ລອງຜິດ ລອງຖືກ! ຈົນໄດ້ສູດໜັງເຄັມສຳເລັດຮູບ ຈີກ ອຸ່ນ ພ້ອມເສີບ.

ຫຼັງຈາກທີ່ປະສົບຜົນສໍາເລັດ ແລະ ມີກະແສຕອບຮັບທີ່ດີຈາກການຂາຍໜັງດິບ ທີ່ສາມາດມັດໃຈລູກຄ້າທັງພາຍໃນ ແລະ ຕ່າງປະເທດໄດ້ ດ້ວຍຄວາມແຊບນົວ, ອ່ອນນຸ່ມ ຖ້າຈີ່ຕອນເຊົ້າສາມາດກິນໄດ້ຮອດຕອນແລງ ເມື່ອເວົ້າປະໂຫຍກນີ້ແລ້ວຫລາຍຄົນກໍຕ້ອງຄິດວ່າຈະແມ່ນແທ້ບໍ່ໜັງທີ່ເຮົາຈີ່ແລ້ວປະໄວ້ມັນຈະບໍ່ແຂງບໍ? ເຮັດໃຫ້ມີລູກຄ້ານັບມື້ເພີ່ມຂຶ້ນຈົນສາມາດຜະລິດ ແລະ ຈໍາໜ່າຍໜັງ ໄດ້ 2.000 ຖົງຕໍ່ມື້.

ດັ່ງນັ້ນ, ເພື່ອເປັນການຕໍ່ຍອດຄວາມສໍາເລັດ ພ້ອມທັງອໍານວຍຄວາມສະດວກໃຫ້ຜູ້ບໍລິໂພກຈຶ່ງໄດ້ຄິດຄົ້ນຜະລິດຕະພັນໃໝ່ເປັນໜັງສໍາເລັດຮູບຜ່ານການປຸງແຕ່ງທີ່ມີລັກສະນະພິເສດຄື: ຣົດຊາດແຊບນົວກວ່າເກົ່າ, ແລະ ສາມາດຮັກຄວາມອອ່ນນຸ້ມໄດ້ດົນເຖິງ 1 ເດືອນ ເຊິ່ງຜະລິດຕະພັນໃໝ່ນີ້ພຽງແຕ່ຈີກຖົງແລ້ວສາມາດກິນໄດ້ເລີຍທັນທີ.

