ອັດຕາເງິນເຟີ້ໃນລາວ ຍັງສູງ! ເດືອນມີນາ ຢູ່ໃນລະດັບ 40.97%.

ສູນສະຖິຕິແຫ່ງຊາດ ໃຫ້ຮູ້ວ່າ: ສະພາບອັດຕາເງິນເຟີ້ ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນ ມີນາ 2023 ຍັງຢູ່ໃນລະດັບທີ່ສູງຄື 40.97% ເຖິງວ່າຈະຫຼຸດລົງຈາກເດືອນ ກຸມພາ 0.29% ກໍຕາມ (ເດືອນກຸມພາ 2023 ແມ່ນ 41.26%).
ໃນເດືອນມີນາ 2023 ໝວດທີ່ມີອັດຕາເງິນເຟີ້ສູງກວ່າຫມູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 51.0%, ຫມວດຮັກສາ ສຸຂະພາບ ແລະ ຢາ ເພີ່ມຂຶ້ນ 41.8%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 41.7%, ຫມວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 36.9%, ຫມວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 35.0%, ຫມວດທີພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 27.2%, ຫມວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 26.7%.

ທີ່ມາ: ສູນສະຖິຕິແຫ່ງຊາດ.

error: Content is protected !!