ເປີດໂຕສໍານັກພິມ ດີບຸກ (Dbook)  ດີບຸກ ຄືຄັງສາງແຫ່ງປັນຍາ

ງານເປີດໂຕສໍານັກພິມ ດີບຸກ (Dbook) ໄດ້ຈັດຂຶ້ນ ໃນວັນທີ 30 ເມສາ 2022 ນີ້, ທີ່ສະໂມສອນ ສະຖາບັນຂົງຈື ມຊ, ໂດຍການເປັນ ປະທານຂອງ ທ່ານ  ສົມໄໝ ພົມມະຈັນ ອໍານວຍການ ສໍານັກພິມ ດີບຸກ, ມີ ທ່ານ ນາງ ບຸນຊ່ອນ ໄຊວຸດທິ ເຈົ້າຂອງຮ້ານປື້ມ ດີບຸກ, ທ່ານ ປອ ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງ ຖວທ, ພ້ອມດ້ວຍ ນັກປະພັນລາວ, ແລະ ມວນຊົນ ເຂົ້າຮ່ວມ.

 ທ່ານ ສົມໄໝ ພົມມະຈັນ ກ່າວວ່າ:  ສຳນັກພິມດີບຸກ ເປັນສໍານັກພິມ ທີ່ໃຫ້ບໍລິການດ້ານການອອກຜົນງານ ປື້ມອ່ານຂອງນັກຂຽນ ໂດຍສະເພາະແມ່ນ ການອອກແບບໜ້າປົກ, ການບັນນາທິການ ພິສູດອັກສອນ ຈັດໜ້າປຶ້ມ ແລະ ຮັບຂຶ້ນທະບຽນປື້ມ, ສື່ສິ່ງພິມ ໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການພິມຈຳໜ່າຍແຫ່ງ ສປປ ລາວ. ປັດຈຸບັນ ການຈັດພິມປື້ມຢູ່ປະເທດເຮົາ ຍັງພົບຄວາມທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນ ການນຳເຂົ້າວັດສະດຸການພິມຈາກຕ່າງປະເທດ  ເຊິ່ງສົ່ງຜົນໃຫ້ຕົ້ນທຶນການຜະລິດທີ່ສູງຂຶ້ນ ຈຶ່ງເຮັດໃຫ້ນັກຂຽນເຮົາ ສ່ວນຫຼາຍສົ່ງຜົນງານໄປຈັດພິມຢູ່ຕ່າງປະເທດ, ດັ່ງນັ້ນ ເປົ້າໝາຍຂອງດີບຸກກໍຄື ການໄດ້ຮັບໃຊ້ການຜະລິດຜົນງານປື້ມ ລາວ ໃຫ້ໄດ້ມາດຕະຖານສາກົນ ດ້ວຍລາຄາ ແລະ ວິທີການທີ່ນັກຂຽນ ລາວ ສາມາດເຂົ້າເຖິງໄດ້.

 ພ້ອມກັນນີ້, ດີບຸກ ຍັງເປີດຮັບບົດຂຽນ, ຮັບຊື້ລິຂະສິດຜົນງານ ເພື່ອໃຫ້ນັກຂຽນລາວ ໄດ້ອອກຜົນງານ ໂດຍທີ່ນັກຂຽນບໍ່ຕ້ອງໄດ້ລົງທຶນ ແລະ ຍັງໄດ້ຮັບເງິນທັນທີ ທີ່ສົ່ງຜົນງານຂອງຕົນມາຍັງສຳນັກພິມດີບຸກ ເຊິ່ງຈະມີຫຼາຍຮູບແບບເຊັ່ນ: ການຮ່ວມທຶນ, ການມອບລິຂະສິດ, ການເຮັດການຕະຫຼາດຮ່ວມກັນ ແລະ ການຈັດພິມຕາມຄວາມຕ້ອງການຂອງນັກອ່ານ ຫຼື Print on demand ເພາະດີບຸກນອກຈາກຈະຕັ້ງເປັນສຳນັກພິມແລ້ວ ຍັງມີໂຮງພິມທີ່ສາມາດຜະລິດເອງໄດ້ ເຊິ່ງຕອບໂຈດທຸກດ້ານຂອງການອ່ານຢູ່ໃນລາວ ແລະ ໃນອະນາຄົດ ດີບຸກ ມີເປົ້າໝາຍຈະຕັ້ງລາງວັນນັກຂຽນດີເດັ່ນ ຊື່ວ່າ Champa Writer Award (CWA) ນັກຂຽນລາງວັນຊີວາ ແລະ ອີກເປົ້າໝາຍອັນໃກ້ນີ້ກໍແມ່ນການຈັດງານ Book Festival 2023 ຫຼື “ພາສາລາວວ່າງານບຸນມະໂຫລານກອງປື້ມໃຫຍ່ ເພື່ອເປັນບ່ອນເຕົ້າໂຮມຜົນງານປື້ມອ່ານ ແລະ ເປັນບ່ອນນັດພົບນັກຂຽນ ລາວ ຂອງລາວຕື່ມອີກ.

