ທຄຕລ ແຈ້ງ! ບັນຫາທີ່ເກີດຂຶ້ນກັບລູກຄ້າທີ່ນຳໃຊ້ບັດ BCEL ATM UnionPay ແລະ ແນວທາງການແກ້ໄຂ.

ວັນທີ​ 10​ ມີນາ​ 2023​ ສຳນັກງານໃຫຍ່​ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແຈ້ງມາຍັງທ່ານຊາບວ່າ: ກ່ຽວກັບການໃຫ້ບໍລິການລູກຄ້າ ໄລຍະຜ່ານມາແມ່ນໄດ້ປະຕິບັດຕາມລະບຽບ ແລະ ນິຕິກໍາທີ່ກ່ຽວຂ້ອງ ບົນພື້ນຖານການຫັນເປັນທັນສະໄໝ, ມີຄວາມປອດໄພ ແລະ ຮັບປະກັນຜົນປະໂຫຍດສູງສຸດຂອງລູກຄ້າເປັນຫຼັກ. ທຄຕລ ໄດ້ມີການພັດທະນາຜະລິດຕະພັນຕ່າງໆ ໂດຍສະເພາະແມ່ນຜະລິດຕະພັນບັດ ແລະ ການໃຫ້ບໍລິການເອເລັກໂທຼນິກ ເພື່ອອອກມາຮັບໃຊ້ສັງຄົມ ແລະ ໄດ້ຮັບຄວາມເຊື່ອໝັ້ນດ້ວຍດີຕະຫຼອດມາ ຮອດປະຈຸບັນ ໄດ້ມີຂ່າວຈຳນວນໜຶ່ງທີ່ລົງ
ເຜີຍແຜ່ໃນສັງຄົມອອນລາຍ ທີ່ໄດ້ສ້າງຜົນກະທົບໃນທາງກົງ ແລະ ທາງອ້ອມຕໍ່ຄວາມເຊື່ອໝັ້ນຂອງລູກຄ້າ
ຈຳນວນໜຶ່ງ. ສະນັ້ນ, ທຄຕລ ຈຶ່ງຂໍແຈ້ງໃຫ້ ທ່ານຊາບດັ່ງນີ້:

  1. ທຄຕລ ມີລະບົບຄຸ້ມຄອງຂໍ້ມູນ ແລະ ການປ້ອງການຄວາມປອດໄພທີ່ທັນສະໄໝ ແລະ ໄດ້ມາດຕະຖານ
    ສາກົນ.​
  2. ເພື່ອປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນ ທຄຕລ ຮຽກຮ້ອງໃຫ້ບັນດາລູກຄ້າມີສ່ວນຮ່ວມ ປະຕິບັດດັ່ງນີ້:
    I) ທຄຕລ ຮຽກຮ້ອງໃຫ້ລູກຄ້າທີ່ໃຊ້ບັດ BCEL ATM UnionPay ຫຼື ບັດປະເພດອື່ນໆ ນຳໃຊ້ບັດຜ່ານຕູ້
    ATM ຂອງ ທຄຕລ ເປັນຫຼັກ ແລະ ໃຫ້ສັງເກດອຸປະກອນຕ່າງໆກ່ອນນາໃຊ້ໃນແຕ່ລະຄັ້ງ. ຖ້າເຫັນ
    ອຸປະກອນແປກປອມໃດໆຕິດຢູ່ຕູ້ ATM ກະລຸນາໂທແຈ້ງ ທະນາຄານໂດຍທັນທີ ຜ່ານສາຍດ່ວນ 1555.​
    2) ຖ້າຫາກທ່ານສົງໄສວ່າ ມີບຸກຄົນອື່ນຮູ້ລະຫັດຂອງທ່ານ ຫຼື ລະຫັດຂອງທ່ານຖືກໂຈນລະກຳ ພາຍຫຼັງມີ
    ການນຳໃຊ້ຜ່ານຕູ້ ATM ທະນາຄານອື່ນໆທັງພາຍໃນ ແລະ ຕ່າງປະເທດ ລູກຄ້າສາມາດປ່ຽນລະຫັດບັດ
    ຂອງທ່ານໄດ້ດ້ວຍຕົນເອງ;
    3) ທຄຕລ ໄດ້ພັດທະນາລະບົບປ້ອງກັນຢູ່ໃນ BCEL One ທີ່ລູກຄ້າສາມາດເປີດ-ປິດບັດ BCEL ATM
