້ເຮືອນ (ນ້ອງຮັກ) ຢູ້ບ້ານ ໜອງບົວຄຳ ເມືອງ ທ່າແຂກເພື່ອຈະນຳໄປຂາຍຕໍ່ໃຫ້ໄວລຸ້ນພາຍໃນເທດສະບານເມືອງທ່າແຂກ ໃນລາຄາອັນລະ 80,000 ກີບ – 120,000 ກີບແຕ່ບໍ່ທັນໄດ້ຈຳໜ່າຍກໍ່ຖືກເຈົ້າຫນ້າທີ່ກັກຕົວມາດຳເນີນຄະດີກ່ອນ ປະຈຸບັນເຈົ້າໜ້າທີ່ພວມສືບຕໍ່ ຂະຫຍາຍຜົນຫາກຸ່ມແກ່ງຜູ່ຮ່ວມຂະບວນການ ເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.

error: Content is protected !!