ປະທານປະເທດ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ແຫຼ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 27 ມີນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມການນຳ ແຂວງ ຈຳປາສັກ ເພື່ອຊຸກຍູ້ໃຫ້ກຳລັງໃຈຕໍ່ການນຳພາຂອງອົງຄະນະພັກແຂວງ ໃນການນຳພາ-ຊີ້ນຳ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຢູ່ ແຂວງ ຈຳປາສັກ ໃຫ້ສືບຕໍ່ກ້າວຂຶ້ນ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ.
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກໍໄດ້ລາຍໂດຍຫຍໍ້ ກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໃນ ປີ 2022 ໂດຍສະເພາະບັນຫາສຳຄັນທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ ໂດຍລວມແລ້ວ ເສດຖະກິດຂອງແຂວງ ໄດ້ດຳເນີນໄປຕາມຄາດໝາຍ ແລະ ແຜນທີ່ວາງໄວ້, ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 30.362,8 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 28,3% (ແຜນ 23.670,34 ຕື້ ກີບ), ອັດຕາການຂະຫຍາຍຕົວຢູ່ໃນລະດັບ 5,95% (GDP), ສະເລ່ຍຕໍ່ຫົວຄົນໄດ້ 2.774 ໂດລາ ຕໍ່ຄົນ ຫລື ເທົ່າກັບ 39,9 ລ້ານກີບຕໍ່ຄົນ (ແຜນ 3.134 ໂດລາສະຫະລັດ), ຂະແໜງກະສິກຳ-ປ່າໄມ້ ກວມ 32,76%, ຂະແໜງອຸດສາຫະກໍາ ກວມ 24,09% ແລະ ຂະ ແໜງບໍລິການ ກວມ 43,15% ຂອງ GDP; ສາມາດລະດົມຂົນຂວາຍຈາກທຸກແຫລ່ງທຶນ ໄດ້ 10.309,54 ຕື້ກີບ (ແຜນ 7.687,46 ຕື້ກີບ), ທຽບໃສ່ແຜນປີປະຕິບັດໄດ້ລື່ນ ແຜນ 34%. ໃນນັ້ນ, ການລົງທຶນຂອງລັດ 68,85 ຕື້ກີບ ກວມ 0,67%, ທຶນຊ່ວຍເຫລືອ ເພື່ອການພັດທະນາ(ODA) ມູນຄ່າ 356,57 ຕື້ກີບ ກວມ 3,46%; ການລົງທຶນພາຍໃນ-ຕ່າງປະເທດມູນ ຄ່າ 5.444,8 ຕື້ກີບ ກວມ 52,81% ແລະ ສິນເຊື່ອທະນາຄານ 4.438,87 ຕື້ກີບ ກວມ 43,06% ຂອງການລົງທຶນທັງໝົດ; ການຈັດເກັບລາຍຮັບລຸໄດ້ 1.842,47 ຕື້ກີບ, ທຽບໃສ່ແຜນດັດແກ້ ເທົ່າກັບ 115,79%, ທຽບໃສ່ໄລຍະດຽວປີກ່ອນ ເພີ່ມຂຶ້ນ 35,75%, ທຽບໃສ່ແຜນ 5 ປີ ຄັ້ງທີ IX ເພີ່ມຂຶ້ນ 42,35%,
ໂອກາດດັ່ງກ່າວ, ທ່ານປະທານປະເທດ ຍັງໄດ້ລົງຕິດຕາມຊຸກຍູ້ ໂຄງການພັດທະນາແຄມຂອງ ທີ່ຕັ້ງຢູ່ນະຄອນປາກເຊ, ຢ້ຽມຊົມແຫລ່ງທ່ອງທ່ຽວພູສາເຫລົ້າ, ເມືອງ ໂພນທອງ ຕື່ມອີກ.

error: Content is protected !!