    UnionPay ຫຼື ບັດປະເພດອື່ນ ດ້ວຍຕົນເອງ ເພື່ອເພີ່ມການປ້ອງກັນອີກລະດັບໜຶ່ງ.​
    4)ສຳລັບລູກຄ້າທຸກທ່ານທີ່ຍັງນໍາໃຊ້ບັດເອທີເອັມແຖບແມ່ເຫຼັກ ATM UnionPay (Magstripe) ກະລຸນາ
    ມາປ່ຽນເປັນບັດຊິບ ATM UnionPay Chip ທີ່ມີມາດຕະຖານຄວາມປອດໄພທີ່ສູງກວ່າ, ເພາະວ່າ:
    ບັດເອທີເອັມ ATM UnionPay (Magstripe) ມີຄວາມສ່ຽງໃນການຖືກລັກຂໍ້ມູນ (Skimming).​
  3. ສໍາລັບເຫດການທີ່ເກີດຂຶ້ນ ແລະ ໄດ້ມີການລົງໃນສ໌ສັງຄົມອອນລາຍ ທຄຕລ ມີຄວາມຍິນດີຮັບຟັງ ແລະ
    ແກ້ໄຂບັນຫາໃຫ້ກັບລູກຄ້າບົນພື້ນຖານການກວດສອບຂໍ້ມູນຄວາມເປັນຈິງຂອງແຕ່ລະກໍລະນີພ້ອມທັງຮັບຜິດຊອບ ຕາມນິຕິກໍາ ແລະ ກົດໝາຍທີ່ກ່ຽວຂ້ອງ. ສະນັ້ນ, ຖ້າຫາກວ່າລູກຄ້າພົບເຫັນບັນຫາທີ່
    ເກີດຂື້ນຈາກການໃຫ້ບໍລິການ ໂດຍສະເພາະລາຍການເຄື່ອນໄຫວບັນຊີທີ່ບໍ່ໄດ້ຮັບອະນຸຍາດ ແມ່ນສາມາດ
    ເອົາໃຈໃສ່ເຂົ້າມາພົວພັນນໍາ ທຄຕລ ໄດ້ຢູ່ສຳນັກງານໃຫຍ່, ບັນດາສາຂາ ແລະ ໜ່ວຍບໍລິການໃນຂອບເຂດທົ່ວປະເທດ ເພື່ອໃຫ້ສາມາດແກ້ໄຂໄດ້ທັນສະພາບ, ນອກຈາກນັ້ນ ທຄຕລ ຍັງເປີດໃຫ້ບໍລິການ ຜ່ານສາຍ
    ດ່ວນ 1555 ຫຼື ຜ່ານລະບົບວັນແຄ (BCEL​OneCare)ໄດ້ຕະຫຼອດ 24 ຊົ່ວໂມງ.​
  4. ທຄຕລ ໄດ້ມີຄວາມພະຍາຍາມໃນການແກ້ໄຂບັນຫາໃຫ້ລູກຄ້າ ເຊິ່ງຈໍາເປັນຕ້ອງໃຊ້ເວລາໃນການກວດ
    ສອບຂໍ້ມູນຫຼັກຖານຕາມຄວາມເປັນຈິງ ສະນັ້ນ ຈຶ່ງຂໍໃຫ້ລູກຄ້າໄດ້ມີເຂົ້າໃຈຕໍ່ຂະບວນການດັ່ງກ່າວດ້ວຍ.​
  5. ທຄຕລ ຂໍໃຫ້ລູກຄ້າ ແລະ ສັງຄົມມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມເປັນຈິງ ຫຼື ຂໍ້ມູນ
    ທີ່ມີລັກສະນະບິດເບືອນຄວາມເປັນຈິງ ແລະ ຂໍໃຫ້ມີຄວາມເຊື່ອໝັ້ນຕໍ່ລະບົບການໃຫ້ບໍລິການ ແລະ
    ຜະລິດຕະພັນຂອງ ທຄຕລ.​ ດັ່ງນັ້ນ, ຈຶ່ງໄດ້ແຈ້ງການມາຍັງທ່ານເພື່ອຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.
error: Content is protected !!