ທ່ານ ນາງ ໂບນິຕາ ເຈົ້າຂອງຜະລິດຕະພັນ ໂບນິຕາໜັງເຄັມ ກ່າວວ່າ: ຫຼັງຈາກທີ່ປະສົບຜົນສໍາເລັດ ຈາກການເຮັດໜັງດິບທີ່ມີຖານຈາຍໃຫ້ລູກຄ້າ, ມີໂຕແທນຈໍາໜ່າຍ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງຕໍ່ຍອດທຸລະກິດ ແລະ ເພີ່ມຄວາມສະດວກສະບາຍໃຫ້ກັບລູກຄ້າ ຈຶ່ງຄິດຄົ້ນ ພັດທະນາ ຜະລິດຕະພັນໃໝ່ ຄືໜັງເຄັມສໍາເລັດຮູບອອກມາຈໍາໜ່າຍ ໃນຕົ້ນປີຜ່ານມາ ເຫັນໄດ້ວ່າ ມີຜົນຕອບຮັບດີຫລາຍ ສາມາດຜະລິດ, ຈໍາໜ່າຍໄດ້ມື້ລະ 500 ຖົງ ໂດຍຖົງໜຶ່ງຂາຍໃນລາຄາ 58 ພັນກີບ,ສ່ວນໜັງເຄັມດິບແມ່ນຍັງຮັກສາມາດຕະຖານການຂາຍໄດ້ 2.000 ຖົງຕໍ່ມື ແລະ ໜຶ່ງຖົງກໍຍັງຂາຍໃນລາຄາ 65.000 ກີບຄືເກົ່າສ່ວນຜະລິດຕະພັນໃໝ່ທີ່ຜະລິດອອກມາ ແມ່ນມຸ່ງເນັ້ນ ແລະ ຕອບໂຈດໃຫ້ລູກຄ້າ ທີ່ຢາກກິນໜັງເຄັມແຕ່ບໍ່ລະດວກຈີ່ໜັງ ຄືລູກຄ້າທີ່ພັກຢູ່ຕາມ ເຮືອນພັກ,ໂຮງແຮມ ຫລື ບາງເຮືອນທີ່ໃຊ້ແກັສ ບໍ່ໄດ້ດັງໄຟ ແຕ່ຢາກກິນຈີ່ໜັງເຄັມ ກໍຢາກໃຫ້ລອງເປີດໃຈ ໃຫ້ຜະລິດຕະພັນຈີ່ໜັງສໍາເລັດຮູບຂອງເຮົາແລ້ວທ່ານຈະບໍຜິດຫວັງແນ່ນອນ ເພາະທັງແຊບ ແລະ ສະດວກສະບາຍ. ສໍາລັບ ການເກັບຮັກສາ ເຮັດໃຫ້ໜັງຍັງຄົງຄວາມອ່ອນຄວາມໜຸ່ມ ແມ່ນເລີ່ມຈາກຂັ້ນຕອນທໍາອິດເລີຍ ຄືເລືອກໜັງຕ່ອນໃຫຍ່,ຕ່ອນໜາ ມາຈີ່ ແລ້ວມາທຸບໃຫ້ລະອຽດທຸກສ່ວນຢ່າງສະໝໍ່າ,ສະເໝີກັນ ຫລັງຈາກນັ້ນ ບັນຈຸໃສ່ຖົງຊິບລ໋ອກ ເກັບໄວ້ກິນໄດ້ດົນເຖິງ 1 ເດືອນ ປະໄວ້ໃນອຸນນະພູມທໍາມະດາ ບໍ່ຕ້ອງໃສ່ຕູ້ເຢັນ ໂດຍກ່ອນຈະກິນອຸ່ນຕື່ມດ້ວຍເຕົາໄມໂຄເວັບ ຫລືຖ້າບໍ່ຢາກອຸ່ນກໍສາມາດກິນໄດ້ເລີຍ. ທ່ານ ນາງ ໂບນິຕາເວົ້າຕື່ມວ່າ: ຕະຫລາດຈໍາໜ່າຍໃນປັດຈຸບັນທັງພາຍໃນ ແລະ ປະເທດເພື້ອນບ້ານໃນຂະນະດຽວກັນກໍມີອີກຫລາຍປະເທດຄືປະເທດສະຫະລັດອາເມລິກາ,ຈີນ, ເກົາຫລີ ກໍຢາກເປັນໂຕແທນແຕ່ກໍຍັງແຕ່ກໍ່ມີຄວາມຫຍຸ້ງຍາກໃນການຂົນສົ່ງ ແຕ່ແນວໃດກໍດີ ຕໍ່ກັບບັນຫານີ້ ຕົນເອງກໍກໍາລັງຫາວິທີທີ່ສະດວກ, ສະບາຍ ໃຫ້ກັບລູກຄ້າ ແລະ ໂຕແທນຫລຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງ. ເອົາເປັນວ່າຖ້າທ່ານໃດສົນໃຈຢາກໄດ້ໜັງເຄັມແຊບມີທັງໜັງເຄັມດີບ ແລະໜັງເຄັມສໍາເລັດຮູບໄວ້ກິນກໍ່ສາມາດຕິດຕໍ່ສອບຖາມຜ່ານເບີ 020 2323 9290 ໄດ້ ຫຼື ເຟສບຸກ Bonita ໂບນິຕາຂາຍງານແບນລິຂະສິດ.

error: Content is protected !!