ສາລະວັນ ປະກາດ 16 ບ້ານເປັນບ້ານສາທາລະນະສຸກແບບຢ່າງ-ຢຸດຕິຖ່າຍຊະຊາຍ

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມືອງສາລະວັນ ປະກາດ 16 ບ້ານເປັນບ້ານສາທາລະນະສຸກແບບຢ່າງ ແລະ ຢຸດຕິການຖ່າຍຊະຊາຍ ໃນວັນທີ 24 ເມສາ 2023 ໂດຍມີ ທ່ານ ໜູຄໍາ ສີສະຫວັດ ຮອງເຈົ້າເມືອງສາລະວັນ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ທ່ານ ວົງດາວ ສຸລິນທາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ເພັງພະຈັນ ພົນອາສາ ຜູ້ບໍລິຫານ ອົງການແພລນສາກົນປະຈໍາ ແຂວງສາລະວັນ, ມີອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ 16 ບ້ານເຂົ້າຮ່ວມ.

ໃນພິທີ, ທ່ານ ແສງເດືອນ ເມືອງຈັນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດມາດຖານເງື່ອນໄຂການສ້າງບ້ານສາທາລະນະສຸກແບບຢ່າງ ແລະ ຢຸດຕິການຖ່າຍຊະຊາຍໃນ 16 ບ້ານຄື: ບ້ານທາດຫ້ວຍ, ນາທູນໃຫຍ່, ບ້ານພ້າວ, ດອນຂາວ, ນາໄຊໃຫຍ່, ແສນວັງນ້ອຍ, ໂຄກເກົ່າ, ໝາກນາວນ້ອຍ, ໜອງ ໝາກຢາງ, ຕົ້ງສີວິໄລ, ວັງງົວ, ແກ້ງຂຸມ, ຕົ້ງໃຫຍ່, ແກ້ງເປາະ, ທົ່ງນາຫລວງ ແລະ ບ້ານນາພະຍີ່ ໂດຍໄດ້ຮັບການຊີ້ນໍາໆພາຈາກຂັ້ນເທິງຢ່າງໃກ້ຊິດ ແລະ ຕໍ່ເນື່ອງ, ປະຊາຊົນໃຫ້ຄວາມຮ່ວມມືເປັນຢ່າງດີ, ທີມງານຄະນະກໍາມະການຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ(ຊຈສ) ຂັ້ນເມືອງ ໄດ້ເອົາໃຈໃສ່ປຸກ ລະດົມ ກະຕຸກຊຸກຍູ້, ພ້ອມທັງລົງຕິດຕາມຢ່າງໃກ້ຊິດ ຈຶ່ງສາມາດປະກາດ 16 ບ້ານດັ່ງກ່າວ ເປັນບ້ານສາທາລະນະສຸກແບບຢ່າງ ແລະ ຢຸດຕິການຖ່າຍຊະຊາຍ ເຊິ່ງມີປະຊາກອນທັງໝົດ 9.843 ຄົນ, ຍິງ 4.348 ຄົນ, 2.268 ຄອບຄົວ, 1.522 ຫລັງຄາເຮືອນ, ຈໍານວນວິດຖ່າຍ 1.174 ໜ່ວຍ, ອັດຕາການຊົມໃຊ້ວິດຖ່າຍກວມ 100%.

ໂອກາດນີ້, ທ່ານ ໜູຄໍາ ສີສະຫວັດ ຮອງເຈົ້າເມືອງສາລະວັນ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຕໍ່ຄະນະພັກ-ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສາມາດຈັດຕັ້ງປະຕິບັດແຜນການສ້າງບ້ານສາທາລະນະສຸກແບບຢ່າງ ແລະ ຢຸດຕິການຖ່າຍຊະຊາ ຍໄດ້ສໍາເລັດຕາມຄາດໝາຍ. ພ້ອມທັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ແລະ ອໍານວຍຄວາມສະດວກ ແກ່ການຈັດຕັ້ງປະຕິບັດໃນວຽກງານດັ່ງກ່າວຫລາຍຂຶ້ນກວ່າເກົ່າ, ເປັນເຈົ້າການໃນການປຸກລະດົມ, ມີສ່ວນຮ່ວມຂອງຊຸມຊົນ, ເອົາໃຈໃສ່ຊຸກຍູ້ ແລະ ຕິດຕາມກວດກາປົກກະຕິຕໍ່ເນື່ອງ ເພື່ອໃຫ້ບ້ານສາທາລະນະສຸກແບບຢ່າງ ແລະ ຢຸດຕິການຖ່າຍຊະ ຊາຍມີຄວາມເຂັ້ມແຂງໃນດ້ານສຸຂະອະນາໄມຢ່າງມີຄຸນນະພາບ.

ຂ່າວ: ກິນດາວັນ ອ້ວນນາຄູ

error: Content is protected !!