ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2023 ຈະສຸມໃສ່ 9 ຫົວຂໍ້ສໍາຄັນ.

ໂດຍປະຕິບັດຕາມແຜນດໍາເນີນງານ ຂອງລັດຖະບານ ແລະປະຕິບັດຕາມການມອບໝາຍຂອງ ທ່ານນາຍົກລັດຖະມົນຕີ, ວັນທີ 25-26 ເມສາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ນໍາພາ ແລະເປັນປະທານກອງປະຊຸມສະໄໝສາມັນ ປະຈຳເດືອນເມສາ 2023, ໂດຍມີບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ, ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແບບເຊິ່ງໜ້າ ແລະຜູ້ຕາງໜ້າບັັນດາແຂວງ ແລະນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ ແລະປຶກສາຫາລື 9 ຫົວຂໍ້ສໍາຄັນ ຄື: ບົດສະຫລຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນເມສາ ແລະທິດທາງແຜນການ ປະຈໍາເດືອນພຶດສະພາ 2023 ຂອງລັດຖະບານ ເຊັ່ນ: ວຽກງານຂົງເຂດເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ລວມທັງສະພາບການໄຟໄໝ້ປ່າ ແລະບັນຫາມົນລະພິດທາງອາກາດ; ຮ່າງບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 3 ເດືອນ ຕົ້ນປີ 2023 ແລະລາຍງານສະພາບການແກ້ໄຂບັນຫາຮີບດ່ວນ ຄື: ບັນຫາເງິນເຟີ້, ລາຄາສິນຄ້າ ແລະອັດຕາແລກປ່ຽນ; ຮ່າງດຳລັດ ວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ; ຮ່າງດຳລັດ ວ່າດ້ວຍກອງທຶນຄວາມປອດ ໄພທາງລົດໄຟ; ຮ່າງດຳລັດ ວ່າດ້ວຍນາມມະຍົດນັກຂ່າວ; ຜ່ານເນື້ອໃນຄຳຂວັນ ສຳລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະການເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນຳລາວ ໃນເດືອນພຶດສະພາ 2023; ຮ່າງຍຸດທະສາດ ພັດທະນາວຽກງານຄວາມປອດໄພ ຂອງຜະລິດຕະພັນສັດຂັ້ນຕົ້ນ ຂອງ ສປປ ລາວ 2021-2030 (ສະບັບສ້າງໃໝ່); ຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວ (ສະບັບສ້າງ

ໃໝ່); ຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ (ສະບັບສ້າງໃໝ່).

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

error: Content is protected !!