ໄລຍະ 3 ເດືອນຕົ້ນປີ 2023 ທີ່ຜ່ານມາ ອັດຕະປື ໄດ້ທັບມ້າງທຳລາຍຄະດີຢາເສບຕິດໄດ້ທັງໝົດ 28 ເລື່ອງ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ຢາເສບຕິດ ເປັນພິດເປັນໄພຕໍ່ສັງຄົມ ເປັນສິ່ງກົດໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍັງມີຄົນຈໍານວນບໍ່ໜ້ອຍຕົກເປັນທາດຂອງຢາເສບຕິດ ຊຶ່ງຜ່ານມາໜ່ວຍງານທີ່ກ່ຽວຂ້ອງໄດ້ພະຍາຍາມ ເອົາໃຈໃສ່ຢັບຢັ້ງດ້ວຍຫລາຍຮູບການ, ແຕ່ຢາເສບຕິດຍັງມີລັກສະນະເພີ່ມຂຶ້ນຢູ່ໃນທຸກປີ.

ທ່ານ ພົນຈັດຕະວາ ສີເວີນແກ້ວ ສີວົງສາ ກໍາມະການພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ລາຍງານໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ XI ໃນວັນທີ 24 ເມສາ 2023 ຜ່ານມາວ່າ: ໃນໄລຍະຜ່ານມາແຂວງອັດຕະປື ກໍຄື ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ເມືອງ ໄດ້ຖືສໍາຄັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ. ໃນນັ້ນ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ມີບົດບາດເປັນເສນາທິການໃຫ້ແກ່ອົງການປົກຄອງແຂວງ ໃນການປະສານສົມທົບກັບພະແນກການທີ່ກ່ຽວຂ້ອງ ແລະ ເມືອງ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມວຽກຈຸດສຸມ, ຜ່ານການເຄື່ອນໄຫວຕົວຈິງ ໄລຍະ 3 ເດືອນຕົ້ນປີ 2023 ໄດ້ທັບມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 28 ເລື່ອງ, ຈັບຜູ້ຖືກຫາໄດ້ 45 ຄົນ, ຍິງ 9 ຄົນ, ຢຶດຂອງກາງຢາບ້າໄດ້ 12.645 ເມັດ, ເງິນກີບ 6 ລ້ານກວ່າກີບ, ໂທລະສັບ 25 ໜ່ວຍ, ລົດຈັກ 7 ຄັນ, ລົດໃຫຍ່ 1 ຄັນ ແລະ ອື່ນໆ. ພ້ອມນີ້, ກໍໄດ້ຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດ ໃນທົ່ວແຂວງໄດ້ທັງໝົດ 666 ຄົນ, ຍິງ 93 ຄົນ, ທັບມ້າງໄດ້ 252 ຄົນ, ຍິງ 50 ຄົນ, ເປົ້າໝາຍເອົາຕົວລົບໜີອອກຈາກພື້ນທີ່ 26 ຄົນ, ຍິງ 1 ຄົນ, ຍັງເຫລືອຕົວຈິງ 388 ຄົນ, ຍິງ 42 ຄົນ. ສ່ວນບັນຊີເປົ້າໝາຍການເສບຢາ ໃນທົ່ວແຂວງ ມີທັງໝົດ 1.329 ຄົນ, ຍິງ 73 ຄົນ, ໄດ້ສຶກສາອົບຮົມແລ້ວ 295 ຄົນ, ຍິງ 22 ຄົນ, ເອົາໄປບໍາບັດປິ່ນປົວ 61 ຄົນ, ຍັງຄ້າງ 973 ຄົນ, ຍິງ 51 ຄົນ.

ທ່ານ ພົນຈັດຕະວາ ສີເວີນ ແກ້ວ ສີວົງສາ ຍັງໃຫ້ຮູ້ອີກວ່າ: ໃນໄລຍະ 3 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຍັງໄດ້ຖືເອົາວຽກງານໂຄສະນາເຜີຍແຜ່ ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ເປັນວຽກສໍາຄັນ ໂດຍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ຢູ່ບັນດາສະຖາບັນການສຶກສາ, ກຸ່ມບ້ານ, ໄດ້ສ້າງແຜນເຄື່ອນໄຫວລົງຊຸກຍູ້, ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ຄະ ນະພັກ-ຄະນະນໍາ ບັນດາພະແນກການອ້ອມຂ້າງ ແຂວງ, ເມືອງ, ບ້ານ, ບັນດາພະແນກການ, ຫ້ອງ ການທີ່ກ່ຽວຂ້ອງ ເພື່ອເຮັດໜ້າທີ່ພາລະບົດບາດ ຈັດຕັ້ງປະຕິບັດໄປຕາມການແບ່ງປັນຄວາມຮັບຜິດ ຊອບທີ່ໄດ້ກໍານົດໃນວາລະແຫ່ງຊາດ.

ຂ່າວ: ພອນປະເສີດ

error: Content is protected !!