ສະມາຄົມອາສາກູ້ໄພ ນະຄອນຫຼວງ ວຽງຈັນ 1624ພ້ອມຮັບໃຊ້ສັງຄົມ 7 ວັນ ໄລຍະບຸນປີໃໝ່ລາວ ຕະຫຼອດ 24 ຊົ່ວໂມງ

ໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ໃກ້ຈະມາເຖິງ, ສະມາຄົມອາສາກູ້ໄພ ນະຄອນຫຼວງ ວຽງຈັນ 1624 ແມ່ນມີຄວາມພ້ອມຮັບໃຊ້ສັງຄົມຕະຫຼອດ 24 ຊົ່ວໂມງ ພາຍໃນ 7 ວັນ (ຕັ້ງແຕ່ວັນທີ 10-16 ເມສາ 2023) ໄລຍະຂອງການທ່ອງທ່ຽວຫຼິ້ນບຸນປີໃໝ່ ເພື່ອໃຫ້ປວງຊົນຊາວ ນະຄອນຫຼວງ ວຽງຈັນ ຮ່ວມຫຼິ້ນບຸນດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພ.

ທ່ານ ລໍາເງິນ ວົງພະຈັນ, ປະທານ ສະມາຄົມ ອາສາກູ້ໄພ ນວ 1624 ໃຫ້ສໍາພາດ ວ່າ: ໃນໄລຍະປີໃໝ່ລາວທີ່ຈະມາເຖິງນີ້ ສະມາຄົມອາສາກູ້ໄພ ໄດ້ກະກຽມຄວາມພ້ອມຂອງຈໍານວນພາຫະນະ, ອຸປະກອນ ແລະ ຈໍານວນພົນ ເພື່ອຮັບໃຊ້ສັງຄົມຕະຫຼອດ 24 ຊົ່ວໂມງ ພາຍໃນ 7 ວັນ ຂອງການຫຼິ້ນບຸນປີໃໝ່ໃຫ້ມີຄວາມເບີກບານມ່ວນຊື່ນ, ໂດຍໄດ້ກຽມກໍາລັງອາສາປະຈໍາຢູ່ 6 ຈຸດ ກໍຄື: ປະຈໍາຢູ່ພາຍໃນ 6 ເມືອງ ຄື: ເມືອງໄຊເສດຖາ, ປາກງື່ມ, ໄຊທານີ, ຫາດຊາຍຟອງ, ຈັນທະບູລີ ແລະ ເມືອງສີໂຄດຕະບອງ ຊຶ່ງມີຈໍານວນພົນທັງໝົດ 133 ຄົນ, ມີລົດຮັບໃຊ້ 12 ຄັນ ໃນນັ້ນ, ມີລົດທີ່ໄດ້ຮັບຈາກການບໍລິຈາກ ແລະ ການສະໜັບສະໜູນທີ່ອາສາສະໝັກມີເງື່ອນໄຂແລ້ວຊື້ມາເພື່ອແລ່ນຮ່ວມຈໍານວນໜຶ່ງ.

error: Content is protected !!