Avatar 2 ມາແລ້ວ

ທວິດເຕີ T2BLive.com ໄດ້ເປີດເຜີຍພາບຂອງຮູບເງົາ Avatar ພາກ 2 ທີ່ມີຊື່ວ່າ “Avatar: The Way of Water’” ຊຶ່ງເປັນພາກຕໍ່ຈາກພາກທີ 1 ເມື່ອປີ 2009 ທີ່ ເຈມ ຄາເມຣອນ (James Cameron) ໃຊ້ເວລາໃນການພັດທະນາດົນເຖິງ 13​ ປີ.

ພາບດັງກ່າວ ໄດ້ສະແດງໃຫ້ເຫັນ ຊາວນາວີ (Na’vi) ອີກເຜົ່າໜຶ່ງທີ່ອາໄສຢູ່ທີ່ເຂດຫາດຊາຍທະເລຂອງດາວ Pandora ໄດ້ແກ່ ພາບຂອງຊາວນາວີ ຄົນໜຶ່ງທີ່ກໍາລັງດໍານໍ້າຢູ່ກັບສັດທະເລຂະໜາດຍັກ, ພາບກຸ່ມນັກຮົບທີ່ກໍາລັງກຽມພ້ອມຮັບມືກັບບາງສິ່ງ ທີ່ກໍາລັງຈະເກີດຂຶ້ນ, ພາບຊາວນາວີ ທີ່ກໍາລັງຂີ່ສັດບິນໄດ້ທີ່ມີລັກສະນະຄ້າຍຄື ມັງກອນ ແລະ ພາບພາຍໃນທີ່ພັກຂອງ ຊາວນາວີ ທີ່ຫາດຊາຍ.

Avatar ພາກທີ 1 ເປັນຮູບເງົາທີ່ປະສົບຄວາມສໍາເລັດຢ່າງສູງໃນທຸກໆດ້ານ ທັງສາມາດຄອງສະຖິຕິລາຍໄດ້ທົ່ວໂລກສູງທີ່ສຸດຕະຫຼອດການ ຈົນຮອດທຸກມື້ນີ້ ແລະ ຄວ້າ 3 ລາງວັນ ອອສກ້າ (Oscar) ສາຂາວິຊວລ ເອຟເຟກ (Visual-effect) ດີເລີດ, ຖ່າຍພາບດີເລີດ ແລະ ກໍາກັບສິນດີເລີດ ຈົນເຮັດໃຫ້ເກີດກະແສຮຽກຮ້ອງໃຫ້ ເຈມ ຄາເມຣອນ ສ້າງພາກຕໍ່.

(ເຈມ ຄາເມຣອນ ອາຍຸ 67 ປີ ຄືຜູ້ທີ່ກໍາກັບຮູບເງົາເລື່ອງ TITANIC ທີ່ໂດ່ງດັງເມື່ອປີ 1997).

ຄາເມຣອນ ໄດ້ວາງແຜນສ້າງ Avatar ເອົາໄວ້ 5 ພາກ ໂດຍກ່ອນໜ້ານີ້ ມີຂ່າວວ່າ ພາກທີ 2 ຈະອອກມາໃຫ້ເຫັນໃນປີ 2020 ແຕ່ເນື່ອງຈາກ ການແພ່ລະບາດຂອງ ໂຄວິດ-19 ເຮັດໃຫ້ຮູບເງົາເລື່ອງນີ້ ຖືກເລື່ອນສາຍມາຫຼາຍຄັ້ງແລ້ວ ຈົນໃນທີ່ສຸດ ກໍປະກາດກໍານົດການສາຍໃນໂຮງຮູບເງົາ ຢ່າງເປັນທາງການເມື່ອວັນທີ 16 ທັນວາ 2022.

ຄາເມຣອນ ຕັ້ງໃຈຈະໃຫ້ Avatar ພາກ 2-5 ນໍາສະເໜີພາບພູມສັນຖານອື່ນໆຂອງ ດາວ Pandora ນອກເໜືອຈາກ ສາກຜືນຫ່າອັນກວ້າງໃຫຍ່ໃນພາກ 1 ແລະ ຈາກສາກທ້ອງທະເລອັນງົດງາມໃນ Avatar: The Way of Water ແລ້ວນັ້ນ ກໍເຮັດໃຫ້ໜ້າສົນໃຈວ່າ Avatar 3 ທີ່ມີກໍາສົດສາຍໃນເດືອນ ທັນວາ 2024 ຈະນໍາສະເໜີເລື່ອງລາວໃນສະຖານທີ່ໃດຂອງດາວດວງນີ້ຕໍ່ໄປ.

error: Content is protected !!