ຫວຽດນາມ​ ປົດລ໋ອກ!​ ແຈ້ງຢຸດການກວດກາ​ ໂຄວິດ​ຢູ່ດ່ານກ່ອນເຂົ້າປະເທດ

ກະຊວງສາທາລະນະສຸກ ຫວຽດນາມ ໄດ້ອອກແຈ້ງການ ການຢຸດຕິການກວດກາ​ ໂຄວິດ-19 ຢູ່ດ່ານກ່ອນເຂົ້າປະເທດ ຢູ່ທຸກດ່ານຊາຍແດນຂອງປະເທດ​ຫວຽດນາມ ສໍາລັບຄົນເຂົ້າປະເທດ ເລີ່ມແຕ່ 00 ໂມງ 00 ນາທີ ຂອງວັນທີ 27 ພຶດສະພາ 2022.

ອີງຕາມແຈ້ງການ ກະຊວງສາທາລະນະສຸກຫວຽດນາມ ກ່ຽວກັບການຢຸດຕິການກວດກາ​ ໂຄວິດ​ ຢູ່ດ່ານກ່ອນເຂົ້າປະເທດ, ເລກທີ 2118/BYT-DP, ລົງວັນທີ 26 ເມສາ 2022. ໃນປັດຈຸບັນ ຕາມການບັນທຶກເຊື້ອພະຍາດ ໂຄວິດ-19 ຢູ່ບັນດາປະເທດໃນທົ່ວໂລກ ເຫັນວ່າເຊື້ອພະຍາດໄດ້ມີວັກຊິນທີສາມາດຕ້ານເຊື້ອໄດ້ປະສິດຕິພາບດີສົມຄວນ ແລະ ຍັງສາມາດຕ້ານເຊື້ອ SARS-CoV-2 ທີ່ກໍາລັງລະບາດໄດ້. ໃນຊ່ວງໄລຍະໝໍ່ໆນີ້ ຕົວເລກການຕິດ ແລະ ເສຍຊີວິດຈາກເຊື້ອພະຍາດແມ່ນຫຼຸດລົງ ໃນຂອບເຂດທົ່ວໂລກ. ປະເທດ​ ຫວຽດນາມ ແມ່ນສາມາດຄວບຄຸມເຊື້ອພະຍາດ​ໂຄວິດ-19 ໃນຂອບເຂດທົ່ວປະເທດ ເຊິ່ງອັດຕາການສັກວັກຊິນຕ້ານເຊື້່ອ​ ໂຄວິດ-19 ແມ່ນສູງ.

ອີງຕາມສະຖານະການເຊື້ອພະຍາດ​ ໂຄວິດ-19 ແລະ ດໍາລັດ ເລກທີ 82/2018/ND-CP, ລົງວັນທີ 25 ມິຖຸນາ 2018 ຂອງລັດຖະບານ ໄດ້ກໍານົດລະອຽດການຈັດຕັ້ງປະຕິບັດບາງມາດຕາກ່ຽວກັບມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດຕາມດ່ານຊາຍແດນ. ກະຊວງສາທາລະນະສຸກ ໄດ້ສະເໜີຄະນະປະຈໍາພັກແຂວງ, ນະຄອນ ຊີ້ນໍາບັນດາຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດບັນດາເນື້ອໃນດັ່ງລຸ່ມນີ້:

1. ຢຸດມາດຕະການຮຽກຮ້ອງກວດກາໃບແຈ້ງກວດເຊື້ອພະຍາດ​ ໂຄວິດ-19 ຢູ່ທຸກດ່ານຊາຍແດນຂອງປະເທດ​ ຫວຽດນາມ ສໍາລັບຄົນເຂົ້າປະເທດ ເລີ່ມແຕ່ 00 ໂມງ 00 ນາທີ ຂອງວັນທີ 27 ເມສາ 2022.

2. ໃຫ້ປະຕິບັດການຕິດຕາມ ແລະ ເຝົ້າລະວັງ ຄົນເຂົ້າດ່ານ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດເລກທີ 89/2018/ND-CP ລົງວັນທີ 25/6/2018 ຂອງລັດຖະບານ ທີ່ໄດ້ກໍານົດລະອຽດການຈັດຕັ້ງປະຕິບັດບາງມາດຕາຂອງການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດຕາມດ່ານຊາຍແດນ.

3. ເພີ່ມທະວີການສະໜອງຂໍ້ມູນຂ່າວສານຜ່ານທາງສື່ຕ່າງໆ, ຫ້ອງແນະນໍາ ແລະ ຕັກເຕືອນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ເໝາະສົມກັບສະຖານະການປັດຈຸບັນ ແລະ ຕື່ນຕົວສະໜອງ ແລະ ອັດເດດຂໍ້ມູນໃຫ້ທັນການ.

ກະຊວງສາທາລະນະສຸກ ສືບຕໍ່ຕິດຕາມສະຖານະການ, ສະໜອງຂໍ້ມູນກ່ຽວກັບສະຖານະການເຊື້ອພະຍາດ​ ໂຄວິດ-19 ໃນຂອບເຂດທົ່ວໂລກ ແລະ ພາຍໃນປະເທດ ເພື່ອຫາມາດຕະການ ແລະ ວິທີການຕ້ານການລະບາດເຊື້ອພະຍາດທີ່ເໝາະສົມ.

ຂໍ້ມູນຈາກ: Lao​ Trade​ Portal

error: Content is protected !!