ເປີດງານວາງສະແດງສິນຄ້າ ຈີນ-ອາຊຽນຄັ້ງທີ 20

ວັນທີ 24 ເມສາ2023 ທີ່ຜ່ານມານີ້, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ໄດ້ເດີນສາຍວາງສະແດງຢູ່ ສປປ ລາວເປັນຄັ້ງທໍາອິດ ພ້ອມທັງຈັດງານວາງສະແດງສິນຄ້າສົ່ງອອກແຂວງກວາງຊີ ສປຈີນ ເຊິ່ງຈະດໍາເນີນໄປເຖິງວັນທີ 26 ເມສາ 2023 ພາຍໃຕ້ການສະໜັບສະໜູນໂດຍເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ແລະກະຊວງອຸດສາຫະກຳ ແລະການຄ້າ ສປປ ລາວ ແລະຮ່ວມຈັດໂດຍກອງເລຂາ ງານວາງສະແດງຈີນ-ອາຊຽນ, ພະແນກການຄ້າແຂວງກວາງຊີ ແລະກົມສົ່ງເສີມການຄ້າ. ໃນພິທີເປີດງານມີທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະການຄ້າ , ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈຳລາວ, ທ່ານໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະທິການຮ່ວມມຶລາວ-ຈີນ, ທ່ານ ຈ້າວ ເວິນຢູ ທີ່ປຶກສາທູດເສດຖະກິດ ແລະການຄ້າສະຖານທູດຈີນປະຈໍາລາວ, ທ່ານ ນາງ ດຣ. ເວີຍ ຊາວຮຸ້ນ ຫົວຫນ້າກອງເລຂາວາງສະແດງຈີນ-ອາຊຽນ ລວມທັງຄະນະກົມ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ, ຜູ້ຕາງຫນ້າຈາກພາກລັດ ແລະເອກະຊົນເຂົ້າຮ່ວມ.

ທ່ານ ນາງ ຈັນສຸກ ແສງພະຈັນໄດ້ກ່າວວ່າ: ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງນີ້ແມ່ນມີຄວາມໝາຍສຳຄັນ ແລະພິເສດເນື່ອງຈາກເປັນໂອກາດຄົບຮອບ 20 ປີ ຂອງການເປັນຄູ່ຮ່ວມມືຮອບດ້ານຍຸດທະສາດຈີນ-ອາຊຽນ, ຄົບຮອບ 20 ປີງານວາງສະແດງຈີນ-ອາຊຽນ ແລະຄົບຮອບ 10ປີ ຂໍ້ລິເລີ່ມ “ຫນຶ່ງແລວຫນຶ່ງເສັ້ນທາງ” ຂອງປະທານສີຈິ້ນຜິງ ທັງຍັງເປັນຄັ້ງທໍາອິດທີ່ຈັດຢູ່ ສປປລາວ. ງານວາງສະແດງສິນຄ້າຄັ້ງນີ້ຖືເປັນງານວາງສະແດງທີ່ການນຳຂັ້ນສູງຂອງຈີນ ແລະບັນດາປະເທດອາຊຽນໃຫ້ຄວາມສຳຄັນ ທັງເປັນເວທີແຫ່ງການພົວພັນຮ່ວມມືຮອບດ້ານລະຫວ່າງພາກລັດ,ພາກທຸລະກິດ ແລະການໄປມາຫາສູ່ຂອງປະຊາຊົນໂດຍມີບົດບາດໃນການຊຸກຍູ້ສົ່ງເສີມດ້ານການຄ້າ-ການລົງທຶນ-ການທ່ອງທ່ຽວເພື່ອສະຫນັບສະຫນູນເຂດການຄ້າເສລີຈີນ-ອາຊຽນໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ທ່ານ ນາງ ດຣ. ເວີຍ ຊາວຮຸ້ຍ ໄດ້ກ່າວວ່າ ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ແມ່ນໄດ້ຈັດກິດຈະກຳສົ່ງເສີມການລົງທຶນທີ່ມີປະສິດທິພາບກວ່າເກົ່າເພື່ອຊ່ວຍເຫລືອປະເທດລາວເພີ່ມທະວີຄວາມພະຍາຍາມດຶງດູດນັກລົງທຶນ ແລະອຳນວຍຄວາມສະດວກໃຫ້ແກ່ບໍລິສັດລາວທີ່ເຂົ້າຮ່ວມງານວາງສະແດງ ແລະກອງປະຊຸມຕ່າງໆ.

ໃນເວທີສະແດງສິນຄ້າຄັ້ງນີ້, ຍັງມີການເຊັນສັນຍາໂຄງຊຸດທຳອິດຫລາຍໂຄງການ ແລະບັນດາຄະນະນຳໄດ້ທ່ຽວຊົມງານວາງສະແດງສິນຄ້າໃນຫ້ອງຕ່າງໆ ເຊິ່ງງານວາງສະແດງຄັ້ງນີ້ແມ່ນມີບໍລິສັດຫ້າງຮ້ານເຂົ້າຮ່ວມທັງຫມົດ 175 ບໍລິສັດ, ມີ 235 ຫ້ອງວາງສະແດງ ໃນນັ້ນ, ມີ 25 ຫົວຫນ່ວຍທຸລະກິດຂອງລາວ, 100 ຫົວຫນ່ວຍທຸລະກິດຈາກຈີນ ແລະ 50 ຫົວຫນ່ວຍທຸກລະກິດໄທ ເຊິ່ງສິນຄ້ານຳມາວາງສະແດງປະກອບມີ ເຄື່ອງໃຊ້ໄຟຟ້າ-ອຸປະກອນໄຟຟ້າ, ເຄື່ອງກົນຈັກ ແລະເຄື່ອງມືຮັບໃຊ້ການຜະລິດກະສິກຳ,ນະວັດຕະກຳພະລັງງານສະອາດ, ອຸປະກອນການແພດ-ການຢາ, ອຸປະກອນເຄື່ອງກໍ່ສ້າງ, ອາຫານ ແລະເຄື່ອງດື່ມ.

ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ເລີ່ມຈັດຂຶ້ນມາແຕ່ປີ 2004 ທີ່ນະຄອນໜານໜິງ ເຂດກວາງຊີ, ມາຮອດປັດຈຸບັນແມ່ນຈັດຂຶ້ນເປັນ 19 ຄັ້ງແລ້ວ, ສໍາລັບປີນີ້, ເປັນປີທໍາອິດທີ່ໄດ້ເລີ່ມເດີນສາຍວາງສະແດງຢູ່ລາວ, ສໍາລັບງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ມີແຜນຈະຈັດຂຶ້ນ ໃນເດືອນກັນຍາ 2023 ທີ່ນະຄອນໜານໜິງ ເຂດກວາງຊີ ສປ ຈີນ.

error: Content is protected !!