ທ່ານ ນາງ ບຸນຊ່ອນ ໄຊວຸດທິ ເຈົ້າຂອງຮ້ານປື້ມ ດີບຸກ ໃຫ້ຮູ້ຕື່ມວ່າ: ດີບຸກ ຄືຄັງສາງແຫ່ງປັນຍາ ເປັນຈຸດເຊື່ອມຕໍ່ລະຫວ່າງ ນັກຂຽນ, ນັກອ່ານ, ຮ້ານປື້ມ ແລະ ສື່ສິ່ງພິມ ເຊິ່ງຮ້ານປຶ້ມດີບຸກ ຮັບໃຊ້ນັກອ່ານມາເຖິງປີທີ 8 ໂດຍຜ່ານການຂາຍປື້ມອອນລາຍ 3 ຫົວຂອງອາຈານ ກາບແກ້ວ ທຳມະວົງ, ເຊິ່ງເມື່ອກ່ອນດີບຸກ ໄດ້ໃສ່ຊື່ວ່າ ສອນສະໄໝຈະໜ່າຍປຶ້ມ  ເມື່ອຂາຍອອນລາຍມາໄດ້ 2 ປີ, ຈາກສອນສະໄໝຈຳໜ່າຍປຶ້ມ ໄດ້ປ່ຽນຊື່ມາເປັນ Dbook (ຮ້ານປື້ມດີບຸກ) ໃນປີ 2017 ໂດຍເນັ້ນບໍລິການນັກອ່ານ, ສົ່ງເສີມນັກຂຽນ, ສ້າງບົດບາດໃຫ້ຮ້ານປື້ມໃນລາວເຮົາ ປະກອບມີ ປື້ມອ່ານພາສາລາວ, ປື້ມອ່ານພາສາໄທ, ແລະ ປຶ້ມນິທານສໍາລັບເດັກ ສື່ການຮຽນການສອນ, ນອກຈາກນັ້ນທາງຮ້ານຍັງຮັບຈັດຊື້ປື້ມເຂົ້າຫ້ອງສະໝຸດ, ອົງກອນ, ບໍລິສັດແລະໂຄງການຕ່າງໆອີກດ້ວຍ.

ໂອກາດນີ້, ທ່ານ ນາງ ບຸນຊ່ອນ ໄຊວຸດທິ ຍັງໃຫ້ຮູ້ຕື່ມວ່າ: ສຳນັກພິມດີບຸກ ມຸ້ງເນັ້ນສ້າງນັກຂຽນໃນລາວເຮົາໃຫ້ນັບມື້ນັບຫຼາຍຂຶ້ນ, ເປີດໂອກາດໃຫ້ນັກຂຽນໃໝ່ໄດ້ມີໂອກາດຂຽນປື້ມອອກມາດັ່ງໂຄງການສ້າງນັກຂຽນຄັ້ງທີ່ 1 ຫາກໍຜ່ານມານີ້ ເປັນການຮວບຮວມຜົນງານຂອງ 9 ນັກຂຽນ ຮວມເປັນປື້ມ 1 ເຫຼັ້ມ (ສຸດຍອດແຮງບັນດານໃຈສ້າງໄດ້ດ້ວຍຕົນເອງ) ໄດ້ມີວາງຈຳໜ່າຍແລ້ວທີ່ບູດ ຮ້ານປື້ມດິບຸກ,ແລະຍິ່ງໄປກວ່ານັ້ນໂຄງການສ້າງນັກຂຽນຄັ້ງທີ່ 2 ພວມດໍາເນີນຢູ່ ແລະ ເປົ້າໝາຍໃຫ້ໄດ້ເປີດຕົວໃນງານປື້ມປີ 2003 ນີ້ ປຶ້ມດັ່ງກ່າວມີຊື່ວ່າ (ຊີວິດທີ່ມີຄວາມໝາຍ) ດັ່ງນີ້ເປັນການຮວມຕົວຂອງບັນດາ 10 ນັກຂຽນທີ່ອາຍຸນ້ອຍ ແລະ ເປົ້າໝາຍແມ່ນຈະບໍລິຈາກປື້ມຫົວນີ້ເຂົ້າຫ້ອງອ່ານ 120 ແຫ່ງທົ່ວປະເທດ ໂດຍຜ່ານສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ (ALC) ທີ່ໄດ້ຮັບການສະໜັບສະໜູນທຶນຄົ້ນຄວ້າຈັດພິມເພື່ອບໍລິຈາກຈາກ ທ່ານສັກໄຊ ແສງອາລຸນ ປະທານກຳມະການກວດກາບໍລິສັດຕັງຈະເລີນກຮູບ, ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການ IFC ປະຈໍາລາວ, ທ່ານນາງ ເບຄຳ ສະເຫຼີມສຸກ ອຳນວຍການສູນການສຶກສາອີໂຊນເອ ແລະ ທ່ານນາງ ດວງມາລາ ພົມມະວົງ ອໍານວຍການບໍລິສັດ ໂມນິວເມັນຈຳກັດ ກໍ່ໄດ້ເປັນທີ່ປຶກສາເປົ້າໝາຍຕໍ່ໄປຂອງດີບຸກ ຄືການໄດ້ມີໂຮງພິມໃຫຍ່ທີ່ໄດ້ມາດຕະຖານ ເພື່ອບໍລິການຈັດພິມປື້ມຜົນງານຂອງທ່ານ ໃຫ້ໄດ້ຄຸນນະພາບ ທີ່ສໍາຄັນຄືການຄວບຄຸມລາຄາປື້ມບໍ່ໃຫ້ສູງເກີນໄປ ເພື່ອໃຫ້ມັນໄດ້ເຂົ້າເຖິງນັກອ່ານໃຫ້ນັບມື້ນັບຫຼາຍຂຶ້ນ.

error: Content is protected !!